ມີ 100 ກວ່າຫົວໜ່ວຍທຸລະກິດ ເຂົ້າຮ່ວມວາງສະແດງສິນຄ້າໂອດ໊ອບ ແລະ ຄອບຄົວຕົວແບບ

148

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ຈັດງານວາງສະແດງສິນຄ້າໂອດ໊ອບ ແລະ ສິນຄ້າຄອບຄົວຕົວແບບ ຄັ້ງທີ VII ປະຈຳປີ 2020 ຂຶ້ນພາຍໃຕ້ຫົວຂໍ້ ລາວຊ່ວຍລາວ ຊົມໃຊ້ຜະລິດຕະພັນລາວ, ມີ 118 ຫົວໜ່ວຍທຸລະກິດເຂົ້າຮ່ວມ ລວມມູນຄ່າສິນຄ້າທີ່ເຂົ້າຮ່ວມປະມານ 2,84 ຕື້ກີບ.

ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ກ່າວວ່າ: ການຈັດງານວາງສະແດງສິນຄ້າຄັ້ງນີ້ ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຕາມເນື້ອໃນຈິດໃຈຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງສູນກາງພັກ ໂດຍສະເພາະແມ່ນສືບຕໍ່ຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ນວ ໃຫ້ປາກົດຜົນເປັນຈິງ ແລະ ແຜນພັດທະນາເສດຖະກິດ – ສັງຄົມ ( ຄັ້ງທີ VI ) ຂອງ ນວ ໃຫ້ສາມາດບັນລຸໝາກຜົນການໄດ້ຮັບກາໝາຍສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ໜຶ່ງເມືອງບໍ່ໃຫ້ຫຼຸດ 5 ຜະລິດຕະພັນເທື່ອລະກ້າວ.

ພ້ອມທັງເປັນການຈັດຕັ້ງປະຕິບັດນະໂຍບາຍໃນການສົ່ງເສີມການຜະລິດເປັນສິນຄ້າ ແລະ ການໂຄສະນາສິນຄ້າໃຫ້ແກ່ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ, ເສີມສ້າງທ່າແຮງໃຫ້ແກ່ສິນຄ້າໂອດ໊ອບທີ່ໄດ້ຖືກຄັດເລືອກໃຫ້ເປັນສິນຄ້າກາໝາຍໂອດ໊ອບແຫ່ງຊາດຂອງ ນວ ກໍຄືໃນທົ່ວປະເທດ ໃຫ້ມີຕະຫຼາດຈຳໜ່າຍຜະລິດຕະພັນຂອງຕົນເອງ ແລະ ກ້າວຂຶ້ນເປັນທຸລະກິດທີ່ສາມາດຈຳໜ່າຍສິນຄ້າທັງພາຍໃນ ແລະ ສົ່ງອອກຕ່າງປະເທດ ໃຫ້ນັບມື້ຫຼາຍຂຶ້ນ.

ທັງເປັນການກະຕຸກຊຸກຍູ້ຜູ້ປະກອບການໄດ້ມີການແລກປ່ຽນຊື້ – ຂາຍສິນຄ້າໃນໄລຍະລັດຖະບານມີການຜ່ອນຜັນມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ – 19 ໃຫ້ກັບມາມີບັນຍາກາດຟົດຟື້ນ, ທັງເປັນການໂຄສະນາແລກປ່ຽນບົດຮຽນ ແລະ ຈັບຄູ່ທຸລະກິດຮ່ວມກັນລະຫວ່າງຫົວໜ່ວຍທຸລະກິດໂອດ໊ອບ ແລະ ຄອບຄົວຕົວແບບດ້ວຍກັນ ແລະ ເປັນການສ້າງມູນຄ່າເພີ່ມໃຫ້ແກ່ສິນຄ້າ ໃຫ້ເປັນທີ່ຍອມຮັບຂອງສັງຄົມ, ຜູ້ຊົມໃຊ້ມີຄວາມເຊື່ອໝັ້ນຫຼາຍຂຶ້ນ, ສາມາດໃຊ້ເປັນແຫຼ່ງລາຍຮັບ ແລະ ສ້າງ ຄວາມເຂັ້ມແຂງໃຫ້ແກ່ຫົວ ໜ່ວຍທຸລະກິດໂອດ໊ອບ.

ງານວາງສະແດງສິນຄ້າໂອດ໊ອບ ແລະ ສິນຄ້າຄອບຄົວຕົວແບບຂອງ ນວ ປີນີ້ແມ່ນເປັນປີທີ 7 ແລ້ວ, ປີນີ້ມີຫົວໜ່ວຍທຸລະກິດເຂົ້າຮ່ວມທັງໝົດ 118 ຫົວໜ່ວຍ, ມີ 157 ຫ້ອງ ແລະ 20 ເຕັ້ນ, ທຽບໃສ່ປີ 2019 ຜ່ານມາມີຫົວໜ່ວຍທຸລະກິດເຂົ້າຮ່ວມ 144 ຫົວໜ່ວຍ ເຫັນວ່າຫຼຸດລົງ 18% ເນື່ອງຈາກຫົວໜ່ວຍທຸລະກິດພົບບັນຫາການລະບາດຂອງພະຍາດໂຄວິດ – 19. ໃນນີ້, ມີຫົວໜ່ວຍ ສິນຄ້າໂອດ໊ອບຂອງ ນວ 38 ຫົວໜ່ວຍ, ສິນຄ້າຂອງຕ່າງແຂວງ 33 ຫົວໜ່ວຍ, ສິນຄ້າຄອບຄົວຕົວແບບ 39 ຫົວ ໜ່ວຍ, ສິນຄ້າອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ຈຳນວນ 4 ຫົວໜ່ວຍ, ສິນຄ້າກະສິກຳປະເພດເບ້ຍໄມ້ 20 ເຕັ້ນ, ຂະແໜງການທ່ອງທ່ຽວ 3 ຫົວໜ່ວຍ ແລະ ທະນາຄານ 1 ຫົວໜ່ວຍ ເຊິ່ງຜະລິດຕະພັນທີ່ນໍາເຂົ້າມາວາງສະແດງ ແລະ ຈຳໜ່າຍໃນງານຄັ້ງນີ້ມີທັງໝົດ 1.270 ຜະລິດຕະພັນ.

ໃນນີ້, ຜະລິດຕະພັນສິນຄ້າອຸດສາຫະກຳ – ຫັດຖະກໍາ ຈຳນວນ 1.099 ຜະລິດຕະພັນ, ກະສິກຳ 133 ຜະລິດຕະພັນ, ການບໍລິການວັດທະນະທຳ ແລະ ທ່ອງທ່ຽວ 38 ຜະລິດຕະພັນ ເຊິ່ງຄາດຄະເນມູນຄ່າສິນຄ້າທີ່ເຂົ້າຮ່ວມວາງສະແດງ ປະມານ 2,84 ຕື້ກີບ.

ທັ້ງນີ້, ງານວາງສະແດງສິນຄ້າໂອດ໊ອບ ແລະ ສິນຄ້າຄອບຄົວຕົວແບບຄັ້ງນີ້ແມ່ນໄດ້ຈັດຂຶ້ນແຕ່ນີ້ຈົນຮອດວັນທີ 23 ສິງຫາ 2020 ໂດຍພາຍໃນງານນອກຈາກງານວາງສະແດງ ແລະ ຈໍາໜ່າຍສິນຄ້າໂອດ໊ອບ ແລະ ຄອບຄົວຕົວແບບແລ້ວ ພາຍໃນງານຍັງໄດ້ມີການຈັດສຳມະນາໃຫ້ຫົວໜ່ວຍສິນຄ້າທີ່ໄດ້ຮັບກາໝາຍ ODOP ແລະ ຫົວໜ່ວຍຄອບຄົວຕົວແບບ ໃນຫົວຂໍ້: 1). ເສດຖະກິດໂລກ ແລະ ສປປ ລາວ ຫຼັງພະຍາດໂຄວິດ – 19; 2). ການນຳໃຊ້ທຶນສົ່ງເສີມ SME ເພື່ອການຟື້ນຟູທຸລະກິດຫຼັງໂຄວິດ – 19.

ພິເສດໃນງານຄັ້ງນີ້ຍັງມີພິທີປະກາດຫົວໜ່ວຍທີ່ໄດ້ຮັບກາໝາຍສິນຄ້າໂອດ໊ອບ ປະຈຳປີ 2020 ຂອງ ນວ ມີຈຳນວນ 5 ຫົວໜ່ວຍ ຄື: 1) ກຸ່ມຫັດຖະກຳຕີເຫຼັກ ບ້ານດອນສ້າງໄພ ເມືອງປາກງື່ມ; 2). ກຸ່ມໂຮງສີຜະລິດເຂົ້າຫອມສັງທອງ ບ້ານເພຍລາດ ເມືອງສັງທອງ; 3). ຫັດຖະກຳຕ່ຳຫູກໄຄສີ ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ; 4). ໂຮງຊ່າງຫັດຖະກຳຟ້າວັດທະນາ ບ້ານທົ່ງຂັນຄຳ ເມືອງຈັນທະບູລີ ແລະ 5). ວິສາຫະກິດສ່ວນບຸກຄົນໂຮງກະແລັມບ້ານບ້ານ ບ້ານໂພນພະເນົາ ເມືອງໄຊເສດຖາ.

ແມ່ ພູວີ ພິມມະຈັນ ເຈົ້າຂອງຫ້ອງປຸງແຕ່ງຢາພື້ນເມືອງ ຫວ້ານລືສີຄູນຊັບ ໃຫ້ສຳພາດວ່າ: ການເຂົ້າຮ່ວມງານວາງສະແດງຄັ້ງນີ້ ຖືເປັນຄັ້ງທຳອິດນັບຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ – 19 ເຊິ່ງໂຄວິດ – 19 ມັນໄດ້ສ້າງຜົນກະທົບຕໍ່ເສດຖະກິດ ແລະ ການຄ້າໃນທົ່ວໂລກ. ໃນນັ້ນ, ທຸລະກິດຂອງພວກເຮົາກໍກະທົບໜັກເຊັ່ນກັນ ເນື່ອງຈາກບໍ່ມີການເຄື່ອນໄຫວທຸລະກິດໃນຫຼາຍເດືອນ ແລະ ການເຂົ້າຮ່ວມໃນຄັ້ງນີ້ກໍເຫັນວ່າລູກຄ້າ ແລະ ຍອດຂາຍແມ່ນຫຼຸດລົງຫຼາຍເກືອບ 3 ເທົ່າຂອງຍອດຂາຍທີ່ເຄີຍຂາຍໄດ້ໄລຍະທີ່ບໍ່ມີການລະບາດຂອງພະຍາດໂຄວິດ – 19. ພ້ອມດຽວກັນນີ້, ຍັງໄດ້ຝາກເຖິງພາກລັດ ກໍຄືພາກສ່ວນທີ່ກ່ຽວຂ້ອງຊ່ວຍເຮັດແນວໃດໃຫ້ຜະລິດຕະພັນຂອງຄົນລາວແທ້ໆຫັນເຂົ້າສູ່ຄຸນນະພາບ ພ້ອມທັງສະເໜີໃຫ້ຊ່ວຍເລື່ອງຕະຫຼາດ ເພື່ອເຮັດໃຫ້ຜະລິດຕະພັນຂອງຄົນລາວມີຕະຫຼາດຈຳໜ່າຍບໍ່ວ່າຈະເປັນຢູ່ພາຍໃນ ຫຼື ຕ່າງປະເທດໃຫ້ຜະລິດຕະພັນຂອງຄົນລາວໄດ້ອອກສູ່ສັງຄົມ ເບື້ອງຜູ້ປະກອບການພວກເຮົາສຸດທີ່ຈະຢາກ ຜະລິດຈຳນວນຫຼວງຫຼາຍ ແຕ່ຜະລິດອອກມາກໍບໍ່ມີຕະຫຼາດຈຳໜ່າຍ.

ທ່ານ ອານັນ ທອງສະຫວັດ ເຈົ້າຂອງຜະລິດຕະພັນກະແລັມບ້ານບ້ານ ໃຫ້ຮູ້ວ່າ: ໂຄວິດ – 19 ລະບາດ ສົ່ງຜົນກະທົບຕໍ່ທຸລະກິດຂອງພວກເຮົາ ໂດຍສະເພາະເລື່ອງການນຳເຂົ້າວັດຖຸດິບທີ່ນຳມາຜະລິດກະແລັມຫຍຸ້ງຍາກ, ແຕ່ດ້ານຍອດຂາຍຖືວ່າຢູ່ໃນລະດັບໃກ້ຄຽງກັບໄລຍະທີ່ບໍ່ມີພະຍາດໂຄວິດ – 19 ລະບາດ ເນື່ອງຈາກສິນຄ້າເຮົາຈຳໜ່າຍຢູ່ຕາມຮ້ານສະດວກຊື້ ແລະ ຮ້ານຄ້າທົ່ວໄປ.