ແຈ້ງການ ປິດນໍ້າໃຜຢູ່ໄຊເສດຖາ, ຈັນທະບູລີ ແລະສີໂຄດກຽມໂຕ່ງໄວ້

111

ລັດວິສາຫະກິດນ້ໍາປະປານະຄອນຫຼວງໄດ້ອອກແຈ້ງການ ສະບັບເລກທີ 1034/ນປນຕ ລົງວັນທີ 31 ສິງຫາ 2020 ຈະມີການປິດນ້ຳ ເພື່ອດໍາເນີນການສ້ອມແປງນ້ຳຮົ່ວ ແລະ ປ່ຽນຖ່າຍປະຕູນ້ໍາ 2 ຈຸດ ດັ່ງນັ້ນຈຶ່ງຂໍແຈ້ງມາເຖິງ ພະນັກງານ, ທະຫານ, ຕໍາຫຼວດ, ພໍ່ແມ່ປະຊາຊົນ ແລະ ຫົວຫນ່ວຍທຸລະກິດ ທີ່ຊົມໃຊ້ນ້ໍາປະປາ ໃນບາງເຂດຂອງເມືອງໄຊເສດຖາ, ເມືອງຈັນທະບູລີ ແລະ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ໃຫ້ຊາບວ່າໃນໄລຍະທີ່ດໍາເນີນການສ້ອມແປງ ຢູ່ 2 ຈຸດ ຄື:

  • ຈຸດທີ 1: ສ້ອມແປງທໍ່ນ້ໍາຮົ່ວ ຂະຫນາດ 500 DIP ຢູ່ບ້ານໂພນຕ້ອງສະຫວາດ ຮ່ອມ 20 ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ; ເຊິ່ງຈະສົ່ງຜົນໃຫ້ແຮງດັນນ້ໍາບໍ່ເປັນປົກກະຕິ ໃນຂອບເຂດບ້ານໂພນຕ້ອງສະຫວາດ, ບ້ານໜອງທາໃຕ້, ບ້ານໂພນຕ້ອງຈອມມະນີ, ບ້ານດອນແດງ ແລະ ບ້ານໜອງທາເຫນືອ ເມືອງຈັນທະບູລີ; ບ້ານໂພນພະເນົາ, ບ້ານຈອມມະນີ, ບ້ານໂພນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

  • ຈຸດທີ 2: ສ້ອມແປງປ່ຽນຖ່າຍປະຕູນ້ໍາ ຂະຫນາດ 150 ຈໍານວນ 3 ໂຕ ແລະ ຂະໜາດ 250 ຈໍານວນ 1 ໂຕ ຢູ່ອ່າງເກັບນ້ໍາໃຕ້ດິນ ໜອງແຕ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ; ເຊິ່ງຈະສົ່ງຜົນໃຫ້ແຮງຕົ້ນນ້ໍາບໍ່ເປັນ ປົກກະຕິ ໃນຂອບເຂດບ້ານໜອງແຕ່ງເໜືອ, ບ້ານໜອງແຕ່ງໃຕ້, ບ້ານຈັນສະຫ່ວາງ, ບ້ານຈໍາປາ ແລະ ບ້ານວຽງຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ຈຶ່ງແຈ້ງໃຫ້ຜູ້ຊົມໃຊ້ນ້ໍາໃນຂອບເຂດບ້ານດັ່ງກ່າວ ຈົ່ງກະກຽມໂຕ່ງນ້ໍາ ແລະ ກັກເກັບນ້ໍາໄວ້ຊົມໃຊ້ໃຫ້ພຽງພໍ ໃນຊ່ວງໄລຍະເວລາທີ່ໄດ້ກໍານົດໄວ້. ເຊິ່ງຈະໄດ້ມີການດຳເນີນການສ້ອມແປງ ໃນວັນພະຫັດ ທີ 3 ກັນຍາ 2020 ຕັ້ງແຕ່ເວລາ 9:00 ໂມງ ຫາ 16:00 ໂມງ. ຂໍ້ມູນເພີ່ມຕື່ມ ໂທ: 1169 ຕະຫຼອດ 24 ຊົ່ວໂມງ.