ໂຄວິດມາ ອາລີບາບາ ຍິ່ງຮຸ່ງມີລາຍຮັບເພີ່ມຂຶ້ນ 34% ໃນໄຕມາດ 2

173

ອາລີບາບາ ບໍລິສັດ ອີຄອມເມີສ ( E – commerce ) ລາຍໃຫຍ່ຂອງ ສປ ຈີນ ລາຍງານຜົນປະກອບການໄຕມາດ 2 ຂອງປີນີ້ ເພີ່ມຂຶ້ນ 34% ເປັນອີກໜຶ່ງສັນຍານທີ່ສະທ້ອນໃຫ້ເຫັນວ່າທຸລະກິດຂອງອາລີບາບາ ໄດ້ຮັບຜົນປະໂຫຍດຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຊັ່ນດຽວກັນກັບບໍລິສັດເຕັກໂນໂລຊີຍັກໃຫຍ່ອື່ນໆ.

ບໍລິສັດ ອາລີບາບາ ເປີດເຜີຍວ່າ: ຜົນປະກອບການໄຕມາດ 2 ມີລາຍໄດ້ 153.000 ລ້ານຢວນ ເຖິງແມ່ນວ່າ ຈີນ ຈະໄດ້ຮັບຜົນກະທົບໜັກຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ເສດຖະກິດຈີນ ຕິດລົບ 6,8% ໃນໄຕມາດທຳອິດຂອງປີ 2020, ແຕ່ເສດຖະກິດຂອງຈີນກໍເລີ່ມຟື້ນຕົວຂຶ້ນຢ່າງໄວວາໃນໄຕມາດ 2.

ໂດຍ ທ່ານ ແດນຽລ ຈາງ ປະທານ ບໍລິສັດ ອາລີບາບາ ເປີດເຜີຍວ່າ ອາລີບາບາ ສາມາດຫຼຸດພົ້ນອອກຈາກວິກິດ ເນື່ອງຈາກຊາວຈີນຈຳນວນຫຼວງຫຼາຍໄດ້ປ່ຽນພຶດຕິກຳການສັ່ງຊື້ສິນຄ້າທາງອອນລາຍເພີ່ມຂຶ້ນໃນໄລຍະປິດປະເທດ ໂດຍ ອາລີບາບາ ເປີດເຜີຍວ່າບໍລິສັດມີກຳໄລສູງເຖິງ 6.700 ລ້ານໂດລາສະຫະລັດ.