ກຳນົດ 5 ແຜນງານ 22 ວຽກຈຸດສຸມ ເພື່ອພັດທະນາແມ່ ແລະ ເດັກ

167

ຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ແມ່ – ເດັກ ( ຄຊກມດ ) ໄດ້ຈັດກອງປະຊຸມປຶກສາຫາລືກັບຜູ້ໃຫ້ທຶນ ຮ່າງແຜນດຳເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III ( 2011 – 2025 ) ຂຶ້ນໃນວັນທີ 4 ກັນຍາ 2020 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ບັນດິດ ປະທຸມວັນ ຮອງປະທານ ຄຊກມດ; ມີ ທ່ານ ນາງ ບີອາເຕ້ ດຣັດ ເທສວ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດສໍາລັບເດັກ ( ຢູນິເຊັບ ) ປະຈໍາ ສປປ ລາວ, ບັນດາທ່ານຮອງລັດຖະມົນຕີ, ຜູ້ຕາງໜ້າຈາກບັນດາສະຖານທູດ, ອົງການສະຫະປະຊາຊາດ, ອົງການຈັດຕັ້ງບໍ່ສັງກັດລັດຖະບານ, ສະມາຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບັນດິດ ປະທຸມວັນ ກ່າວວ່າ: ກອງປະຊຸມປຶກສາຫາລືຮ່າງແຜນດໍາເນີນງານຄັ້ງນີ້ ທຸກພາກສ່ວນໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ວຽກພັດທະນາເດັກໃນ ສປປ ລາວ ກໍຄືການພັດທະນາຄົນຮຸ່ນປີ 2030 ລວມທັງການອໍານວຍຄວາມສະດວກ ໂດຍສະເພາະອົງການຢູນິເຊັບ, ອົງການຊາຍຝັນ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານໃນວຽກແມ່ ແລະ ເດັກ ຕະຫຼອດມາ.

ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ II ( 2016 – 2020 ) ປະກອບມີ 5 ແຜນງານໃຫຍ່ທີ່ພວມຈັດຕັ້ງປະຕິບັດໃນທ້າຍສະໄໝ ເຫັນວ່າມີຫຼາຍຜົນສຳເລັດ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານເປັນຕົ້ນ ຂອດການປະສານງານ, ການສະໜອງງົບປະມານເຂົ້າໃນວຽກແມ່ ແລະ ເດັກ ແລະ ຄວາມເຂັ້ມແຂງຂອງກົງຈັກເສນາທິການແຕ່ລະຂັ້ນ ເຊິ່ງເປັນສິ່ງທ້າທາຍຕໍ່ຜົນສໍາເລັດຂອງວຽກແມ່ ແລະ ເດັກ ໂດຍອີງໃສ່ຜົນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ II, ຂໍ້ສະເໜີແນະຂອງຄະນະກຳມະການສິດທິເດັກຕໍ່ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກຢູ່ ສປປ ລາວ, ທ່ານ ນາງ ບັນດິດ ປະທຸມວັນ ກ່າວ.

ທ່ານກ່າວຕື່ມວ່າ: ຮ່າງແຜນດຳເນີນງານແຫ່ງຊາດເພື່ອ ແມ່ ແລະ ເດັກ 5 ປີ ຄັ້ງທີ III ( 2021 – 2025 ) ໃນເບື້ອງຕົ້ນ ປະກອບມີ 3 ພາກໃຫຍ່, 4 ແຜນງານ ແລະ 14 ແຜນວຽກຈຸດສຸມໃຫຍ່ທີ່ໄດ້ນໍາສະເໜີຜ່ານກອງປະຊຸມຄົບຄະນະ ຄຊກມດ ໃນເດືອນກໍລະກົດຜ່ານມາ ເຊິ່ງບັນດາແຂວງກໍໄດ້ປະກອບຄໍາຄິດເຫັນໄດ້ປັບປຸງຄືນ ແລະ ຜ່ານການປຶກສາຫາລືກັບທຸກພາກສ່ວນທີ່ກ່ຽວຂ້ອງແມ່ນເຫັນດີເປັນເອກະພາບ ໃຫ້ເລີ່ມແຜນງານແກ້ໄຂ ຄວາມທຸກຍາກຂອງເດັກໃນຫຼາຍມິຕິຢູ່ ສປປ ລາວ ເຂົ້າເປັນແຜນງານທີ 5 ເຮັດໃຫ້ແຜນດໍາເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III ສະບັບສຸດທ້າຍນີ້ແມ່ນປະກອບມີ 5 ແຜນງານ ແລະ 22 ແຜນວຽກຈຸດສຸມໃຫຍ່, ໃນການລົງທຶນໃສ່ການພັດທະນາເດັກລາວບັນດາເຜົ່າທີ່ມີອາຍຸຕໍ່າກວ່າ 18 ປີ ຈໍານວນ 2.504.567 ຄົນ.

ທ່ານ ນາງ ບີອາເຕ້ ດຣັດ ເທສວ ກ່າວວ່າ: ການປຶກສາຫາລືຮ່ວມກັນໃນການຮ່າງແຜນດຳເນີນງານແຫ່ງຊາດເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ III ນີ້ຂ້ອນຂ້າງຍາວ ເຊິ່ງພວກເຮົາໄດ້ຖອດຖອນບົດຮຽນມາຈາກແຜນດຳເນີນງານ ຄັ້ງທີ II ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາ ແມ່ນມີຜົນສຳເລັດຫຼາຍຢ່າງທີ່ຍາດມາໄດ້ຢູ່ໃນບັນດາຄວາມຄືບໜ້າຂອງຕົວຊີ້ວັດ ໂດຍສະເພາະການຈັດຕັ້ງປະຕິບັດການບໍລິການທາງດ້ານສຸຂະພາບຂອງແມ່ ແລະ ເດັກ ພ້ອມທັງດ້ານສຸຂະນາໄມ, ສຸຂະພິບານ ເຮັດໃຫ້ເດັກນ້ອຍຈຳນວນຫຼາຍເຂົ້າເຖິງການປົກປ້ອງທາງສັງຄົມ ເຊິ່ງທັງໝົດແມ່ນເປັນຜົນມາຈາກການມີສ່ວນຮ່ວມຈາກທຸກພາກສ່ວນ ແລະ ຜົນສຳເລັດດັ່ງກ່າວເປັນຄວາມໝາຍໝັ້ນຂອງລັດຖະບານແຫ່ງ ສປປ ລາວ.