ຊົມເຊີຍ! ເຄິ່ງປີກອງຄຸ້ມຄອງພາສີ II ເກັບລາຍຮັບລື່ນແຜນ

156

ໃນປີ 2020 ກອງຄຸ້ມຄອງພາສີ II ( ແຂວງອຸດົມໄຊ – ແຂວງຜົ້ງສາລີ ) ໄດ້ຮັບຕົວເລກແຜນການ 49,2 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ ສາມາດປະຕິບັດໄດ້ 30,7 ຕື້ກີບ ເທົ່າກັບ 62,55% ຂອງແຜນການປີ ( ລື່ນແຜນການ 12,55% ). ໃນນັ້ນ, ກອງກວດກາພາສີປະຈຳແຂວງອຸດົມ ໄຊ ປະຕິບັດລາຍຮັບໄດ້ເຖິງ 188,45% ຂອງແຜນການປີ.

ທ່ານ ບຸນເພັງ ສຸພັດທອນ ຫົວໜ້າກອງຄຸ້ມຄອງພາສີ II ໃຫ້ຮູ້ວ່າ: ກອງຄຸ້ມຄອງພາສີ II ປະກອບມີ 2 ( ຂະແໜງບໍລິຫານ ແລະ ກວດກາພາຍໃນ; ຂະແໜງຕ້ານ ແລະ ກວດສອບຄືນການແຈ້ງພາສີ ); ມີ 1 ກອງກວດກາພາສີປະຈຳແຂວງ, 2 ດ່ານສາກົນ ( ດ່ານພາສີສາກົນລານຕູ້ຍ ແລະ ດ່ານພາສີສາ ກົນປາງຫົກ ); 2 ດ່ານທ້ອງຖິ່ນ ( ດ່ານພາສີທ້ອງຖິ່ນປ່າຄາ ແລະ ດ່ານພາສີທ້ອງຖິ່ນພູຫຼັກຄໍາ ); 2 ດ່ານປະເພນີ ( ດ່ານພາສີປະເພນີແມັງກົວຟົງ ແລະ ດ່ານພາສີປະເພນີປ່າຈາ ).

ປີ 2020 ໄດ້ຮັບຕົວເລກແຜນການທັງໝົດ 49,2 ຕື້ກີບ, ແຕ່ຜ່ານການຈັດຕັ້ງປະຕິບັດໃນ 6 ເດືອນຕົ້ນປີ ສາມາດປະ ຕິບັດໄດ້ 30,7 ຕື້ກີບ ເທົ່າກັບ 62,55% ຂອງແຜນການປີ ( ລື່ນແຜນການ 12,55% ). ໃນນັ້ນ, ຂະແໜງຕ້ານ ແລະ ກວດສອບຄືນການແຈ້ງພາສີປະຕິບັດໄດ້ 16,99% ຂອງແຜນການປີ; ດ່ານພາສີສາກົນປາງຫົກ ປະຕິບັດໄດ້ 86,34% ຂອງແຜນການປີ; ດ່ານພາສີສາກົນລານຕູ້ຍ ປະຕິບັດໄດ້ 65,71% ຂອງແຜນການປີ; ດ່ານພາສີທ້ອງຖິ່ນປ່າຄາ ປະຕິບັດໄດ້ 13,64% ຂອງແຜນການປີ; ດ່ານພາສີທ້ອງຖິ່ນພູຫຼັກຄໍາ ປະຕິບັດໄດ້ 19,72% ຂອງແຜນການປີ; ກອງກວດກາພາສີ ປະຈຳແຂວງອຸດົມໄຊ ປະຕິບັດລາຍຮັບໄດ້ 188,45% ຂອງແຜນການປີ ເຊິ່ງລາຍຮັບສ່ວນໃຫຍ່ໄດ້ມາຈາກສິນຄ້ານຳເຂົ້າເພື່ອສົ່ງອອກ, ພາຫະນະ, ເຄື່ອງອຸປະໂພກ – ບໍລິໂພກ, ເຄື່ອງກໍ່ສ້າງ, ຄ່າທຳນຽມ, ເຄື່ອງໄຟຟ້າ, ຄ່າປັບໃໝ – ຂາຍເຄື່ອງຮິບ, ຄ່າຊັກພິເສດ ແລະ ອື່ນໆ.

ເຖິງຢ່າງໃດກໍຕາມ, ໃນ 6 ເດືອນທ້າຍປີ 2020 ກອງຄຸ້ມຄອງພາສີ II ໄດ້ມີມາດຕະການໃນການຈັດຕັ້ງປະຕິບັດເກັບລາຍຮັບ, ເພີ່ມທະວີຊີ້ນຳ – ນໍາພາວຽກງານແນວຄິດການເມືອງ; ເອົາໃຈໃສ່ຂໍ້ຫ້າມ ແລະ ລະບຽບວິໄນຕາມຂໍ້ຕົກລົງ 1124/ກງ; ສ້າງກົນໄກຄຸ້ມຄອງການນຳເຂົ້າພາຫະນະຢ້ຽມຢາມທ່ອງທ່ຽວ ບ53; ເອົາໃຈໃສ່ວຽກງານກວດກາສິນຄ້າຢູ່ດ່ານພາສີຊາຍແດນ; ເອົາໃຈໃສ່ປັບປຸງກົນໄກວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີໃນດ່ານ ແລະ ນອກດ່ານ.

ນອກນັ້ນ, ກໍສືບຕໍ່ຄຸ້ມຄອງການເຄື່ອນຍ້າຍສິນຄ້າ, ນ້ຳມັນເຊື້ອໄຟ ແລະ ອາຍແກ໊ສ, ສືບຕໍ່ແກ້ໄຂພາຫະນະບໍ່ຖືກຕ້ອງ, ປະສານສົມທົບບກັບເຈົ້າໜ້າທີ່ຂະແໜງການກ່ຽວຂ້ອງ ເປັນຕົ້ນແມ່ນເຈົ້າໜ້າທີ່ ປກສ, ຍທຂ ເພື່ອນຳໃຊ້ມາດຕະການໃນການແກ້ໄຂພາຫະນະນຳເຂົ້າບໍ່ເສຍພາສີ ໂດຍສະເພາະແມ່ນພາຫະນະບໍ່ມີປ້າຍທີ່ຍັງນຳໃຊ້ຕາມຕົວເມືອງ, ພາຫະນະນຳໃຊ້ປ້າຍທະບຽນປອມ ແລະ ຄຸ້ມຄອງພາຫະນະເຂົ້າ – ອອກຕາມຊາຍແດນ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນ ເພື່ອຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນການ.

( ເນື້ອໃນ – ຮູບ: ອາພັດສະລາ ) [ ຂ່າວ: ສົມສະຫວິນ ]