ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ກຽມທົດລອງຜະລິດກະແສໄຟຟ້າ

263

ຜູ້ຮັບຜິດຊອບໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ພ້ອມດ້ວຍຜູ້ຮັບເໝົາກໍ່ສ້າງ ໄດ້ສໍາຫຼວດຄືນຄວາມພ້ອມໃນການກັກເກັບນໍ້າເຂົ້າອ່າງ ເພື່ອກຽມເຂົ້າສູ່ການຜະລິດກະແສໄຟຟ້າ.
ທ່ານ ຫຼິວຢູຢິນ ( Liu YOUYIN ) ຫົວໜ້າໂຄງການຂອງ ບໍລິສັດ ຊາຍນາເກີໂຈບາກຼຸບ ( CHINA GEZHOUBA GROUP CO.LTD ) ຜູ້ຮັບເໝົາກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ໄດ້ລາຍງານວ່າ: ເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມນີ້ ມີທີ່ຕັ້ງຢູ່ບ້ານ ລະວີລໍາພັນ ເມືອງລະມາມ ແຂວງເຊກອງ ເຊິ່ງໂຄງການນີ້ປະກອບມີ 4 ໜ້າວຽກໃຫຍ່ ຄື: ວຽກກໍ່ສ້າງ, ວຽກໄຟຟ້າ – ກົນຈັກ, ວຽກສາຍສົ່ງ ແລະ ວຽກສິ່ງແວດລ້ອມ ໂດຍໂຄງການນີ້ມີກໍາລັງຕິດຕັ້ງ 15 ເມກາວັດ ໂດຍປະກອບມີໜ່ວຍປັ່ນໄຟ 2 ໜ່ວຍ ສາມາດຜະລິດກະແສໄຟຟ້າ ໄດ້ 68,31 ລ້ານກິໂລວັດໂມງຕໍ່ປີ.

ໂຄງການນີ້ຍັງປະກອບມີໜ້າວຽກຍ່ອຍ ຄື: ຕົວເຂື່ອນ ( Dam ) ຍາວ 492 ແມັດ, ສູງ 55 ແມັດ, ສັນເຂື່ອນ ກວ້າງ 5 ແມັດ, ປະເພດຕົວເຂື່ອນເປັນເຂື່ອນດິນໜຽວເນື້ອດຽວ, ລະດັບສັນເຂື່ອນ 202 ແມັດ, ທຽບໃສ່ລະດັບນໍ້າທະເລ; ອຸມົງສົ່ງນໍ້າ ( Headrace Tunnel ); ອຸມົງອວ່າຍນໍ້າ ( Diversion Tunnel ) ຍາວ 255 ແມັດ; ທໍ່ສົ່ງນໍ້າເຂົ້າເຮືອນຈັກ ( Penstock ); ເຮືອນຈັກ ( Powerhouse ); ສາຍສົ່ງ 1 ວົງຈອນ ມີຄວາມຍາວ 10 ກິໂລແມັດ; ການກໍ່ເສັ້ນທາງມີຄວາມຍາວ 10 ກິໂລແມັດ, ເຮືອນພັກຖາວອນຂອງພະນັກງານວິຊາການປະຈໍາເຂື່ອນ 4 ຫຼັງ, ສະໂມສອນ 1 ຫຼັງ, ຫ້ອງການ 1 ຫຼັງ ແລະ ປ້ອມຍາມ 1 ຫຼັງ ໂດຍແມ່ນ ບໍລິສັດ ຊາຍນາເກີໂຈບາ ກຼຸບ ຈໍາກັດ ( CHINA GEZHOUBA GROUP CO.LTD ) ເປັນຜູ້ຮັບເໝົາກໍ່ສ້າງ, ດ້ວຍຮູບແບບການກໍ່ສ້າງ ແບບ EPC Contract, ກໍານົດການກໍ່ສ້າງແມ່ນ 36 ເດືອນ ໃນມູນຄ່າ 48,23 ລ້ານໂດລາສະຫະລັດ.


ທ່ານ ບຸນໂຮມ ຜິວລາລິນ ຫົວໜ້າໂຄງການກໍ່ສ້າງເຂື່ອນໄຟຟ້າຫ້ວຍລໍາພັນຕອນລຸ່ມ ໄດ້ລາຍງານວ່າ: ບັນດາໜ້າວຽກຂອງການກໍ່ສ້າງທັງໝົດ ລວມມີການກໍ່ສ້າງຕົວເຂື່ອນດິນ, ປະຕູສົ່ງຂອງທໍ່ນໍ້າ, ປະຕູລະບາຍນໍ້າລົ້ນ, ເຮືອນຈັກ, ລານໄຟ ແລະ ອື່ນໆ ເຊິ່ງມາຮອດປັດຈຸບັນແມ່ນກໍ່ສ້າງສໍາເລັດເກືອບ 100% ແລ້ວ, ຄາດຄະເນວ່າອາດຈະໄດ້ກັກເກັບນໍ້າເຂົ້າອ່າງໃນມໍ່ໆນີ້ ເພື່ອນໍາໃຊ້ນໍ້າດັ່ງກ່າວເຂົ້າໃນການຜະລິດກະແສໄຟຟ້າໃນຂັ້ນທົດລອງ ແລະ ກ້າວໄປສູ່ການຜະລິດຢ່າງເຕັມຮູບແບບ.