ສໍາຜັດບໍ່ນ້ຳຮ້ອນ ເມື່ອມາທ່ຽວແຂວງບໍ່ແກ້ວ

137

ບໍ່ນ້ຳຮ້ອນມີສະຖານທີ່ຕັ້ງຢູ່ບ້ານນໍ້າເກິ່ງເກົ່າ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເຊິ່ງເປັນສະຖານທີ່ທ່ອງທ່ຽວອີກແຫ່ງໜຶ່ງທີ່ຖືກຄົ້ນພົບປີ ຄ.ສ 1960 ຫ່າງຈາກເທສະບານແຂວງໄປທາງທິດເໜືອປະມານ 29 ກິໂລແມັດ ແລະ ຫ່າງຈາກບ້ານນ້ຳເກິ່ງເກົ່າ ປະມານ 4 ກິໂລແມັດ ເຂົ້າໄປທາງຫົວນ້ຳຍາວ ແລະ ເປັນອີກບ່ອນໜຶ່ງທີ່ເປັນບໍ່ນ້ຳຮ້ອນທຳມະຊາດ ມີ ຄວາມຮ້ອນປະມານ 75 – 80 ອົງສາ.

ເທດສະບານແຂວງບໍ່ແກ້ວ
ຕາມການໃຫ້ຂໍ້ມູນຂອງ ທ່ານ ຄຳຜິວ ອຸ່ນປະເສີດ ນາຍບ້ານນໍ້າເກິ່ງເກົ່າ ໄດ້ເວົ້າວ່າ: ແຕ່ກ່ອນຜູ້ເຖົ້າຜູ້ແກ່ຢູ່ບ້ານນ້ຳເກິ່ງເກົ່າໃນສະໃໝນັ້ນ ຊາວບ້ານຫຼາຍຄົນກໍພາກັນຊອກບ່ອນທໍາມາຫາກິນ ເປັນຕົ້ນແມ່ນຊອກຫາເຂດເນື້ອທີ່ດິນເພື່ອເຮັດນາ ຈົນໄດ້ມີຊາວບ້ານຫຼາຍຄົນພາກັນເອົາຈົກໄປຂຸດເບິ່ງດິນເຂດນັ້ນ ວ່າສາມາດປູກເຂົ້າ ຫຼື ພືດຜັກຫຍັງໄດ້ແດ່?. ເນື່ອງຈາກເປັນເຂດທົ່ງພຽງມີຫີນແຮ່ ຫຼື ຫີນກ້ອນຢັງຢາຍເໝືອນກັບເຂດທົ່ວໄປ ປະຊາຊົນຈຶ່ງເອົາກ້ອນຫີນທີ່ມີຢູ່ເພື່ອເປັນບ່ອນຕັ້ງເສົາຕູບຖຽງນາ ຫຼື ເປັນບ່ອນວາງສິ່ງຂອງເຄື່ອງໃຊ້ ເພາະເຫັນວ່າມີຫີນຫຼາຍຫາກທຽບໃສ່ກັບບ່ອນອື່ນ, ໄລຍະຕໍ່ມາຫີນທີ່ຢູ່ທີ່ນັ້ນກໍມີອາຍຮ້ອນ ແລະ ນໍ້າເຂດນັ້ນກໍຮ້ອນຈົນກາຍເປັນອາຍອອກມາຄືກັນກັບການຈູດໄຮ່.

ແຫຼ່ງທ່ອງທ່ຽວໜ້າສົນໃຈ ນອກຈາກບໍ່ນ້ຳຮ້ອນ

ຈາກນັ້ນ, ປະຊາຊົນຈຶ່ງໄດ້ພາກັນມາຊອກຫາສາເຫດຂອງຫີນຮ້ອນ ແລະ ແຫຼ່ງນໍ້າໃນເຂດນັ້ນຮ້ອນ ຈຶ່ງໄດ້ແຈ້ງທາງອໍານາດການປົກຄອງບ້ານເພື່ອມາສົມທົບ ເຊິ່ງຜົນສະຫຼຸບກໍຄືເຂດດັ່ງກ່າວເປັນເຂດທີ່ມີບໍ່ນໍ້າຮ້ອນທໍາມະຊາດທີ່ເກີດຂຶ້ນຢູ່ແລ້ວ. ສະນັ້ນ, ທາງຂັ້ນເທິງຈຶ່ງໃຫ້ອະນຸຮັກໄວ້ເປັນແຫຼ່ງທ່ອງທ່ຽວ ແລະ ຫ້າມຊາວບ້ານຂຸດຄົ້ນ ຫຼື ໃຊ້ພື້ນທີ່ດັ່ງກ່າວເປັນບ່ອນທໍາມາຫາກິນ ຈົນມາຮອດປີ 2006 – 2007 ຈຶ່ງໄດ້ສ້າງເປັນແຫຼ່ງທ່ອງທ່ຽວຂອງບ້ານນ້ຳເກິ່ງເກົ່າຈົນເຖິງປັດຈຸບັນ.


ສໍາລັບອີກສະຖານທີ່ທ່ອງທ່ຽວທີ່ເຊື່ອມໂຍງກັບບໍ່ນໍ້າຮ້ອນແຫ່ງນີ້ ຫຼື ຕັ້ງຢູ່ໃກ້ໆກັນແມ່ນຕາດນ້ຳຢອງ ແລະ ມີທາງຮ່ອມຈາກບ້ານນໍ້າເກິ່ງເກົ່າເຂົ້າໄປ ປະມານ 4 ກິໂລແມັດ ເປັນເສັ້ນທາງດິນແດງ ເຊິ່ງຕາດນໍ້າຢອງ ຖືກຄົ້ນພົບໃນປີ 1972 ແລະ ທາງຂັ້ນເທິງກໍໄດ້ມີການລົງສຳຫຼວດໃນປີ 1982 ເພື່ອປັບປຸງໃຫ້ເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດອີກແຫ່ງໜຶ່ງຢູ່ໃກ້ກັນ, ຕັ້ງແຕ່ນັ້ນມາປະຊາຊົນບ້ານນ້ຳເກິ່ງເກົ່າກໍໄດ້ອະນຸຮັກ ແລະ ສ້າງຕາດແຫ່ງນີ້ໃຫ້ເປັນແຫຼ່ງທ່ອງທ່ຽວຂອງບ້ານຈົນເຖິງປັດຈຸບັນ.