ອານຸສອນ ແຮັດທຣິກພາ ເອັສຣາ ຖະຫຼົ່ມ ປກສ ຂາດລອຍ ບານເຕະລາວລີກ 1 (ມີຄລິບ)

138

ອານຸສອນ ໄຊປັນຍາ ກອງໜ້າດາວເດັ່ນຂອງ ເອັສຣາ ເອັຟຊີ ເຮັດແຮັດທຣິກ ( ຍິງ 3 ປະຕູນັດດຽວ ) ພາທີມເອົາຊະນະ ປກສ ເອັຟຊີ ໄປຂາດລອຍ 5-1 ໃນການແຂ່ງຂັນ ເປບຊີ ລາວລີກ 1 ປີ 2020 ປະຈໍາວັນທີ 23 ສິງຫາ 2020 ທີ່ສະໜາມກີລາແຫ່ງຊາດ ຫຼັກ 16

ນັດດັ່ງກ່າວ ອານຸສອນ ຍິງໄດ້ 3 ປະຕູ ນາທີໆ 5, 22 ແລະ 59 ( ຈຸດໂທດ ) ແລະ ອານັນຕາຊາ ຍິງ 2 ປະຕູນາທີໆ 38 ແລະ 82 ຊ່ວຍໃຫ້ ເອັສຣາ ເອັຟຊີ ຂຶ້ນນໍາ 5-0 ກ່ອນທີ່ ປກສ ເອັຟຊີ ຈະມາໄດ້ປະຕູຕີໄຂ່ແຕກນາທີໆ 86.

ຈາກຜົນດັ່ງກ່າວ ເຮັດໃຫ້ ເອັສຣາ ເອັຟຊີ ເກັບເພີ່ມ 9 ຄະແນນຈາກ 8 ນັດຢູ່ອັນດັບທີ 5 ຂອງຕາຕະລາງ ສ່ວນອັນດັບອື່ນໆຕາມຕາຕະລາງ.