ຜັກຕ້ານຫວັດທີ່ທ່ານຕ້ອງມີໄວ້ຕິດບ້ານ

189

ຖ້າຫາກຄິດຮອດອາຫານທີ່ຊ່ວຍຕ້ານຫວັດໄດ້ ຫຼາຍໆຄົນຄົງຄຶດເຖິງພວກໝາກໄມ້ຕະກູນໝາກກ້ຽງ ໝາກນາວ ທີ່ເຮົາຮູ້ກັນດີຢູ່ແລ້ວວ່າ ມັກຈະມີລົດຊາດສົ້ມ ແລະ ອຸດົມໄປດ້ວຍວິຕາມິນຊີ ແຕ່ຮູ້ ຫຼື ບໍ່ວ່າ ພວກຜັກທັ້ງຫຼາຍທີ່ບໍ່ໄດ້ມີລົດຊາດສົ້ມກໍມີລິດຕ້ານຫວັດໄດ້ຄືກັນ.

ກະທຽມ

ກະທຽມເປັນຫຼາຍກວ່າຜັກຫົວທີ່ໃຫ້ກິ່ນຫອມ ຊວນຮັບປະທານ ແລະ ລົດຊາດ ເພາະງານວິໄຈຫຼາຍສະບັບພົບວ່າກະທຽມມີຄວາມສາມາດໃນການຫຼຸດອາການຫວັດ ແລະ ປ້ອງກັນພະຍາດໄຂ້ຫວັດໄດ້ ເນື່ອງຈາກກະທຽມເຕັມໄປດ້ວຍສານ (Allicin) ເຊິ່ງກະຕຸ້ນການເຮັດວຽກຂອງລະບົບພູມຄຸ້ມກັນຂອງຮ່າງກາຍທີ່ເຮັດວຽກບົກພ່ອງ ບໍ່ວ່າຈະເກີດຈາກການກິນອາຫານທີ່ບໍ່ສົມດຸນ ຫຼື ອາຍຸທີ່ຫຼາຍຂຶ້ນສົ່ງຜົນໃຫ້ຮ່າງກາຍເສື່ອມ ສານໂຕນີ້ໃນກະທຽມກໍ່ເອົາຢູ່ ຊ່ວຍຟື້ນຟູໃຫ້ລະບົບພູມຄຸ້ມກັນສາມາດເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ ເມື່ອກິນເປັນປະຈຳຢ່າງຕໍ່ເນື່ອງ.

ກະຣົດ

ກະຣົດເປັນຜັກສີສົ້ມ ສົດໃສທີ່ອຸດົມໄປດ້ວຍສານເບຕ້າແຄໂຣທີນ (Beta Carotene)ເຊິ່ງເບຕ້າແຄໂຣທີນຈະມີໜ້າທີ່ສະໜັບສະໜຸນໃນການເຮັດວຽກຂອງເຍື່ອເມືອກບຸຜິວ (Mucous Membranes) ຫຼື ເນື້ອເຍື່ອທີ່ຢູ່ຕາມຊ່ອງປາກ, ໂພງດັງ, ລຳໃສ້, ກະເພາະອາຫານ ແລະ ສ່ວນອື່ນໆ ຂອງຮ່າງກາຍໃຫ້ແຂງແຮງ ເຊິ່ງບໍ່ໃຫ້ເຊື້ອພະຍາດ ຫຼື ສານພິດຕ່າງໆ ເຂົ້າສູ່ຮ່າງກາຍ ແລະ ກະແສເລືອດໄດ້ງ່າຍ ຈຶ່ງມີສ່ວນຊ່ວຍໃນການປ້ອງກັນຫວັດໄດ້ນັ້ນເອງ.

ກະລ່ຳດອກ

ຜັກກອບ ຫວານແຊບຄືກະລ່ຳດອກແມ່ນມີສານກລູຕ້າໄທໂອນ (Glutathione) ຢູ່ໃນປະລິມານຫຼາຍ ເຊິ່ງສານກລູຕ້າບໍ່ມີພຽງແຕ່ສັບພະຄຸນທາງດ້ານຄວາມງາມທີ່ເຮັດໃຫ້ຂາວ ແຕ່ເປັນສານຕ້ານອະນຸມູນອິດສະຫຼະຊະນິດໜຶ່ງທີ່ຊ່ວຍເພີ່ມລະດັບພູມຄຸ້ມກັນໃນການຕໍ່ສູ້ກັບການຕິດເຊື້ອພະຍາດຕ່າງໆ ລວມໄປເຖິງອາການເປັນຫວັດນຳ ນອກຈາກນັ້ນຍັງມີສານໂຄລີນ (Choline) ເຊິ່ງຊ່ວຍຊັບພອດປະສິດທິພາບການເຮັດວຽກຂອງເຊວໃຫ້ເປັນປົກກະຕິ ມີສ່ວນຊ່ວຍໃຫ້ລະບົບທາງເດີນອາຫານໃນການກັກເກັບແບດທີເຣຍທີ່ຈຳເປັນເອົາໄວ້ໃນຊ່ອງທ້ອງຢ່າງປອດໄພ ແລະ ເຮັດໃຫ້ທ່ານຮູ້ສຶກສະບາຍ ແລະ ອາລົມດີ.