ໃຜລ້ຽງກົບຕ້ອງຮູ້ ວິທີປິ່ນປົວ 3 ພະຍາດທີ່ມັກເກີດຂຶ້ນ

582

ການລ້ຽງສັດ ແລະ ປູກຝັງຖືເປັນອາຊີບຫຼັກຂອງປະຊາຊົນລາວເຮົາ ແລະ ໃນໄລຍະລະດູຝົນແບບນີ້ປະຊາຊົນກໍມັກລ້ຽງປາ – ກົບ. ສະນັ້ນ, ຄໍລຳກະສິກຳມື້ນີ້ ຈະນຳຄວາມຮູ້ພະຍາດບາງຊະນິດຂອງກົບ ເພື່ອໃຫ້ຜູ້ລ້ຽງໄດ້ຮູ້ ຫຼື ເອົາໄປປັບໃຊ້.
1. ພະຍາດໄຂ້ຂາແດງ ເກີດຈາກເຊື້ອແບັກທີເຣຍ: ອາການກົບຈະເບື່ອອາຫານ, ຊຶມເສົ້າ, ເຄື່ອນໄຫວຊ້າ, ເສຍການຊົງຕົວ, ຜິວໜັງຜິດປົກກະຕິ, ເລືອດອອກຕາມຕົວ ແລະ ມີບາດແຜເກີດຂຶ້ນຕາມຫົວ, ຂາ ແລະ ຢູ່ຂາຂອງກົບເປັນພະຍາດນີ້ຈະມີສີແດງ ພະຍາດໄຂ້ຂາແດງໄລຍະສຸດທ້າຍຈະສັງເກດເຫັນຜື່ນແດງທີ່ກົກຂາ ແລະ ມີອາການທາງປະສາດ.


▶ ດ້ານການປິ່ນປົວ:
– ບໍ່ລ້ຽງຂະໜາດ 3×4 ແມັດ ລະດັບນ້ຳເລິກປະມານ 5 ຊັງຕີແມັດ ໃຊ້ເກືອ 2 ກິໂລກຣາມ ມາລະລາຍນ້ຳແລ້ວເທລົງບໍ່ລ້ຽງ ແຊ່ປະໄວ້ 10 – 15 ນາທີ ຈາກນັ້ນຖ່າຍນ້ຳອອກ.
– ໃຊ້ຢາຕ້ານເຊື້ອ ໄດ້ແກ່: ອອກຊີເຕຕຣາໄຊຄຼິນ ຫຼື ຊັນຟາໄຕຣເມດໂທຣພຣິມ ລົງໄປໃນບໍ່ ໃນອັດຕາ 0,5 ກຣາມ/ກົບ 10 ກິໂລກຣາມ.
2. ພະຍາດທີ່ເກີດຈາກໂປຣໂຕຊົວ: ອາການກົບທີ່ເປັນພະຍາດນີ້ຈະບໍ່ຄ່ອຍກິນອາຫານ, ຈ່ອຍ ຖ້າເປັນຕິດຕໍ່ກັນເປັນເວລາດົນກໍຈະເຮັດໃຫ້ກົບຕາຍໄດ້.


▶ ການປິ່ນປົວ: ໃຊ້ຢາຕ້ານເຊື້ອເມໂຕຣນີດາໂຊນ ປະສົມອາຫານໃຫ້ກິນໃນອັດຕາ 3 – 5 ກຣາມ/ອາຫານ 1 ກິໂລ ກຣາມໃຫ້ກິນຕິດຕໍ່ກັນ 3 ວັນ, ຈາກນັ້ນເວັ້ນໄລຍະໄປ 3 – 4 ວັນ ແລ້ວຈຶ່ງໃຫ້ຢາຊ້ຳອີກ 2 – 3 ຄັ້ງ ຫຼື ຈົນກວ່າຈະມີອາການດີຂຶ້ນ ແລະ ກິນອາຫານປົກກະຕິ.
3. ພະຍາດຜິວໜັງກົບເປັນບາດແຜ: ມີສາເຫດມາຈາກການກັດການເຮັດໃຫ້ເປັນບາດແຜ ແລະ ເກີດການຕິດເຊື້ອພາຍນອກ.


▶ ການປິ່ນປົວ:
– ບໍ່ລ້ຽງຂະໜາດ 3×4 ແມັດ ລະດັບນ້ຳເລິກປະມານ 5 ຊັງຕີແມັດ ໃຊ້ເກືອ 2 ກິໂລກຣາມ ມາລະລາຍນ້ຳແລ້ວເທລົງບໍ່ລ້ຽງ ແຊ່ປະໄວ້ 10 – 15 ນາທີ ຈາກນັ້ນຖ່າຍນ້ຳອອກ
– ໃຊ້ຢາຕ້ານເຊື້ອອາໄຄລ ຟລາວິນ ຫຼື ອອກຊີເຕຕຣາໄຊຄຼິນລົງໄປໃນບໍ່ ໃນອັດຕາ 0,5 ກຣາມ/ກົບ 10 ກິໂລກຣາມ ດົນ 7 ວັນ.