ມູນຄ່າການຄ້າໂລກເພີ່ມຂຶ້ນກວ່າ 7% ໃນເດືອນມິຖຸນາ

111

CPB World Trade Monitor ເປີດເຜີຍວ່າ: ມູນຄ່າການຄ້າທົ່ວໂລກ ເພີ່ມຂຶ້ນ 7,6% ໃນເດືອນມິຖຸນາ ເນື່ອງຈາກລັດຖະບານຫຼາຍປະເທດໄດ້ເລີ່ມຜ່ອນຜັນມາດຕະການປິດປະເທດ ເຮັດໃຫ້ຫົວໜ່ວຍທຸລະກິດກັບມາດຳເນີນກິດຈະການອີກຄັ້ງ ໂດຍມູນຄ່າການຄ້າເກືອບທຸກປະເທດທົ່ວໂລກເພີ່ມຂຶ້ນເລັກໜ້ອຍ ເມື່ອເດືອນມິຖຸນາຜ່ານມາ.

ຢ່າງໃດກໍຕາມ CPB World Trade Monitor ລະບຸວ່າ: ຫາກພິຈາລະນາໝົດໄຕມາດ 2 ຂອງປີນີ້ ມູນຄ່າການຄ້າຍັງຄົງຫົດຕົວທີ່ປະມານ 12,5% ເຊິ່ງສອດຄ່ອງກັບອົງການການຄ້າໂລກທີ່ປະເມີນໄວ້ກ່ອນໜ້ານີ້ຈະຫຼົດຕົວ 18,5% ເນື່ອງຈາກມາດຕະການຄວບຄຸມພະຍາດໂຄວິດ – 19.

ນອກຈາກນີ້, ອົງການການຄ້າໂລກ ຍັງປະເມີນວ່າ: ມູນຄ່າການຄ້າທົ່ວໂລກຈະຫົດຕົວລົງ 13 – 32% ໃນປີ 2020 ສ່ວນການຟື້ນຕົວຂອງການຄ້າໂລກໃນປີ 2021 ຍັງບໍ່ສາມາດປະເມີນໄດ້ ໂດຍຈະຂຶ້ນກັບໄລຍະເວລາຂອງການແຜ່ລະບາດຂອງພະຍາດໂຄວິດ – 19 ແລະ ນະໂຍບາຍດ້ານເສດຖະກິດຂອງແຕ່ລະປະເທດ.