ນັກທຸລະກິດ 2 ທ່ານ ຈົກເງິນສ້າງທາງຄອນກຣີດ ໃຫ້ບ້ານດົງເຫັນ

192

ວັນທີ 29 ສິງຫາ 2020 ນີ້ທີ່ບ້ານດົງເຫັນ ເມືອງອາດສະພັງທອງ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ – ຮັບ ແລະ ເປີດນໍາໃຊ້ເສັ້ນທາງປູເບຕົງເສີມເຫຼັກບ້ານດົງເຫັນຢ່າງເປັນທາງການ. ເຂົ້າຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີທ່ານ ສາຍສະໝອນ ກວານເມືອງຈັນ ຜູ້ອໍານວຍການການເງິນຈຸລະພາກທີ່ຮັບເງິນຝາກສາຍໄຍສໍາພັນ ພ້ອມດ້ວຍທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ, ນໍ້າກ້ອນປາໂລມາຄໍາ ຜູ້ປະກອບສ່ວນກໍ່ສ້າງເສັ້ນທາງ. ນອກນັ້ນ, ມີການນໍາຂັ້ນເມືອງຕະຫຼອດຮອດປະຊາຊົນເຂົ້າຮ່ວມ.

ທ່ານ ຈັນທະບານ ຄໍາມະຫາລາດ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງອາດສະພັງທອງ ກ່າວວ່າ: ເສັ້ນທາງດັ່ງກ່າວແມ່ນເປັນໂຄງການບຸລິມະສິດຂອງເມືອງ ນອນຢູ່ໃນແຜນຍຸດທະສາດກໍຄືແຜນພັດທະນາເສດຖະກິດ – ສັງຄົມຂອງກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ ແຕ່ປີ 2020 – 2024 ຍ້ອນໄດ້ຮັບຄວາມສໍາຄັນຂອງເສັ້ນທາງໃນເທສະບານເມືອງ ( ໂດຍສະເພາະບ້ານດົງເຫັນ ).

ການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກໄລຍະທີ 1 ແມ່ນມີແຜນສ້າງຈໍານວນ 3 ເສັ້ນ ຄື: ເສັ້ນທີ 1 ແມ່ນເລີ່ມແຕ່ແຍກເຕົາດິນຈີ່ຫາຕະຫຼາດ ລວງຍາວ 315 ແມັດ ມູນຄ່າ 297 ລ້ານກີບ; ເສັ້ນທີ 2 ແມ່ນຕໍ່ຈາກຮ່ອມເລກທີ 9 ແຈຕະຫຼາດຫາຫ້ອງການບ້ານ ລວງຍາວ 170 ແມັດ ມູນຄ່າ 170 ລ້ານກີບ, ເສັ້ນທາງສອງເສັ້ນນີ້ແມ່ນໄດ້ຮັບທຶນກໍ່ສ້າງຈາກ ທ່ານ ສາຍສະໝອນ ກວານເມືອງຈັນ ຜູ້ອໍານວຍການການເງິນຈຸລະພາກທີ່ຮັບເງິນຝາກສາຍໄຍສໍາພັນ.

ເສັ້ນທີ 3 ແມ່ນຕໍ່ຈາກທາງເລກ 9 ຂ້າງເດີ່ນບານ ( ເສັ້ນເຕົາດິນຈີ່ ) ລວງຍາວ 70 ແມັດ ມູນຄ່າ 47 ລ້ານກີບ ແມ່ນໄດ້ຮັບທຶນກໍ່ສ້າງຈາກ ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານນໍ້າດື່ມ, ນໍ້າກ້ອນປາໂລມາຄໍາ.

ລວມລວງຍາວຂອງເສັ້ນທາງທັງໝົດ 555 ແມັດ ເຊິ່ງເລີ່ມລົງມືກໍ່ສ້າງແຕ່ຕົ້ນເດືອນພຶດສະພາ ຮອດທ້າຍເດືອນກໍລະກົດ 2020 ແມ່ນໄດ້ສໍາເລັດ ຄິດເປັນມູນຄ່າ 514 ລ້ານກວ່າກີບ.

ສໍາລັບເສັ້ນທາງແມ່ນມີໜ້າທາງກວ້າງ 5 ແມັດ, ໜາ 15 ຊັງຕີແມັດ, ປະກອບມີບ່າທາງກວ້າງສະເລ່ຍ 20 – 30 ຊັງຕີແມັດ, ຮ່ອງລະບາຍນໍ້າກວ້າງ 30 – 40 ຊັງຕີແມັດ, ເລິກ 30 – 40 ຊັງຕີແມັດ, ກໍ່ສ້າງດ້ວຍເບຕົງທາງຮັບນໍ້າໜັກໄດ້ 7 ໂຕນ.