ມະຫາວິທະຍາໄລເຄມບຣີດ ກຽມທົດລອງວັກແຊັງຕ້ານໂຄວິດໃນຄົນ

138

ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ທ່ານ ໂຈນາທານ ຮີນີ ຫົວໜ້າຫ້ອງປະຕິບັດການໄວຣັສຈາກສັດຂອງມະຫາວິທະຍາໄລເຄມບຣີດ ປະເທດອັງກິດ ກ່າວວ່າ: ກຽມລົງມືທົດລອງວັກແຊັງທີ່ມະຫາວິທະຍາໄລພັດທະນາ ໂດຍຈະເລີ່ມທົດລອງໃນຄົນໃນໄວໆນີ້ ຫຼັງຈາກທີ່ໄດ້ຮັບເງິນສະໜັບສະໜູນຈາກລັດຖະບານອັງກິດ.

ວັກແຊັງດັ່ງກ່າວນີ້ ແຕກຕ່າງຈາກວັກແຊັງຊະນິດອື່ນໆທີ່ກຳລັງທົດລອງໃນຄົນຢູ່ໃນຂະນະນີ້ ເພາະຖືກພັດທະນາໂດຍໃຊ້ວິທີການຈຳແນກພັນທຸກຳຂອງໂຄໂຣນາໄວຣັສທຸກຊະນິດທີ່ມະນຸດຮູ້ຈັກ, ມາເປັນສິ່ງກະຕຸ້ນໃຫ້ລະບົບພູມຄຸ້ມກັນຂອງຮ່າງກາຍສ້າງພູມຄຸ້ມກັນຂຶ້ນ ເຊິ່ງຫາກປະສົບຜົນສຳເລັດຈະເຮັດໃຫ້ວັກແຊັງທີ່ມີຊື່ວ່າ ໄດອອສ – ໂຄແວັກ – 2 ສາມາດປ້ອງກັນການຕິດເຊື້ອຂອງໂຄໂຣນາໄວຣັສ ໄດ້ທຸກຊະນິດ ເຊັ່ນ: ໂຄວິດ – 19, ຊາ, ເມີສ ໄດ້ທັງໝົດ.

ທ່ານ ຮີນີ ລະບຸວ່າ: ເປົ້າໝາຍຂອງເຄມບຣີດ ກໍຄືພັດທະນາວັກແຊັງທີ່ບໍ່ພຽງແຕ່ປ້ອງກັນການຕິດເຊື້ອພະຍາດໂຄວິດ – 19 ເທົ່ານັ້ນ ແຕ່ຍັງສາມາດປ້ອງກັນການຕິດເຊື້ອໂຄໂຣນາໄວຣັສທີ່ກໍ່ໃຫ້ເກີດພະຍາດອື່ນໆອີກດ້ວຍ.

ວັກແຊັງ ໄດອອສ – ໂຄແວັກ – 2 ຂອງມະຫາວິທະຍາໄລເຄມບຣີດ ເປັນວັກແຊັງ ດີເອັນເອ ຫຼື ດີເອັນເອ ເວັກເຕີ ວັກແຊັງ ເຊິ່ງໃຊ້ຄອມພິວເຕີສ້າງໂຄງສ້າງໂປຣຕິນແອນຕີເຈນທີ່ມີລະຫັດພັນທຸກຳສັງເຄາະເປັນອົງປະກອບ ເຊິ່ງສາມາດເຮັດໃຫ້ຮ່າງກາຍສ້າງແອນຕີບໍດີຂຶ້ນມາ ເພື່ອຢັບຢັ້ງການຕິດເຊື້ອພະຍາດທີ່ກ່າວມາຂ້າງເທິງນັ້ນ ເຊິ່ງເປັນເຕັກໂນໂລຊີທີ່ພົບວ່າປອດໄພ ແລະ ມີປະສິດທິພາບໃນການກະຕຸ້ນພູມຄຸ້ມກັນການຕິດເຊື້ອພະຍາດ ເຊິ່ງໄດ້ທົດລອງຫຼາຍຂັ້ນຕອນມາແລ້ວ.