ໜາວໃນໃຈມະນຸດເງິນເດືອນ! ໂບອິ້ງ ຈະປັບຫຼຸດພະນັກງານລົງ 16.000 ຕຳແໜ່ງ

102

ສຳນັກຂ່າວ CNN ລາຍງານວ່າ: ບໍລິສັດໂບອິ້ງ ເຊິ່ງເປັນຜູ້ຜະລິດຍົນລາຍໃຫຍ່ ຂອງໂລກຈະປັບຫຼຸດພະນັກງານ ຈຳນວນ 16.000 ຕຳແໜ່ງ ກວມເອົາ 10% ຂອງພະນັກງານໂບອິ້ງຢູ່ທົ່ວໂລກ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ສົ່ງຜົນກະທົບຕໍ່ທຸລະກິດການບິນຢ່າງຫຼວງຫຼາຍ.


ປັດຈຸບັນ, ບໍລິສັດໂບອິ້ງ ພວມປະເຊີນກັບວິກິດການຢ່າງໜັກ. ສະນັ້ນ, ທາງບໍລິສັດ ຈຶ່ງຈຳເປັນຕ້ອງປັບຫຼຸດພະນັກງານລົງ ເຊິ່ງເປັນຕົວເລກຫຼາຍກວ່າທີ່ກຳນົດໄວ້ 10% ເມື່ອເດືອນກໍລະກົດຜ່ານມາ ທາງບໍລິສັດໂບອິ້ງ ປະກາດວ່າຈະຜະລິດຈຳນວນຍົນຫຼຸດລົງ ເມື່ອທຽບໃສ່ຕົວເລກທີ່ກຳນົດ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ສົ່ງຜົນກະທົບຕໍ່ຂະແໜງອຸດສາຫະກຳການບິນທົ່ວໂລກ ເຮັດໃຫ້ຍອດການສັ່ງຊື້ຍົນໂບອິ້ງ ຫຼຸດລົງຢ່າງຫຼວງຫຼາຍ.


ນອກຈາກນີ້, ໂບອິ້ງ ຍັງປະກາດຢຸດການຜະລິດຍົນ ລຸ້ນ 747 ໃນປີ 2022 ແລະ ທາງບໍລິສັດຈະພິຈາລະນາຍຸບໂຮງງານຜະລິດຍົນ ລຸ້ນ 787 ຄີມໄລເນີຣ ເຊິ່ງປັດຈຸບັນຕັ້ງຢູ່ ວໍຊິງຕັນ ແລະ ເຊົາແຄໂລໄຣນາ ເພື່ອໃຫ້ເຫຼືອໂຮງງານຜະລິດພຽງແຫ່ງດຽວ.