ພຸດປະສົງ ຫວນຄືນວົງການກັບບົດບາດຄູຝຶກຢ່າງເຕັມຕົວພານ້ອງໃໝ່ແຂວງວຽງຈັນ ລຸ້ນຕິດ 1 ໃນ 3 ລາວລີກ 1

137

ຫາຍໜ້າຫາຍໜ້າໄປດົນພໍສົມຄວນສໍາລັບບ ທ່ານ ພຸດປະສົງ ແສງດາລາວົງ ອະດີດຜູ້ຮັກສາປະຕູ ແລະ ຜູ້ຊ່ວຍຄູຝຶກຂອງ ລ້ານຊ້າງ ຢູໄນເຕັດ ແຊັມລາວພຣີເມຍລີກ 2016 ກັບ ທີມຊາດລາວ ຮຸ່ນອາຍຸ 23 ປີ ຫຼ້າສຸດ ຮັບບົດບາດເປັນຫົວໜ້າຄູຝຶກຂອງ ວຽງຈັນ ເອັຟຊີ ທີມໜຶ່ງດຽວຈາກແຂວງວຽງຈັນ ກັບພາລະກິດພາທີມລຸ້ນຕິດ 1 ໃນ 3 ໄດ້ເລີຍກໍວ່າໄດ້.

ທ່ານ ພຸດປະສົງ ເຄີຍເປັນຜູ້ຮັກສາປະຕູທີ່ຫຼາຍຄົນຮູ້ຈັກ ໂດຍສະເພາະເປັນຜູ້ຮັກສາປະຕູ ທີມຊາດລາວ ຊຸດຊີເກມ ແລະ ຊຸດໃຫຍ່ ໃນຫຼາຍໆປີທີ່ຜ່ານມາ ໂດຍສະເພາະປີ 2015 ເປັນຜູ້ຮັກສາປະຕູຂອງ ລ້ານຊ້າງ ຢູໄນເຕັດ ພາທີມຄວ້າຮອງແຊັມລາວພຣີເມຍລີກ ກ່ອນທີ່ປີ 2016 ປ່ຽນບົດບາດມາເປັນຄູຝຶກຜູ້ຮັກສາປະຕູຂອງ ລ້ານຊ້າງ ຢູໄນເຕັດ ພາທີມຄວ້າແຊ້ມລາວພຣີເມຍລີກ ໄດ້ສໍາເລັດ. ນອກນັ້ນ ນັບແຕ່ປີ 2016 ທ່ານ ພຸດປະສົງ ກໍເປັນຄູຝຶກຜູ້ຮັກສາປະຕູຂອງ ທີມຊາດລາວ ກ່ອນປີ 2019 ທີ່ຜ່ານມາຈະຫ່າງຫາຍຈາກວົງການບານເຕະລາວ.

ຈົນຫຼ້າສຸດກັບມາອີກຄັ້ງໃນບົດບາດ ຫົວໜ້າຄູຝຶກຂອງ ວຽງຈັນ ເອັຟຊີ ແລະ ພາທີມລົງສະໜາມນັດທໍາອິດຢ່າງເຕັມຕົວ ໃນການແຂ່ງຂັນເປບຊີ ລາວລີກ 1 ລະດູການ 2020 ເມື່ອວັນທີ 6 ກັນຍາ 2020 ເຊິ່ງຜົນງານນັດທໍາອິດລາວພາ ວຽງຈັນ ເອັຟຊີ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຈັດເກມຮັບມືກັບ ເອັສຣາ ເອັຟຊີ ໄດ້ຢ່າງໂດດເດັ່ນ ຈົນເກືອບພາທີມຊະນະ ແຕ່ສຸດທ້າຍນາທີໆ 87 ເອັສຣາ ເອັຟຊີ ມາໄດ້ປະຕູຕີສະເໝີ 1-1 ເຮັດໃຫ້ສະຖານະການປັດຈຸບັນ ວຽງຈັນ ເອັຟຊີ ທີ່ຕັ້ງເປົ້າລຸ້ນຕິດ 1 ໃນ 5 ໜ້າຈະບໍ່ຍາກ ແຕ່ຍິ່ງໄປກວ່ານັ້ນການລຸ້ນຕິດ 1 ໃນ 3 ກໍຍັງມີໂອກາດ ເພາະປັດຈຸບັນມີ 11 ຄະແນນຕາມຫຼັງ ຊ້າງນ້ອຍ ເອັຟຊີ ພຽງ 2 ຄະແນນລົງສະໜາມ 9 ນັດເທົ່າກັນເຫຼືອ 3 ນັດສຸດທ້າຍ.

ນັດດັ່ງກ່າວເຫັນໄດ້ຊັດເຈນວ່າ ທ່ານ ພຸດປະສົງ ຈັດທີມສູ້ກັບ ເອັສຣາ ເອັຟຊີ ໄດ້ດີ ໂດຍສະເພາະເກມຮັບ ເນື່ອງຈາກສະຖິຕິການຍິງ ເອັສຣາ ເອັຟຊີ ຍິງໄປທັງໝົດ 13 ຄັ້ງ ( ຍິງເຂົ້າເປົ້າ 5 ຄັ້ງ ), ສ່ວນ ວຽງຈັນ ເອັຟຊີ ອາໄສຈັງຫວະສວນກັບສ້າງໂອກາດຍິງໄດ້ 4 ຄັ້ງ ( ຍິງເຂົ້າເປົ້າ 3 ຄັ້ງ ) ເປັນປະຕູ 1 ໜ່ວຍ ແລະ ເສຍພຽງ 1 ປະຕູ ທັງທີ່ໄດ້ປະຕູຂຶ້ນນໍາໄປກ່ອນ.

ຫຼັງຈົບການແຂ່ງຂັນ ທ່ານ ພຸດປະສົງ ກ່າວວ່າ: ຫຼັງຈາກທີ່ເຊົາຈາກການເປັນນັກເຕະ ແລະ ກ້າວຂຶ້ນເປັນຜູ້ຊ່ວຍຄູ່ຝຶກຂອງ ລ້ານຊ້າງ ຢູໄນເຕັດ ແລະ ປະສົບຜົນສໍາເລັດກັບ ລ້ານຊ້າງ ຢູໄນເຕັດ ຄືການໄດ້ແຊັມລາວພຣີເມຍລີກ 2016 ຫຼັງຈາກນັ້ນກໍເຂົ້າມາເປັນຄູຝຶກຜູ້ຮັກສາປະຕູ ທີມຊາດລາວ ກ່ອນທີ່ຈະອໍາລາວົງການໄປເຮັດທຸລະກິດສ່ວນຕົວ ຈົນຫຼ້າສຸດໃນ ລາວລີກ 1 ປີນີ້ທາງ ວຽງຈັນ ເອັຟຊີ ໄດ້ຕິດຕໍ່ມາ ແລະ ກໍຮັບເອົາໂອກາດດັ່ງກ່າວ.

“ ສໍາລັບ ຜົນງານນັດທໍາອິດ ຖືກວ່າ ພໍໃຈ ແຕ່ກໍຜິດຫວັງຢູ່ທີ່ພວກເຮົາບໍ່ສາມາດເກັບ 3 ຄະແນນໄດ້ ທັງທີ່ພວກເຮົາຂຶ້ນນໍາກ່ອນ ແລະ ຖືກຕີສະເໝີທ້າຍເກມ. ຢ່າງໃດກໍຕາມ ນັດນີ້ນັກເຕະຂອງພວກເຮົາແມ່ນຍັງມີອາການບາດເຈັບ ແລະ ຮ່າງກາຍບໍ່ເຕັມຮ້ອຍ ເຊື່ອວ່ານັດຕໍ່ໆໄປພວກເຮົາກໍພ້ອມລຸຍ ເພື່ອເຮັດໃຫ້ດີທີ່ສຸດໃນການຈົບອັນດັບທີ່ດີທີ່ສຸດ ” ຫົວໜ້າຄູຝຶກຄົນໃໝ່ຂອງ ວຽງຈັນ ເອັຟຊີ ກ່າວ.

ຂະນະທີ່ ທ່ານ BYUNG SOO NA ຫົວໜ້າຄູຝຶກຂອງ ເອັສຣາ ເອັຟຊີ ກ່າວວ່າ: ນັດທີ່ ເອັສຣາ ເອັຟຊີ ສະເໝີກັບ ວຽງຈັນ ເອັຟຊີ ເຫັນວ່າ ເອັສຣາ ເອັຟຊີ ຫຼິ້ນໄດ້ດີທີ່ສຸດໃນລາວລີກ ປີນີ້ກໍວ່າໄດ້ ແຕ່ວ່າ ບໍ່ສາມາດເຈາະປະຕູຄູ່ແຂ່ງໄດ້ ທັງທີ່ມີໂອກາດຍິງຫຼາຍກວ່າ 10 ເທື່ອ ເຊິ່ງຕ້ອງຍອມຮັບວ່າ ນັດນີ້ ວຽງຈັນ ເອັຟຊີ ຈັດທີມມາດີ ແລະ ສາມາດຈັບທາງຂອງ ເອັສຣາ ເອັຟຊີ ໄດ້ເກືອບສົມບູນແບບ.

ນອກນັ້ນ, ທ່ານ ພູເງິນ ບົວທອງ ຮອງເລຂາສະຫະພັນບານເຕະແຂວງວຽງຈັນ ທັງເປັນຄະນະທີມຂອງ ວຽງຈັນ ເອັຟຊີ ກ່າວວ່າ: ການຕັດສິນໃຈຂອງຄະນະນຳສະໂມສອນ ໃນການຄວ້າໂຕ ພຸດປະສົງ ເຂົ້າມາຄຸມທີມເປັນອີກບົດຮຽນຂອງຄະນະນຳພວກເຮົາ ໃນການແລກປ່ຽນຮຽນຮູ້ ແລະ ເຮັດວຽກຮ່ວມກັນ, ຄືດັ່ງພວກເຮົາຮູ້ ພຸດປະສົງ ມີປະສົບການສູງ ແລະ ມີວິໄສທັດຄືກັນກັບແນວທາງທີມພວກເຮົາ ແນ່ນອນວ່ານັດທຳອິດຂອງລາວເປັນວຽກທີ່ບໍ່ງ່າຍປານໃດ ເພາະຕ້ອງໄປເຮັດວຽກໜັກຫຼາຍເຕີບ ກັບນ້ອງໆນັກກີລາລຸ້ນໃໝ່ຈາກແຂວງວຽງຈັນ ຕ້ອງໄດ້ພັດທະນາຕໍ່ໄປ. ນອກນັ້ນ ລາຍການບານເຕະຊີງຂັນ ສຕລ ຄອມມານໂດ 2020 ທ່ານ ພຸດປະສົງ ກໍຈະຮັບຜິດຊອບຢ່າງເຕັມທີ່ ໃນການຄຸມທີມລຸຍຄວາມທ້າທາຍອີກລາຍການ.

ຂ່າວ: ຄໍາສອນ; ຮູບ: ສອນໄຊ