ເຈດີບີ ຈັບມື ທພລ ລົງນາມການຮ່ວມມືທາງດ້ານທຸລະກິດ

263

ທະນາຄານຮ່ວມພັດທະນາ ( ເຈດີບີ ) ຮ່ວມກັບທະ ນາຄານ ພັດທະນາລາວ ( ທພລ ) ເຊັນສັນຍາ ວ່າດ້ວຍການຮ່ວມມືທາງດ້ານທຸລະກິດ ເພື່ອສ້າງຄວາມສະດວກສະບາຍໃຫ້ລູກຄ້າທັງສອງທະນາຄານ ໂດຍສະເພາະການນໍາໃຊ້ຜະລິດຕະພັນຕ່າງໆ ແລະ ຂະຫຍາຍຕານ່າງການບໍລິການໃຫ້ກວ້າງຂວາງຍິ່ງຂຶ້ນ.

ຄຽງຄູ່ກັນນັ້ນ, ທະນາຄານຮ່ວມພັດທະນາ ຈະສະໜອງເຄື່ອງຮູດບັດ EDC ໃຫ້ທະນາຄານພັດທະນາລາວເພື່ອຮັບບັດ ATM, VISA, MasterCard ແລະ ອື່ນໆ. ນອກຈາກນັ້ນ, ຍັງສາມາດປ່ອຍເງິນກູ້ຮ່ວມກັນໄດ້ ແລະ ການບໍລິການອື່ນໆອີກ ເພື່ອສ້າງຜົນປະໂຫຍດສູງສຸດໃຫ້ແກ່ລູກຄ້າ ທັງເປັນການສ້າງຂະບວນການ ແລະ ສ້າງຜົນງານຕ້ອນຮັບກອງປະຊຸມໃຫຍ່ຂອງອົງຄະນະພັກ ທະນາຄານແຫ່ງ ສປປ ລາວ ຕື່ມອີກ.

ປັດຈຸບັນທະນາຄານຮ່ວມພັດທະນາ ໄດ້ຮ່ວມມືກັບຫຼາຍອົງກອນ ແລະ ຫຼາຍບໍລິສັດ ເພື່ອບໍລິການດ້ານການເງິນທີ່ຄົບວົງຈອນໃຫ້ກັບລູກຄ້າທຸກລະດັບຢ່າງເທົ່າທຽມກັນ, ປະຕິບັດນະໂຍບາຍຕ່າງຝ່າຍຕ່າງມີຜົນປະໂຫຍດຕາມຄໍາຂວັນທີ່ວ່າ: “ ເຕີບໃຫຍ່ໄປພ້ອມກັນ ”.

ພິທີເຊັນສັນຍາວ່າດ້ວຍການຮ່ວມມືທາງດ້ານທຸລະກິດ ໄດ້ຈັດຂຶ້ນໃນວັນທີ 3 ກັນຍາ 2020 ທີ່ສໍານັກງານໃຫຍ່ທະນາຄານຮ່ວມພັດທະນາ ເຊິ່ງເປັນການລົງນາມຮ່ວມກັນລະຫວ່າງ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ກັບ ທ່ານ ອາຄົມ ປຣະເສີດ ຜູ້ອໍານວຍການໃຫຍ່ທະນາຄານພັດທະນາລາວ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ, ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງທະນາຄານ ແຫ່ງ ສປປ ລາວ, ທ່ານ ສົມປະດິດ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ, ພ້ອມດ້ວຍຜູ້ຕາງໜ້າຈາກ ບໍລິສັດ LAPNet, ບັນດາຄະນະຜູ້ບໍລິຫານ ແລະ ວິຊາການທັງສອງຝ່າຍເຂົ້າຮ່ວມຢ່າງພ້ອມພຽງ.