ເມືອງໄຊພູທອງຜະລິດເຂົ້ານາປີບໍ່ຮອດເປົ້າ ເຮັດໄດ້ພຽງ 91% ສາເຫດຍ້ອນຝົນໜ້ອຍ

157

ທ່ານ ບຸນມາ ເທບພູໄຊ ຫົວໜ້າຫ້ອງການກະສິກໍາ-ປ່າໄມ້ ເມືອງໄຊພູທອງ ແຂວງສະຫວັນນເຂດ ໄດ້ຂື້ນລາຍງານໃຫ້ຮູ້ຫວ່າງບໍ່ດົນມານີ້ວ່າ: ການຜະລິດກະສິກໍາຢູ່ເມືອງໄຊພູທອງ ເຫັນວ່າຝົນໄດ້ຕົກກະແຈກກະຈາຍເລັກນ້ອຍເຮັດໃຫ້ຫຼາຍບ້ານພາຍໃນເມືອງທຳການຜະລິດບໍ່ໄດ້ດີເທົ່າທີ່ຄວນ, ຂະບວນການຜະລິດໄດ້ຫັນປ່ຽນຮູບແບບການຜະລິດຈາກນາທີ່ເຄີຍດຳຫັນມາເຮັດນາຢອດ ແລະ ນາຫວ່ານຈຳນວນຫຼວງຫຼາຍ ທົ່ວເມືອງສາມາດຜະລິດນາປີໄດ້ທັງໝົດ 12.859 ເຮັກຕາ, ທຽບໃສ່ແຜນການປີ ປະຕິບັດໄດ້ 91,14%(ແຜນການ 14.109 ເຮັກຕາ).

ດ້ານການປູກພືດລະດູຝົນ ປະຕິບັດໄດ້ 749 ເຮັກຕາ ເທົ່າກັບ 68,24% ຂອງເນື້ອທີ່ ແຜນການປີ(ແຜນການ 1.098 ເຮັກຕາ), ຂະຫຍາຍເນື້ອທີ່ນາໄດ້ 55,7 ເຮັກຕາ ເທົ່າກັບ 29,02% ຂອງແຜນການ(ແຜນ 191ເຮັກຕາ) ຄຽງຄູ່ກັນນັ້ນ ການຜະລິດເປັນສິນຄ້າປ້ອນຕະຫຼາດພາຍໃນ ແລະ ຕ່າງປະເທດ ໂດຍສະເພາະ ມັນຕົ້ນໄດ້ 16.524 ໂຕນ, ຖົ່ວດິນ 114ໂຕນ, ສາລີຫວານ 1.575 ໂຕນ, ໝາກເຜັດ 161 ໂຕນ, ຢາງພາລາ 2.616ໂຕນ ແລະ ພືດຜັກຕ່າງໆ 1.474ໂຕນ, ສາມາດສ້າງລາຍຮັບໄດ້ທັງໝົດ 23,775 ຕື້ກີບ ທຽບໃສ່ປີຜ່ານມາ ຫຼຸດ 0,11 %.

ພາບປະກອບຂ່າວເທົ່ານັ້ນ

ສ່ວນວຽກງານລ້ຽງສັດ ແລະ ການປະມົງ ສາມາດຕອບສະໜອງຊີ້ນ ແລະ ປາ ໄດ້ 3.210 ໂຕນ, ທຽບໃສປີຜ່ານມາ ເພີ່ມຂື້ນ 78,17 ໂຕນ ໃນນີ້ ຊີ້ນປະເພດຕ່າງໆ ເຊັ່ນ (ຊີ້ນງົວ, ຄວາຍ, ຊີ້ນໝູ, ຊີ້ນແບ້ ແລະ ສັດປີກ) ໄດ້ 2.365 ໂຕນ, ຊີ້ນປາ (ປາທໍາມະຊາດ ແລະ ສັດນໍ້າຕ່າງໆ) 844 ໂຕນ, ສະເລ່ຍໃສ່ຫົວຄົນໄດ້ 69,68 ກິໂລ/ຄົນ/11 ເດືອນ ພິເສດ ເມືອງໄຊພູທອງພວກເຮົາສາມາດຊຸກຍູ້ການລ້ຽງສັດແບບເປັນຟາມ ໄດ້ທັງໝົດ 7 ຟາມ ໃນນັ້ນ: ມີຟາມລ້ຽງງົວ 3 ແຫ່ງ, ຟາມລ້ຽງໝູ ພັນຊີ້ນ 1 ແຫ່ງ, ຟາມລ້ຽງໄກ່ 1 ແຫ່ງ, ຟາມໄກ່ຕີ 2 ແຫ່ງ, ປອຍປາລົງສູ່ແມ່ນ້ຳ ແລະ ໜອງລວມຂອງບ້ານໄດ້ທັງໝົດປະມານ 3.379.800 ໂຕເທົ່າກັບ 101,76% ຂອງແຜນການປີ (ແຜນການ 3.321.162 ໂຕ).

ຂໍ້ມູນຈາກ: Media Laos