ເຕັກນິກການເລືອກຊື້ໂທລະສັບໃຫ້ກຸ້ມຄ່າກັບເງິນທີ່ຈ່າຍ

172

ຮູ້ຈັກຄວາມຕ້ອງການຂອງຕົນເອງ ( Know yourself ):

ຫາກຮູ້ວ່າຕົນເອງຕ້ອງການຫຍັງ ຖືເປັນສິ່ງທີ່ສຳຄັນທີ່ສຸດໃນການຕັດສິນໃຈເລືອກສິ່ງໃດໜຶ່ງໃຫ້ກັບຕົນເອງ ລວມທັງການເລືອກຊື້ມືຖືກໍເຊັ່ນດຽວກັນ ໂດຍສະເພາະແມ່ນໃຊ້ມືຖືໄປເຮັດຫຍັງເປັນຫຼັກ ແລ້ວຈຶ່ງເລືອກມືຖືທີ່ເຂົ້າກັບຮູບແບບການໃຊ້ງານຂອງຕົນເອງໄດ້ ເຊັ່ນ: ຊື້ໄວ້ເພື່ອໃຊ້ຊີວິດປະຈຳວັນ, ຊື້ເພື່ອຫຼິ້ນເກມ, ມັກຖ່າຍຮູບ, ຕ້ອງການແບັດເຕີຣີຂະໜາດໃຫຍ່, ຕ້ອງການລາຄາຖືກແຕ່ສາມາດກັນນ້ຳ – ກັນຝຸ່ນ ຫຼື ຄວາມຫຼູຫຼາ ແລະ ອື່ນໆ.


ຮູ້ກຳນົດງົບປະມານເພື່ອຈະຊື້ ( Budget ):

ເມື່ອຮູ້ຄວາມຕ້ອງການຂອງຕົນເອງແລ້ວ ຕໍ່ໄປກໍເປັນການກຳນົດງົບປະມານວ່າສາມາດຈ່າຍໄດ້ເທົ່າໃດກັບໂທລະສັບມືຖືໜ່ວຍໃໝ່ທີ່ຕ້ອງການ? ເພື່ອຈະໄດ້ກຳນົດສະເປັກໃນຂັ້ນຕອນຖັດໄປ. ສຳຄັນແມ່ນຢ່າໃຫ້ການຊື້ມືຖືເປັນພາລະ ຫຼື ສ້າງໜີ້ໃຫ້ກັບຕົນເອງ, ແຕ່ຄວນມີງົບປະມານໃຫ້ເໝາະສົມກັບຄວາມສາມາດຂອງຕົນເອງ.

ຢາກໄດ້ສະເປັກແບບໃດ? ( Specs ):

ລະບົບປະຕິບັດການ – ຍີ່ຫໍ້ ( OS, Brands ) ໃນປັດຈຸບັນລະບົບປະຕິບັດການມືຖື ( OS ) ທີ່ໄດ້ຮັບຄວາມນິຍົມ ແລະ ຫາຊື້ໄດ້ທົ່ວໄປມີຢູ່ 2 ຄ້າຍໃຫຍ່ໆ ຄື: ແອນດຣອຍ ( Android ) ແລະ ໄອໂອເອັສ ( iOS ) ເຊິ່ງແຕ່ລະຄ້າຍຕ່າງກໍມີຂໍ້ດີ – ຂໍ້ເສຍທີ່ເໝາະກັບກຸ່ມຜູ້ໃຊ້ທີ່ແຕກຕ່າງກັນ ເຊັ່ນ: ຫາກຕ້ອງການມືຖືທີ່ມີຄວາມສະຖຽນ, ປອດໄພ ແລະ ໃຊ້ງານງ່າຍກໍໃຫ້ເລືອກ iOS. ແຕ່ຫາກເປັນຄົນທີ່ມັກປັບແຕ່ງ ຫຼື ຕ້ອງການແກ້ໄຂຕັ້ງຄ່ານັ້ນນີ້ ໃຫ້ທ່ານເລືອກ Android ເພາະເປັນລະບົບເປີດ ແລະ ຈະມີຄວາມຢືດຢຸ່ນກວ່າ.

ສຳລັບຍີ່ຫໍ້ກໍເຊັ່ນດຽວກັນ ໃຫ້ເລືອກຕາມຄວາມມັກຂອງທ່ານເລີຍ ເພາະແຕ່ລະຍີ່ຫໍ້ກໍມີມືຖືໃຫ້ເລືອກໃນຫຼາຍກຸ່ມ ນັບຕັ້ງແຕ່ລະດັບແພງ ( High-end ), ລະດັບກາງ ( Mid-range ) ຫຼື ກຸ່ມມືຖືລາຄາຖືກ ( Entry level range ) ຕາມຄວາມຕ້ອງການຂອງທ່ານ ຍີ່ຫໍ້ທີ່ມີຊື່ສຽງໃນປັດຈຸບັນໄດ້ແກ່: Samsung, ASUS, Xiaomi, Huawei, Google, Motorola, OnePlus, Oppo, LG ແລະ ອື່ນໆອີກຫຼາຍ.

ໜ້າຈໍ ( Screen ):

ໃນທຸກມື້ນີ້ຄວາມລະອຽດຂອງໜ້າຈໍມືຖືທີ່ແນະນຳແມ່ນບໍ່ຄວນຫຼຸດ 1080p ຫຼື ເອີ້ນວ່າ Full HD ຫາກບໍ່ແມ່ນກຸ່ມຜູ້ໃຊ້ທີ່ເຮັດວຽກກ່ຽວກັບງານກຣາຟ ຟິກ ( Graphic ) ຫຼື ກຸ່ມຫຼິ້ນເກມ ( Gamer ) ບໍ່ຈຳເປັນຕ້ອງໃຊ້ຄວາມລະອຽດສູງເກີນໄປ ເພາະຈະເປັນການສິ້ນເປືອງແບັດເຕີຣີ. ສ່ວນຂະໜາດໜ້າຈໍໃຫ້ທົດລອງຈັບລອງຖືຫຼາຍຂະໜາດປຽບທຽບກັນເບິ່ງວ່າ ຕົນເອງມັກແບບໃດ?.

ໜ່ວຍປະມວນຜົນ, ຄວາມຈຳ ( CPU, RAM, ROM ):

ຊິບໜ່ວຍປະມວນຜົນຫຼັກ ( CPU ) ແລະ ຄວາມຈຳຫຼັກ ( RAM ) ເປັນຕົວກຳນົດ ຄວາມໄວຂອງມືຖື. ສະນັ້ນ, ຄວນເລືອກໃຫ້ເໝາະສົມກັບການໃຊ້ງານຂອງທ່ານເອງແນ່ນອນວ່າຍິ່ງໄວຍິ່ງດີ; ຫາກທ່ານເປັນຄົນທີ່ບໍ່ມີຄວາມຈຳເປັນຕ້ອງໃຊ້ວຽກມືຖືປະມວນຜົນໜັກໆ ບໍ່ຄວນເສຍເງິນໄປກັບສິ່ງທີ່ທ່ານບໍ່ໄດ້ໃຊ້ງານ, ແຕ່ຈົ່ງໃຫ້ເລືອກສິ່ງທີ່ເໝາະສົມກັບທ່ານຈະດີກວ່າ. ຂະນະດຽວກັນ, CPU ທີ່ໃຊ້ກັນແຜ່ຫຼາຍກັບມືຖືຈະມີ Snapdragon ຂອງບໍລິສັດ Qualcomm ( ລຸ້ນຫຼ້າສຸດປັດຈຸບັນແມ່ນລະຫັດ 865 ແຕ່ຫາກທ່ານບໍ່ຈຳເປັນຕ້ອງໃຊ້ສະເປັກສູງ ກໍສາມາດເລືອກລຸ້ນຮອງລົງມາ ເຊັ່ນ: 855 ຫຼື 845 ກໍພຽງພໍກັບໃຊ້ງານທົ່ວໄປ.

ກ້ອງຖ່າຍຮູບ ( Camera ):

ກ້ອງເປັນສ່ວນສຳຄັນສຳລັບຫຼາຍຄົນທີ່ມັກຖ່າຍຮູບ ໂດຍສະເພາະຖ່າຍເຊວຟີ ( Selfie ) ຫາກເປັນຄົນທີ່ມັກຖ່າຍ Selfie ກໍໃຫ້ເລືອກມືຖືທີ່ມີຄວາມລະອຽດຂອງກ້ອງໜ້າສູງ ຫຼື ຫາກເປັນຄົນທີ່ມັກຖ່າຍວິວ ແລະ ຖ່າຍຄົນອື່ນ ກໍໃຫ້ເລືອກຄວາມລະອຽດກ້ອງຫຼັງທີ່ສູງ, ເຊັນເຊີ ( Sensor ) ຂະໜາດໃຫຍ່, ຮູຮັບແສງກວ້າງ ເພື່ອສາມາດທີ່ຈະຖ່າຍຮູບໃນສະຖານທີ່ໆມີແສງໜ້ອຍໄດ້ດີ.

( ທີ່ມາ: www.ict.co.th ) [ ໂດຍ: ສົມສະຫວິນ ]