ເຂື່ອນຫ້ວຍລໍາພັນຕອນລຸ່ມຄືບໜ້າແລ້ວ 96% ພ້ອມກຽມທົດລອງຜະລິດກະແສໄຟຟ້າທ້າຍປີນີ້

139

ໃນວັນທີ 3 ກັນຍາ 2020 ທີ່ຜ່ານມາ ລັດວິສາຫະກິດໄຟຟ້າລາວ, ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລຳພັນຕອນລຸ່ມ ຮ່ວມກັບບໍລິສັດ ຊາຍນາ ເກີໂຈບາ ກຼຸບ (CHINA GEZHOUBA GROUP CO.LTD) ຈັດພິທີກັກເກັບນໍ້າທີ່ອ່າງເກັບນໍ້າຂອງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ໂດຍມີທ່ານ ຄໍາແສນ ພະສະ ແຫວງ ຮອງຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງເຊກອງ, ທ່ານ ພອນເພັດ ເພັດຕະກຸນ ຜູ້ອໍານວຍການໃຫຍ່ບໍລິສັດ ຫ້ວຍລໍາພັນ ພາວເວີ ຈໍາກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ບຸນໂຮມ ຜິວລາລິນ ຫົວໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ກ່າວວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ເປັນໂຄງການໜຶ່ງທີ່ມີຄວາມສໍາຄັນ ແລະເປັນສ່ວນໜຶ່ງໃນການຍົກລະດັບການຮ່ວມມືຂອງສອງລັດຖະບານຄື ລັດຖະບານແຫ່ງ ສປປ ລາວ ແລະລັດຖະບານ ສປ ຈີນ ທີ່ມີມາແຕ່ດົນນານ ແລະເປັນພື້ນຖານໂຄງລ່າງທາງດ້ານເສດຖະກິດທີ່ໜັກແໜ້ນ ແລະຍືນຍົງຂອງປະເທດເຮົາໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວເຮົາ.

ເວົ້າລວມ ເວົ້າສະເພາະແມ່ນແຂວງເຊກອງ ໂດຍການຈັດພິທີກັກເກັບນໍ້າກຽມສູ່ການຜະລິດກະແສໄຟຟ້ານັ້ນ ໝາຍເຖິງການຢັ້ງຢືນເຖິງຜົນສຳເລັດທີ່ສາມາດບັນລຸໄດ້ເຊັ່ນ: ຜົນສໍາການກໍ່ສ້າງອຸໂມງສົ່ງນໍ້າ, ອຸໂມງອ່ວຍນໍ້າ, ທໍ່ສົ່ງນໍ້າເຂົ້າຫາເຄື່ອງຈັກປັ່ນກະແສໄຟ, ເຮືອນຈັກ, ສາຍສົ່ງ, ປະຕູລະບາຍນໍ້າລົ້ນ ແລະຄາດວ່າປະມານ 55 ວັນນັບຈາກນີ້, ນໍ້າກໍຈະຂຶ້ນຮອດລະດັບ 187.

ຫຼັງຈາກນັ້ນ ກໍຈະໄດ້ຢຸດລະດັບໄວ້ຊົ່ວຄາວ ເພື່ອຕິດຕາມ ແລະກວດກາຄືນທາງດ້ານເຕັກນິກອີກເທື່ອໜຶ່ງ ແລ້ວຈະສືບຕໍ່ກັກເກັບນໍ້າໃຫ້ໄດ້ຕາມແຜນໃນລະດັບ 198 ຫຼັງຈາກນັ້ນ ກໍ່ຈະໄດ້ສືບຕໍ່ກວດກາອີກເທື່ອໜຶ່ງ, ຖ້າຫາກຜົນຂອງການຕິດຕາມກວດກາມີຜົນຫຍັງຜິດປົກກະຕິ ກໍ່ຈະໄດ້ທົດລອງການແລ່ນຈັກທົດລອງຜະລິດກະແສໄຟຟ້າໃນທ້າຍເດືອນພະຈິກປີ 2020 ນີ້.

ຂະນະດຽວກັນ ທ່ານ ຄໍາແສນ ພະສະແຫວງ ກ່າວວ່າ: ໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ແມ່ນໜຶ່ງໃນບັນດາໂຄງການບຸລິມະສິດອັນສຳຄັນຂອງລັດຖະບານ ກໍ່ຄືແຂວງເຊກອງ ແລະຈະເປັນການປະກອບສ່ວນຕໍ່ການພັດທະນາ ສປປ ລາວ ກໍ່ຄືແຂວງເຊກອງ ໃຫ້ກ້າວໜ້າຂຶ້ນກວ່າເກົ່າ ພ້ອມເຊື່ອໝັ້ນວ່າ ໂຄງການນີ້ ຈະເປັນສ່ວນທີ່ຊ່ວຍສ້າງພື້ນຖານເສດຖະກິດທີ່ເຂັ້ມແຂງສໍາລັບການພັດທະນາແບບຍືນຍົງຂອງ ສປປ ລາວ ກໍຄືແຂວງເຊກອງ ໃນການຫຼຸດພົ້ນອອກຈາກປະເທດທີ່ດ້ອຍພັດທະນາເທື່ອລະກ້າວ.

ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ຕັ້ງຢູ່ບ້ານລະວີລໍາພັນເມືອງລະມາມ, ມີກໍາລັງຕິດຕັ້ງ 15 ເມກາວັດ, ມີເຄື່ອງປັ່ນໄຟ 2 ໜ່ວຍ, ສາມາດຜະລິດກະແສໄຟຟ້າໄດ້ 68,31 ລ້ານກິໂລວັດໂມງຕໍ່ປີ ເຊິ່ງຕົວເຂື່ອນ (Dam) ຍາວ 492 ແມັດ, ສູງ 55 ແມັດ; ປັດຈຸບັນການກໍ່ສ້າງເຂື່ອນດັ່ງກ່າວແມ່ນສໍາເລັດຫຼາຍກວ່າ 96% ໂດຍແມ່ນບໍລິສັດ ຊາຍນາ ເກີໂຈບາ ກຼຸບ ຈໍາກັດ ຈາກ ສປ ຈີນ ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 48,23 ລ້ານໂດລາສະຫະລັດ ແລະ ມີກໍານົດການກໍ່ສ້າງ 36 ເດືອນໃຫ້ສໍາເລັດ.

ຂໍ້ມູນຈາກ: ຂ່າວເຊກອງ