ເມນູ “ໄກ່ຕົ້ມນ້ຳປາ”

155

ໄກ່ຕົ້ມນ້ຳປາ ເປັນເມນູຍອດຮິດທັງຝັ່ງລາວ ແລະ ຝັ່ງໄທ ທີ່ສາມາດເຮັດກິນເອງພາຍໃນຄອບຄົວ ຫຼື ເຮັດໄວ້ໃຊ້ຕ້ອນຮັບແຂກກໍໄດ້ເຊັ່ນກັນ ມື້ນີ້ເຮົາຈະພາທ່ານມາເຮັດເມນູງ່າຍໆ ທີ່ທ່ານສາມາດເຮັດເອງກິນເອງໄດ້ກບເມນູ ໄກ່ຕົ້ມນ້ຳປາ.

ວັດຖຸດິບ

ນ່ອງໄກ່ຕິດສະໂພກ 1 ກິໂລກຣາມ

ນ້ຳລ້າ 5 ຖ້ວຍນ້ອຍ

ນ້ຳປາ ¼ ຖ້ວຍນ້ອຍ

ໄສ່ອິ້ວ 4 ບ່ວງຊາ

ນ້ຳຕານ 4 ບ່ວງຊາ

ຮາກຜັກຊີ

ວິທີປຸງແຕ່ງ

1 ຕັ້ງໝໍ້ຕົ້ມນ້ຳໃຫ້ຝົດໃສ່ຮາກຜັກຊີ,ນ້ຳປາ, ນ້ຳຕານ ແລະ ຄົນສ່ວນປະສົມໃຫ້ເຂົ້າກັນ.

2 ໃສ່ນ່ອງໄກ່ຕິດສະໂພກແລ້ວຕົ້ມຈົນສຸກ.

3 ໃສ່ໄສ່ອິ່ວແລ້ວຕົ້ມຕໍ່ປະມານ 3 ນາທີ ກໍພ້ອມເສີບ.