ການກໍ່ສ້າງຊົນລະປະທານຄັນທະຈານ ຄືບໜ້າ 45%

227

ໂຄງການປັບປຸງ – ຍົກລະ ດັບລະບົບຊົນລະປະທານຄັນທະຈານ ບ້ານຄຸ້ມດອນຖ້ຳເງິນ ເມືອງໄຊພູທອງ ແຂວງສະຫວັນນະເຂດ ປັດຈຸບັນການກໍ່ສ້າງສໍາເລັດ 45% ຖ້າໂຄງການເປີດນໍາໃຊ້ສາມາດສະໜອງນໍ້ານາແຊງໄດ້ 70 ກວ່າເຮັກຕາ.

ຕາມການໃຫ້ສໍາພາດຂອງ ບໍລິສັດ ຈະເລີນໄຊກໍ່ສ້າງ – ສ້ອມແປງຊົນລະປະທານ ໃນໂອກາດທີ່ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ລົງຕິດຕາມການກໍ່ສ້າງ ໃຫ້ຮູ້ວ່າ: ບໍລິສັດຂອງຕົນໄດ້ທໍາການປັບປຸງ – ກໍ່ສ້າງລະບົບຊົນລະປະທານຄັນທະຈານ ແລະ ໄດ້ຂະຫຍາຍການກໍ່ສ້າງມາຮອດຄຸ້ມດອນຖໍ້າເງິນຕື່ມອີກ ເຊິ່ງໂຄງການດັ່ງກ່າວເປັນຈັກສູບນໍ້າແບບເຮືອນແພ ປະກອບມີຈັກສູບນໍ້າ 2 ຊຸດ ທີ່ມີປະສິດທິພາບດູດສົ່ງນໍ້າຂອງຂຶ້ນໃສ່ເນື້ອທີ່ການຜະລິດໄດ້ບໍ່ຫຼຸດ 120 ລິດ/ວິນາທີ ໂດຍໃຊ້ກໍາລັງມໍເຕີໄຟຟ້າ N-45KW-380V-50HZ ເຊິ່ງໄດ້ກໍ່ສ້າງເຮືອນຈັກສູບນໍ້າ, ຈັດຊື້ ແລະ ຕິດຕັ້ງຈັກສູບນໍ້າ, ວາງທໍ່ສົ່ງນໍ້າ ແລະ ກໍ່ສ້າງອ່າງຜ່ອນ.

ຈາກນັ້ນ, ກໍໄດ້ທໍາການສ້າງຄອງເໝືອງ 4 ເສັ້ນ ຍາວ 2.775 ແມັດ ແລະ ທໍ່ສົ່ງນໍ້າ 350 ແມັດ. ໃນນີ້, ມີຄອງເໝືອງແມ່ທີ່ເປັນເບຕົງ ຈໍານວນ 1 ເສັ້ນ ຍາວ 875 ແມັດ ແລະ ຄອງເໝືອງຂັ້ນສາມມີ 3 ເສັ້ນ ຍາວ 1.900 ແມັດ, ສາມາດສະໜອງນໍ້າໃນການຜະລິດນາແຊງເກືອບ 70 ກວ່າເຮັກຕາ. ປັດຈຸບັນການກໍ່ສ້າງສໍາເລັດໄປແລ້ວ 45%.

ທ່ານເຈົ້າແຂວງສະຫວັນນະເຂດ ກໍໄດ້ແນະນໍາໃຫ້ປະຊາຊົນໄດ້ພ້ອມກັນຮ່ວມແຮງຮ່ວມໃຈສ້າງຄວາມສາມັກຄີເປັນປຶກແຜ່ນມີຄວາມຫ້າວຫັນໃນການຕ້ານປາກົດການຫຍໍ້ທໍ້ຕ່າງໆ ສຸມໃສ່ໃນການຜະລິດໃຫ້ຫຼາຍ ແລະ ອີກໃກ້ໆນີ້ກໍຈະໄດ້ເຮັດນາແຊງຕື່ມອີກ ອັນເປັນການເພີ່ມລາຍໄດ້ໃຫ້ປະຊາຊົນຕື່ມອີກຊີວິດການເປັນຢູ່ກໍຈະດີຂຶ້ນ.