ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມແຂວງສາລະວັນ ໄດ້ຮັບການຊ່ວຍເຫຼືອ

90

ໃນອາທິດທີ່ຜ່ານມານີ້ ຫ້ອງການກະສິກຳ – ປ່າໄມ້ ( ກປ ) ເມືອງຄົງເຊໂດນ ແຂວງສາລະວັນ ໄດ້ນຳເອົາເຄື່ອງຊ່ວຍເຫຼືອໄປມອບໃຫ້ບ້ານ ແລະ ພໍ່ແມ່ປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນປີຜ່ານມາ; ເຂົ້າຮ່ວມຂອງ ທ່ານ ສີວັນພະກອນ ວົງບຸນທັນ ຮອງຫົວໜ້າພະແນກ ກປ ແຂວງ, ທ່ານ ສົມຈັນ ຈັນທະພູທອນ ຮອງເຈົ້າເມືອງຄົງເຊໂດນ ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳໝັ້ນ ສີດຳດວນ ຫົວໜ້າຫ້ອງການ ກປ ເມືອງຄົງເຊໂດນ ໄດ້ກ່າວວ່າ: ເມືອງຄົງເຊໂດນ ມີທັງໝົດ 84 ບ້ານ, ມີພົນລະເມືອງ 67 ພັນກວ່າຄົນ ຍິງ 35 ພັນກວ່າຄົນ ແລະ ມີ 14 ພັນກວ່າຄອບຄົວ, ມີເນື້ອທີ່ທຳການຜະລິດທັງໝົດ 21 ພັນ ກວ່າເຮັກຕາ.

ພາຍຫຼັງເກັບກຳຂໍ້ມູນແລ້ວເຫັນວ່າມີບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມທັງໝົດ 71 ບ້ານ, ມີຈຳນວນພົນ 49 ພັນກວ່າຄົນ ຍິງ 23 ພັນກວ່າຄົນ, ມີ 10 ພັນກວ່າຄອບຄົວ ທີ່ໄດ້ຮັບຜົນເສຍຫາຍ ແລະ ມີເນື້ອທີ່ຖືກຖ້ວມ 16 ພັນກວ່າເຮັກຕາ, ເນື້ອທີ່ເຂົ້າ 10 ພັນກວ່າເຮັກຕາ, ເນື້ອທີ່ປູກພືດ 390 ເຮັກຕາ, ຄວາຍ 195 ໂຕ, ງົວ 673 ໂຕ, ໝູ 1 ພັນກວ່າໂຕ, ແບ້ 282 ໂຕ, ສັດປີກ 38 ພັນກວ່າໂຕ, ປາ 2 ລ້ານກວ່າໂຕ ແລະ ຊົນລະປະທານ 26 ແຫ່ງ ລວມມູນຄ່າເສຍຫາຍເກືອບ 90 ຕື້ກີບ.

ຈາກນັ້ນ, ທ່ານ ສີວັນພະກອນ ວົງບຸນທັນ ກໍໄດ້ມອບເຄື່ອງຊ່ວຍເຫຼືອດັ່ງກ່າວເປັນກຽດຮັບໂດຍ ທ່ານ ສົມຈັນ ຈັນທະພູທອນ. ພ້ອມດຽວກັນນັ້ນ, ທ່ານຮອງເຈົ້າເມືອງກໍໄດ້ມອບຕໍ່ໃຫ້ນາຍບ້ານ ແລະ ພໍ່ແມ່ປະຊາຊົນ ໂດຍຊ້ອງໜ້າພາກສ່ວນຕ່າງໆທີ່ກ່ຽວຂ້ອງ ເຊິ່ງມີລູກປາ ຈຳນວນ 44 ພັນໂຕ ແລະໄກ່ ຈຳນວນ 2 ພັນກວ່າໂຕ ໃຫ້ແກ່ນາຍ ແລະ ພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມໃນປີຜ່ານມາ, ສ່ວນໄກ່ທີ່ຍັງເຫຼືອແມ່ນຈະສືບຕໍ່ມອບໃຫ້ສຳເລັດໃນຕໍ່ໜ້າ.

[ ຮູບ – ຂ່າວ: ສິດຕາ ເພັດວົງສາ ]