ທ່ານ ໂມເຕງິ ໂທຊິມິດຊຶ (MOTEGI Toshimitsu), ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 22-24 ສິງຫາ 2020 ເພື່ອເປັນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ.
ໃນວັນທີ23 ສິງຫາ 2020, ທີ່ ກະຊວງການຕ່າງປະເທດ, ໄດ້ມີການພົບປະສອງຝ່າຍລະຫວ່າງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສປປ ລາວ ແລະ ທ່ານ ໂມເຕງິ ໂທຊິມິດຊຶ, ລັດຖະມົນຕີຕ່າງປະເທດຍີ່ປຸ່ນ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງ ທ່ານລັດຖະມົນຕີຕ່າງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະໃນຄັ້ງນີ້, ເຊິ່ງເປັນນິມິດໝາຍທີ່ສຳຄັນໃນການສືບຕໍ່ເພີ່ມທະວີ ຮັດແໜ້ນສາຍພົວພັນມິດຕະພາບແລະການຮ່ວມມືລະຫວ່າງສປປລາວແລະຍີ່ປຸ່ນ, ໂດຍສະເພາະແມ່ນ ການຢ້ຽມຢາມໃນຄັ້ງນີ້ ໄດ້ເປັນການປະກອບສ່ວນອັນສໍາຄັນໃນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີ (05 ມິຖຸນາ 1955) ແລະການເປັນຄູ່ຮ່ວມຍຸດທະສາດລະຫວ່າງສອງປະເທດລາວແລະຍີ່ປຸ່ນຄົບຮອບ 05 ປີ ໃນປີ 2020 ນີ້.
ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຊົມເຊີຍທ່ານໂມເຕງິໂທຊິມິດຊຶ ທີ່ໄດ້ຮັບການແຕ່ງຕັ້ງເປັນ ລັດຖະມົນຕີຕ່າງປະເທດຍີ່ປຸ່ນຄົນໃໝ່ໃນເດືອນກັນຍາ 2019 ຜ່ານມາ ແລະ ໄດ້ສະແດງຄວາມເຫັນໃຈ ໄປຍັງລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໂດຍສະເພາະຄອບຄົວຜູ້ທີ່ໄດ້ຮັບຜົນກະທົບຈາກເຫດການນ້ຳຖ້ວມ ແລະ ດິນເຈື່ອນ ຢ່າງໜັກໜ່ວງ ຢູ່ພາກຕາເວັນຕົກສ່ຽງໃຕ້ຂອງປະເທດຍີ່ປຸ່ນ ໃນຕົ້ນເດືອນກໍລະກົດຜ່ານມາ. ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດລາວ-ຍີ່ປຸ່ນ ໃນຖານະເປັນຄູ່ຮ່ວມຍຸດທະສາດທີ່ນັບມື້ນັບຂະຫຍາຍຕົວເຂົ້າສູ່ລວງກວ້າງ, ລວງເລິກ ແລະເປັນຮູບປະທຳຢ່າງຕໍ່ເນື່ອງ. ສອງຝ່າຍ ໄດ້ສະແດງຄວາມຍິນດີທີ່ສອງປະເທດ ໄດ້ມີການຮ່ວມມືເພື່ອພັດທະນາ ສປປ ລາວແບບຍືນຍົງຮ່ວມກັນ, ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດ ນັບແຕ່ປີ 2016 ເປັນຕົ້ນມາ, ແຜນການຮ່ວມມືດັ່ງກ່າວ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 8 ຂອງສປປລາວແລະໄດ້ນໍາເອົາໝາກຜົນທີ່ເປັນຮູບປະທຳມາສູ່ປະຊາຊົນລາວຢ່າງແທ້ຈິງ.ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການປັບປຸງແຜນປະຕິບັດງານການເປັນຄູ່ຮ່ວມຍຸດທະສາດລະຫວ່າງສປປລາວແລະຍີ່ປຸ່ນ ໃຫ້ແທດເໝາະກັບສະພາບຕົວຈິງ ແນໃສ່ຊຸກຍູ້ສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືໃຫ້ໃກ້ຊິດ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.
ນອກຈາກນັ້ນ, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ຄວາມອາດສາມາດ ແລະ ເງື່ອນໄຂໃນການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ສຳລັບພົນລະເມືອງຂອງສອງປະເທດ ຜູ້ທີ່ໄດ້ຮັບອະນຸຍາດມາຢູ່ໄລຍະຍາວ ທີ່ມີທີ່ຕັ້ງພູມລຳເນົາແລ້ວ (Residence Track) ແລະ ສໍາລັບພາກທຸລະກິດ (Business Track), ເຊິ່ງຈະໄດ້ສືບຕໍ່ເຮັດວຽກຮ່ວມກັນ ເພື່ອໃຫ້ມີການຈັດຕັ້ງປະຕິບັດຊ່ອງທາງດັ່ງກ່າວໃນອະນາຄົດ ພ້ອມນີ້,ຝ່າຍລາວຍັງໄດ້ເຊີນຊວນ ແລະ ຊຸກຍູ້ຝ່າຍຍີ່ປຸ່ນຂົນຂວາຍນັກລົງທຶນໃຫ້ມາລົງທຶນຢູ່ ສປປ ລາວ ນັບມື້ນັບເພີ່ມຂຶ້ນ; ສອງຝ່າຍ ຍັງໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ, ການພັດທະນາລະບົບພື້ນຖານໂຄງລ່າງ (ສຶກສາຄວາມເປັນໄປໄດ້ ໃນການອອກແບບກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ຮ່າໂນ້ຍ) ແລະ ອື່ນໆ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດດັ່ງກ່າວນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະຂອບໃຈຢ່າງເລິກເຊິ່ງ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການສະໜັບສະໜູນແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ໂດຍສະເພາະການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຕໍ່ ສປປ ລາວ,ການສົ່ງອາສາສະໝັກແລະຊ່ຽວຊານຂອງຍີ່ປຸ່ນ ມາຊ່ວຍເຫຼືອສປປລາວໃນທຸກໆປີ ລວມທັງການໃຫ້ການຊ່ວຍເຫຼືອລັດຖະບານລາວ ໃນການປ້ອງກັນ ແລະ ຄວບຄຸມພະຍາດ ໂຄວິດ-19. ໃນຂະນະດຽວກັນ, ທ່ານ ໂມເຕງິ ໂທຊິມິດຊຶ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະຕີລາຄາສູງຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ; ພ້ອມທັງສະແດງຄວາມຍິນດີສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ.
ພາຍຫຼັງກອງປະຊຸມພົບປະສອງຝ່າຍ ໄດ້ມີພິທີລົງນາມເອກະສານແລກປ່ຽນ 02 ໂຄງການ ຄື: 1) ໂຄງການປັບປຸງວິທະຍາໄລສ້າງຄູ ໃຫ້ແກ່ ສປປ ລາວ ມູນຄ່າ 1.922 ລ້ານເຢັນ ຫຼື ປະມານ 18 ລ້ານໂດລາສະຫະລັດ; 2)ໂຄງການຊ່ວຍເຫຼືອລົດເມ, ອາໄຫລ່ ແລະ ອຸປະກອນສຳລັບສ້ອມແປງລົດເມ ມູນຄ່າ 500 ລ້ານເຢັນ ຫຼື ປະມານ 4,6 ລ້ານໂດລາສະຫະລັດ. ນອກຈາກນັ້ນ, ກໍ່ໄດ້ມີພິທີມອບ-ຮັບ ອຸປະກອນການແພດຈຳນວນໜຶ່ງ ຂອງໂຄງການຊ່ວຍເຫຼືອອຸປະກອນການແພດໃຫ້ແກ່ ສປປ ລາວ ເພື່ອຕ້ານການແຜ່ລະບາດຂອງພະຍາດ ໂຄວິດ-19 ມູນຄ່າ 1,5 ຕື້ເຢັນ (13,7 ລ້ານໂດລາສະຫະລັດ).
ໃນໂອກາດຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ທ່ານລັດຖະມົນຕີຕ່າງປະເທດ ໂມເຕງິ ໂທຊິມິດຊຶ ພ້ອມດ້ວຍຄະນະ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ.
ແຫຼ່ງທີ່ມາ: ກະຊວງການຕ່າງປະເທດ