ເຮັດຕາມນີ້! ການປູກ ແລະ ບົວລະບັດພືດຜັກໃນລະດູຝົນ

305

ການປູກພືດຜັກໃນລະດູຝົນນັ້ນ ບາງຄັ້ງອາດຈະເບິ່ງຄືວ່າສາມາດເຮັດໄດ້ງ່າຍກວ່າລະດູອື່ນ ເນື່ອງຈາກເປັນໄລຍະທີ່ຝົນຕົກ ແລະ ບໍ່ມີບັນຫາຂາດນ້ຳໃນການປູກ. ຢ່າງໃດກໍຕາມ, ປະລິມານນ້ຳຝົນທີ່ຕົກລົງມາຢ່າງຕໍ່ເນື່ອງຈົນເກີດນ້ຳຖ້ວມຂັງໃນເນື້ອທີ່ປູກອາດຈະສົ່ງຜົນເສຍຕໍ່ການປູກເຊັ່ນກັນ ເຊິ່ງບັນຫາການປູກໃນລະດູຝົນສາມາດສະຫຼຸບໄດ້ດັ່ງນີ້:

ການເສຍທາດອາຫານເນື່ອງຈາກໜ້າດິນຖືກນ້ຳຝົນຊະລ້າງ ແລະ ພັດພາໜ້າດິນອອກໄປ, ໃນລະດູຝົນທ້ອງຟ້າມີເມກປົກຄຸມເປັນສ່ວນຫຼາຍ ເຮັດໃຫ້ປະລິມານແສງແດດມີບໍ່ພຽງພໍຕໍ່ການສັງເຄາະແສງໃນພືດ ເປັນເຫດໃຫ້ຜັກຢຸດການຈະເລີນເຕີບໂຕ, ບັນຫາຫຍ້າເກີດຂຶ້ນເປັນຈຳນວນຫຼາຍ ເນື່ອງຈາກປະລິມານນ້ຳຝົນ ແລະ ຄວາມຊຸ່ມສູງ ເຊິ່ງຫຍ້າຈະໄປຍາດອາຫານໃນດິນຈາກພືດທີ່ເຮົາປູກ ເປັນເຫດໃຫ້ຜັກຈະເລີນເຕີບໂຕຊ້າລົງໃນລະດູຝົນ ຈຶ່ງມີການໃຊ້ຢາຂ້າຫຍ້າເປັນຈຳນວນຫຼາຍ; ບັນຫາພະຍາດຮາກເນົ່າເນື່ອງມາຈາກໜານປູກຖືກນ້ຳຖ້ວມຂັງເປັນເວລາດົນ ເຊິ່ງພະຍາດພືດຫຼາຍຊະນິດເກີດຈາກເຊື້ອຣາເປັນສາເຫດຫຼັກ ເຊິ່ງສາມາດຂຶ້ນໄດ້ງ່າຍໃນດິນມີຄວາມຊຸ່ມສູງ.

ດັ່ງນັ້ນ, ພະຍາດພືດຈຶ່ງມັກຈະດື້ໃນລະດູນີ້ ການເກີດນ້ຳຖ້ວມຂັງເປັນເວລາ 2 ຫາ 3 ວັນຂຶ້ນໄປ ເຮັດໃຫ້ຮາກພືດເກີດພາວະການຂາດກ໊າດອົກຊີແຊນ ແລະ ເຮັດໃຫ້ຮາກພືດຕາຍໄດ້, ນອກຈາກກ໊າດອົກຊີແຊນແລ້ວ ຍັງເກີດບັນຫາການຂາດແຄນທາດໄນໂຕຣເຈນອີກ ແລະ ນ້ຳຝົນທີ່ຕົກລົງມາຢ່າງໜັກເຮັດໃຫ້ຕົ້ນອ່ອນ ແລະ ຜັກໃບບາງເກີດຄວາມເສຍຫາຍໄດ້.

ສະນັ້ນ, ພືດທີ່ບໍ່ເໝາະສົມຕໍ່ການປູກໃນລະດູຝົນປະກອບມີຜັກກຸ່ມຫົວຫອມ ເຊັ່ນ: ຫອມຫົວໃຫຍ່, ຫອມແດງ, ຜັກທຽມ, ກະລ່ຳປີ, ກະລ່ຳດອກ, ຜັກກາດຂາວ; ຜັກກິນໝາກ ເຊັ່ນ: ໝາກເຜັດແດງ, ເຜັດຊີ້ຟ້າ, ເຜັດຫວານ, ໝາກເຫຼ່ນ; ຜັກຈຳພວກໃບບາງ ເຊັ່ນ: ຜັກຫອມປ້ອມ; ຜັກກິນຫົວ ເຊັ່ນ: ກະຣົດ ແລະ ອື່ນໆ.

ການປູກ ແລະ ບົວລະບັດພືດຜັກໃນລະດູຝົນ ມີດັ່ງນີ້: ການຄຸ້ມໜານປູກດ້ວຍຜ້າຢາງ ຫຼື ຫຍ້າແຫ້ງ ເພື່ອປ້ອງກັນບໍ່ໃຫ້ຫຍ້າຂຶ້ນ ແລະ ຫຼຸດການຊະລ້າງໜ້າດິນ, ປ້ອງກັນດິນແໜ້ນຈາກແຮງນ້ຳຝົນທີ່ຕົກລົງມາໃສ່ດິນ ແລະ ປ້ອງກັນບໍ່ໃຫ້ຮາກຜັກໄດ້ຮັບ ຄວາມເສຍຫາຍຈາກນ້ຳຝົນໄດ້, ການຄຸມໜານປູກດ້ວຍຫຼັງຄາ ດ້ວຍຕານ່າງບາງ ເພື່ອປ້ອງກັນບໍ່ໃຫ້ພືດຜັກທີ່ປູກໄດ້ຮັບແຮງກະທົບຈາກນ້ຳຝົນທີ່ຕົກມາຫຼາຍຈົນເກີນໄປ.

ເລືອກພືດທີ່ເໝາະສົມຕໍ່ການຈະເລີນເຕີບໂຕໃນລະດູຝົນ ເຊັ່ນ: ໝາກແຕງ, ໝາກບວບ, ຜັກກາດ, ຜັກບົ້ງ, ຜັກຕໍານິນ, ໜໍ່ໄມ້, ຖົ່ວຝັກຍາວ, ມະລະ, ຜັກເນົ່າ, ຫອມບົ່ວ, ຫອມປ້ອມ ແລະ ອື່ນໆ ຄຸມໜານປູກດ້ວຍຫຼັງຄາ ເພື່ອປ້ອງກັນແຮງກະທົບຈາກເມັດນ້ຳຝົນທີ່ຕົກລົງມາ, ການຍົກໜານປູກໃຫ້ສູງຂຶ້ນຈະຊ່ວຍໃຫ້ນ້ຳລະບາຍໄດ້ດີ ລວມທັງຫຼຸດບັນຫານ້ຳຖ້ວມຂັງບໍລິເວນຮາກພືດໃນກໍລະນີທີ່ໜານເກີດນ້ຳຖ້ວມຂັງ ພືດຈະເກີດພາວະຂາດກ໊າດອົກຊີແຊນ ແລະ ທາດອາຫານ ໂດຍສະເພາະໄນໂຕຣເຈນ ເມື່ອນ້ຳແຫ້ງລົງ ການໃຊ້ປຸ໋ຍອິນຊີທີ່ປະລິມານໄນໂຕຣເຈນສູງ ເຊັ່ນ: ປຸ໋ຍພືດສົດ, ປຸ໋ຍນ້ຳ ຫຼື ປຸ໋ຍໝັກຈະຊ່ວຍພືດຟື້ນຟູໄດ້ໄວຂຶ້ນ ເພື່ອປ້ອງກັນເຊື້ອພະຍາດ ແລະ ເຊື້ອຣາທີ່ມັກເກີດຂຶ້ນໃນລະດູຝົນ ຫຼື ຈະໃຊ້ສະໝຸນໄພອື່ນໆໃນການກຳຈັດສັດຕູພືດ.

( ທີ່ມາ: thaicityfarm.com )