ອີກ 15 ປີ ຂີ້ເຫຍື້ອພລາສຕິກຈະເພີ່ມຂຶ້ນ 600 ລ້ານໂຕນຕໍ່ປີ

370

ການຜະລິດຢາງພລາສຕິກ ເພື່ອນຳໃຊ້ເຂົ້າໃນຊີວິດປະຈຳວັນ ທົ່ວໂລກແມ່ນນັບເພີ່ມຂຶ້ນຄາດວ່າປີ 2035 ຂີ້ເຫຍື້ອ ພລາສຕິກຈະເພີ່ມຂຶ້ນເປັນ 600 ລ້ານໂຕນຕໍ່ປີ. ໃນຂະນະທີ່ ສປປ ລາວ ສະເພາະຢູ່ນະຄອນຫຼວງວຽງຈັນມີຂີ້ເຫຍື້ອເກີດຂຶ້ນປະມານ 600 ໂຕນຕໍ່ວັນ ແລະ ຂີ້ເຫຍື້ອ ພລາສຕິກກວມ 60 ໂຕນ ເຊິ່ງເປັນສິ່ງທ້າທາຍໃນການຈັດເກັບ ແລະ ກະທົບຕໍ່ສິ່ງແວດລ້ອມ.

ເພື່ອແກ້ໄຂບັນຫາດັ່ງກ່າວ ພາກລັດ, ທຸລະກິດ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມຫາລືກ່ຽວກັບສະພາບໃນປັດຈຸບັນ ແລະ ອະນາຄົດຂອງພລາສຕິກໃນ ສປປ ລາວ ຂຶ້ນທີ່ຮ້ານອາຫານຊັນທາຣາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີ ທ່ານ ແກ້ວສຸລິຍາ ພິລາວົງ ຫົວໜ້າກົມຂະບວນການຊາວໜຸ່ມປະຊາຊົນ ປະຕິວັດລາວ, ບັນດາພາກສ່ວນທຸລະກິດຜະລິດນ້ຳດື່ມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສຽວສະຫວາດ ສະແຫວງສຶກສາ ກ່າວວ່າ: ການຈັດກອງປະຊຸມປຶກສາຫາລືໃນຄັ້ງນີ້ ຖືເປັນມິດໝາຍທີ່ສຳຄັນຕໍ່ການພັດທະນາຂອງພາກທຸລະກິດຕໍ່ການສົ່ງເສີມ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ກໍຄືການປົກປັກຮັກສາສິ່ງແວດລ້ອມໃຫ້ແກ່ພາກທຸລະກິດ ແລະ ຊຸມຊົນໃຫ້ມີຄວາມສະອາດ, ບໍ່ມີມົນລະພິດ ແລະ ການເປື້ອນເປິຈາກການພັດທະນາຂອງຂະແໜງອຸດສາຫະກຳທີ່ມີການເຕີບໂຕ ໂດຍສະເພາະການຜະລິດກວດຢາງ ພລາສຕິກ ເພື່ອມາບັນຈຸອາຫານ, ເຄື່ອງດື່ມ ແລະ ບໍລິການໃຫ້ແກ່ຜູ້ບໍລິໂພກເຫັນວ່າມີການຂະຫຍາຍຕົວຢ່າງວ່ອງໄວ. ສິ່ງດັ່ງກ່າວນັ້ນກໍ່ໃຫ້ເກີດມີສິ່ງເສດເຫຼືອໃນຄົວເຮືອນກໍຄືຊຸມຊົນ, ສ້າງມົນລະພິດ ແລະ ສ້າງສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ – ສັງຄົມຕາມທິດສີຂຽວ ແລະ ຍືນຍົງທີ່ພັກ ແລະ ລັດຖະບານໄດ້ວາງອອກ.

ທ່ານ ເຊິດຈ໌ ດຸສຊັນຕຸສເຊ ( Serge Doussantousse ) ຜູ້ອຳນວຍການໂຄງການວຽງຈັນສີຂຽວ ( Green Vientiane ) ກ່າວວ່າ: ການຜະລິດຢາງພລາສຕິກໃນທົ່ວໂລກ ນັບແຕ່ປີ 2014 ມີການຜະລິດ 311 ລ້ານໂຕນຕໍ່ປີ ແລະ ຄາດຄະເນຮອດປີ 2035 ຈະເພີ່ມຂຶ້ນເປັນ 600 ລ້ານໂຕນຕໍ່ປີ. ສະເພາະຢູ່ ສປປ ລາວ ໃນນະຄອນຫຼວງວຽງຈັນ ໄດ້ມີຂີ້ເຫຍື້ອ ເກີດຂຶ້ນປະມານ 600 ໂຕນຕໍ່ມື້. ໃນນັ້ນ, ປະມານ 10% ຫຼື 60 ໂຕນ ແມ່ນເປັນຢາງພລາສຕິກ ເຊິ່ງໃນການບໍລິຫານຈັດການຂີ້ເຫຍື້ອດັ່ງກ່າວສາມາດເກັບມ້ຽນໄດ້ພຽງເຄິ່ງໜຶ່ງ ສ່ວນທີ່ເຫຼືອກໍແມ່ນການຈູດ ແລະ ຖິ້ມຊະຊາຍ ເຊິ່ງມັນໄດ້ສ້າງຜົນກະທົບຕໍ່ສະພາບອາກາດ ແລະ ສິ່ງແວດລ້ອມ.

ການເພີ່ມຂຶ້ນຂອງຂີ້ເຫຍື້ອ ພລາສຕິກໃນແຕ່ລະມື້ນັ້ນ ການລີໄຊເຄິນ ຫຼື ການນຳມາໃຊ້ຄືນແມ່ນມີຈຳກັດ. ສະນັ້ນ, ຈະເຫັນວ່າໃນການບໍລິຫານຈັດການຂີ້ເຫຍື້ອ ປະມານ 64% ຍັງບໍ່ໄດ້ເອົາມານຳໃຊ້ໃນປັດຈຸບັນ ເຊິ່ງເປັນບັນຫາທີ່ທ້າທາຍ. ດັ່ງນັ້ນ, ທາງດ້ານມະຫາພາກກໍຄືລັດຖະບານຈະຕ້ອງໄດ້ສະໜອງນິຕິ ກຳ, ອອກກົດໝາຍອາດຈະມີຂໍ້ຫ້າມຕ່າງໆ. ສ່ວນພາກທຸລະກິດທີ່ຕິດພັນກັບການຜະລິດຢາງພລາສ ຕິກ ກໍຕ້ອງໄດ້ຄິດເຖິງວ່າຈະເຮັດແນວໃດເພື່ອໃຫ້ຕິດພັນກັບແຜນການຕະຫຼາດ ນອກຈາກສົ່ງເສີມລູກຄ້າໃຫ້ຊົມໃຊ້ຜະລິດຕະພັນແລ້ວ ຈະຕ້ອງສົ່ງເສີມລູກຄ້າ, ປູກຈິດສຳນຶກໃນເລື່ອງການຮັກສາສິ່ງແວດລ້ອມ.