ບ້າບິ່ນມັນມ່ວງ ເຂົ້າໜົມກິນຫຼິ້ນ ແຖມວິທີເຮັດກໍ່ງ່າຍ ແນະນໍາທຸກຄົນລອງເຮັດ!

162

ເຂົ້າໜົມບ້າບິ່ນ ເປັນເຂົ້າໜົມທີ່ມີແປ້ງປະສົມກັບໝາກພ້າວ, ມັນດ້າງ ແລະ ສ່ວນປະກອບອື່ນໆ ທີ່ເປັນສ່ວນປະກອບຂອງເຂົ້າໜົມຊະນິດນີ້ ເຊິ່ງມີລົດຊາດທີ່ຫວານມັນ ເຮັດໃຫ້ເປັນເຂົ້າໜົມທີ່ເດັກນ້ອຍ ແລະ ຜູ້ໃຫຍ່ມັກກິນ.

ສ່ວນປະສົມ: ມັນດ້າງສີມ່ວງຂູດເປັນເສັ້ນ 150 ກຣາມ; ໝາກພ້າວກະຈາຂູດເປັນເສັ້ນ 80 ກຣາມ; ເຜືອກຂູດເປັນເສັ້ນ 80 ກຣາມ ; ສາລີຕົ້ມຝານເປັນເມັດ 80 ກຣາມ; ແປ້ງເຂົ້າໜຽວ 100 ກຣາມ;​ ແປ້ງມັນຕົ້ນ 2 ບ່ວງແກງ; ນ້ຳຕານປີບ 100 ກຣາມ; ຫົວກະທິ 150 ກຣາມ; ເກືອ 1/4; ບ່ວງຊາ; ນ້ຳມັນພືດສຳລັບທາໝໍ້ກະທະ.

ວິທີເຮັດ:

1 ປະສົມຫົວກະທິ, ນ້ຳຕານປີບ ແລະ ເກືອ ຄົນໃຫ້ທຸກຢ່າງລະລາຍເຂົ້າກັນດີ.

2 ແລ້ວໃສ່ແປ້ງເຂົ້າໜຽວ ແລະ ແປ້ງມັນຕົ້ນ ຄົນຕໍ່ຈົນເຂົ້າເປັນເນື້ອດຽວກັນ.

3 ໃສ່ມັນດ້າງສີມ່ວງ, ໝາກພ້າວກະຈາ, ເຜືອກ ແລະ ສາລີ ປະສົມໃຫ້ເຂົ້າກັນອີກເທື່ອໜຶ່ງ.

4 ຄ້າງໝໍ້ກະທະແລ້ວທານ້ຳມັນພືດບາງໆພໍໝໍ້ຮ້ອນ ແລ້ວຕັກສ່ວນປະສົມກ່ອນໜ້ານີ້ລົງໃນໝໍ້ ເຮັດເປັນຕ່ອນມົນນ້ອຍພໍດີຄຳ.

5 ຈີ່ພໍແປ້ງສຸກເຫຼືອງກໍພິກດ້ານ ຈີ່ຕໍ່ຈົນສຸກເຫຼືອງແລ້ວຕັກໃສ່ຈານເສີບໄດ້ເລີຍ.

( ທີ່ມາ: https://web.facebook.com/Maeban.co.th/ ) [ ຮຽບຮຽງ: ສຸພາລັກ ]