ຊົມເຊີຍ! ສ້າງເສດຖະກິດຄອບຄົວປີໜຶ່ງມີລາຍຮັບ 300 ກວ່າລ້ານກີບ

203

ລຸງ ບຸນສົງ ພົມມະຫານ ອາຍຸ 62 ປີ ພະນັກງານບໍານານ ປັດຈຸບັນຢູ່ບ້ານເມືອງຫານ ເມືອງຫົງສາ ແຂວງໄຊຍະບູລີ ກ່າວວ່າ: ສະເລ່ຍຈາກການສ້າງເສດຖະກິດຄອບຄົວ ແລະ ການຜະລິດກະສິກໍາ ສາມາດສ້າງລາຍຮັບໃຫ້ຕົນປີໜຶ່ງ 300 ກວ່າລ້ານກີບ.

ລຸງກ່າວວ່າ: ພາຍໃນຄອບຄົວມີນໍາກັນທັງໝົດ 6 ຄົນ, ແຮງງານຕົ້ນຕໍ 4 ຄົນ ໃນເມື່ອກ່ອນໄດ້ເປັນທະຫານ ເລີ່ມແຕ່ປີ 1991 ໄດ້ຊື້ດິນ 1 ຕອນ ມູນຄ່າ 6 ລ້ານກີບ ເພື່ອຈົກໜອງປາ 3 ໜອງ, ລາຄາຈ້າງ 6 ລ້ານ ແລະ ເຊົ່າດິນຂອງບ້ານ ເຊິ່ງເປັນໜອງລວມບ້ານ ປີລະ 6 ລ້ານກີບ; ໄດ້ຊື້ໝູພັນເຂົ້າມາລ້ຽງຈໍານວນ 25 ໂຕ ມູນຄ່າ 7 ລ້ານ 5 ແສນກີບ, ຊື້ປານິນມາປ່ອຍ 10 ພັນໂຕ, ລ້ຽງໄກ່ 100 ໂຕ, ຜະລິດລູກປານ້ອຍຂາຍ 80 ພັນໂຕຕໍ່ປີ.

ໃນໄລຍະນັ້ນແຕ່ລະປີສາມາດຂາຍສັດສ້າງລາຍຮັບໄດ້ 40 ລ້ານກີບຕໍ່ປີ ມາຮອດປີ 2011 ຖືກໂຄງການໄຟຟ້າຫົງສາໄດ້ຮັບເງິນຊົດເຊີຍ 145 ລ້ານກີບ ຈຶ່ງໄດ້ນໍາເງິນກ້ອນດັ່ງກ່າວຕັ້ງຮ້ານສ້ອມແປງລົດ 1 ຮ້ານ, ສ້າງໂຮງງານນໍ້າດື່ມ 1 ແຫ່ງ. ມາຮອດປີ 2017 ໄດ້ພັກຜ່ອນຮັບເບ້ຍບໍານານ ຈຶ່ງຊື້ດິນຕື່ມຕອນໜຶ່ງ ເພື່ອຈົກໜອງປາ 2 ໜອງ ປ່ອຍປານິນ ແລະ ປາດຸກພັນ ມີປາທັງໝົດ 50 ພັນໂຕ, ລ້ຽງກົບໃນກະຊັງ 15 ພັນໂຕ, ລ້ຽງແບ້ 30 ໂຕ, ລ້ຽງສັດປີກ 800 ໂຕ ຈໍາໜ່າຍຢູ່ໃນຕະຫຼາດພາຍໃນເມືອງ ແລະ ແມ່ຄ້າມາຮັບຊື້ຈໍານວນໜຶ່ງ. ສັງລວມແລ້ວຄອບຄົວຂອງ ລຸງມີລາຍຮັບຈາກທຸລະກິດສ້ອມແປງລົດ, ໂຮງງານນໍ້າດື່ມ ແລະ ຂາຍສັດລ້ຽງປີໜຶ່ງໄດ້ທັງໝົດ 467 ລ້ານກີບ ເມື່ອຫັກຄ່າຈ່າຍໃຫ້ກໍາມະກອນ, ຄ່າຫົວອາຫານສັດ ແລະ ຄ່າສິ້ນເປືອງອື່ນໆ ເຫັນວ່າປີໜຶ່ງມີລາຍຮັບເຂົ້າຄອບຄົວ 311 ລ້ານກີບ.

ໃນຕໍ່ໜ້ານີ້ຈະເພີ່ມປະລິມານຂອງການລ້ຽງສັດໃຫ້ຫຼາຍຂຶ້ນ ເຊັ່ນ: ລ້ຽງປາໃຫ້ໄດ້ 70 ພັນໂຕ, ລ້ຽງກົບ 50 ພັນໂຕ, ລ້ຽງແບ້ 50 ໂຕ, ງົວ 10 ໂຕ ແລະ ສັດປີກ 1.000 ໂຕ.

[ ຂ່າວ: ບຸນທີ ]