ຢູນີເທວ ສືບຕໍ່ໄດ້ຮັບການຢືນຢັນເປັນເຄືອຄ່າຍມືຖືທີ່ໄວທີ່ສຸດໃນລາວ

422

ສະແດງໃຫ້ເຫັນການພັດທະນາເຄືອຄ່າຍທີ່ມີຄຸນນະພາບຂອງເຄືອຄ່າຍຢູນີເທວ ນັບມື້ນັບເຂັ້ມແຂງ ເມື່ອບໍລິສັດ Ookla ສືບຕໍ່ຢືນຢັນວ່າ: ຢູນີເທວ ( Unitel ) ເປັນຜູ້ໃຫ້ບໍລິການເຄືອຄ່າຍມືຖືທີ່ມີຄວາມໄວທີ່ສຸດ ໃນໄຕມາດ 1 ແລະ ໄຕມາດ 2 ປີ 2020 ໂດຍ Ookla .

ຂໍ້ມູນອ້າງອີງການດາວໂຫຼດ ແລະ ອັບໂຫຼດຄວາມໄວອິນເຕີເນັດຄະແນນລວມແມ່ນ 35.75 ( www.speedtest.net/awards/laos/ ) ສະແດງໃຫ້ເຫັນວ່າ: ເຄືອຄ່າຍຢູນີເທວ ບໍ່ໄດ້ຢຸດນິ້ງໃນການພັດທະນາເປັນເຄືອຄ່າຍຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມທີ່ໄດ້ຮັບລາງວັນຈາກສາກົນ ຢືນຢັນວ່າການສະໜອງບໍລິການອິນເຕີເນັດທີ່ມີ ຄວາມໄວທີ່ສຸດໃນ ສປປ ລາວ.

ຕາມຂໍ້ມູນຂອງການທົດລອງ Speed Test ສະແດງໃຫ້ເຫັນວ່າ: ເຄືອຄ່າຍຢູນີເທວບັນລຸສະເລ່ຍ download/upload ແມ່ນ 37.47Mbps/18.47 Mbps, ທຽບເທົ່າກັບ 35.75 ຄະແນນ ( ຕາມມາດຕະຖານຂອງບໍລິສັດດັ່ງກ່າວໄດ້ກຳນົດ ) ພິເສດ: ລະດັບການເຊື່ອມຕໍ່ອິນເຕີເນັດ ( Latency ) ແມ່ນດີຫຼາຍ ສະເລ່ຍ 36 ms ເຊິ່ງສາມາດຫຼິ້ນເກມອອນລາຍ, ແບ່ງປັນວິດີໂອ, live stream ຜ່ານພື້ນຖານມືຖືທີ່ຕ້ອງການຄວາມໄວສູງ ແລະ ສະໝໍ່າສະເໝີ.

ປີ 2019 ເຄືອຄ່າຍຢູນີເທວ ໄດ້ຮັບລາງວັນເປັນເຄືອຄ່າຍມືຖືທີ່ໄວທີ່ສຸດໃນລາວ ສຳລັບໄຕມາດ 2 ແລະ ໄຕມາດ 3 ປີ 2019 ບັນລຸສະເລ່ຍ download/upload ແມ່ນ 35.43 Mbps/17.30 Mbps ທຽບເທົ່າກັບ 32.62 ຄະແນນ ( ຕາມມາດຕະຖານຂອງບໍລິສັດດັ່ງກ່າວໄດ້ກຳນົດ ) ພິເສດ: ລະດັບການເຊື່ອມຕໍ່ອິນເຕີເນັດ ( Latency ) ແມ່ນດີຫຼາຍສະເລ່ຍ 32.5 ms.

ບໍລິສັດ Ookla ແມ່ນບໍລິສັດລະດັບສາກົນທີ່ເຮັດໜ້າທີ່ໃນການກວດກາ, ທົດລອງຄຸນນະພາບອິນເຕີເນັດໃນທົ່ວໂລກ ແລະ ໄດ້ສະແດງຂໍ້ມູນຜົນການເທສສະປີດເພື່ອຢືນຢັນໃຫ້ແກ່ຢູນີເທວ ເປັນເຄືອຄ່າຍທໍາອິດໃນ ສປປ ລາວ ທີ່ສືບຕໍ່ໄດ້ຮັບການຢືນຢັນນີ້ ແລະ ກໍເປັນຄັ້ງທີ 2 ທີ່ໄດ້ຮັບລາງວັນດັ່ງກ່າວ, ເປັນລາງວັນແຫ່ງ ຄວາມພູມໃຈແກ່ຢູນີເທວ ເຖິງແມ່ນວ່າໄລຍະຕົ້ນປີ 2020 ທົ່ວໂລກຈະພົບກັບການລະບາດຂອງພະຍາດໂຄວິດ – 19 ແຕ່ຢູນີເທວກໍບໍ່ໄດ້ຢຸດຕໍ່ການປະຕິບັດໜ້າທີ່ຂອງຕົນ ເພື່ອສືບຕໍ່ ແລະ ຮັບປະກັນໃຫ້ແກ່ການນໍາໃຊ້ຂອງລູກຄ້າ ເຊິ່ງໃນໄລຍະການລະບາດຂອງພະຍາດໂຄວິດ – 19 ເຮັດໃຫ້ທຸກໆຄົນໄດ້ໃຫ້ຄວາມສໍາຄັນໃນການເຊື່ອມຕໍ່ຫາກັນຜ່ານຊ່ອງທາງອິນເຕີເນັດ ຜູ້ຊົມໃຊ້ຂອງຢູນີເທວມີຫຼາຍກວ່າ 2 ລ້ານເລກໝາຍທີ່ນຳໃຊ້ດາຕ້າອິນເຕີເນັດ, ຂໍ້ມູນດັ່ງກ່າວສະແດງໃຫ້ເຫັນເຖິງການເຂົ້າເຖິງດ້ານເຕັກໂນໂລຊີໃໝ່ໃນລາວນັບມື້ສູງຂຶ້ນ ແລະ ອິນເຕີເນັດໄດ້ກາຍເປັນປັດໄຈສໍາຄັນທີ່ຂາດບໍ່ໄດ້ໃນການນໍາໃຊ້ໃນຊີວິດ; ສ້າງໃຫ້ວຽກງານສື່ສານສະດວກວ່ອງໄວ, ອໍານວຍຜົນດີຕໍ່ການດຳລົງຊີວິດຂອງປະຊາຊົນບໍ່ວ່າຈະຢູ່ເຂດຕົວເມືອງຈົນເຖິງເຂດຊົນນະບົດ, ຊ່ວຍເຮັດໃຫ້ມີໂອກາດໃນການຊອກຮູ້ຮ່ຳຮຽນ ແລະ ສ້າງອາຊີບໃຫ້ແກ່ຫຼາຍໆຄົນ ທຸກຄົນໄດ້ຮັບຮູ້ຂໍ້ – ມູນຂ່າວສານຈາກພາຍນອກ ແລະ ພາຍໃນ, ໂດຍສະເພາະແມ່ນໄລຍະທີ່ມີການລະບາດຂອງພະຍາດໂຄວິດ – 19 ໂດຍຜ່ານການເຊື່ອມຕໍ່ອິນເຕີເນັດ ທຸກຄົນສາມາດຮັບຮູ້ຂໍ້ມູນ – ຂ່າວສານໄດ້ຢ່າງວ່ອງໄວ ແລະ ທັນເວລາ ເພື່ອປ້ອງກັນ ແລະ ຮັບມືກັບການລະບາດຂອງພະຍາດໂຄວິດ – 19 ເຊິ່ງຄວາມສໍາຄັນດັ່ງກ່າວໄດ້ກາຍເປັນແຮງຈູງໃຈໃນການພັກດັນໃຫ້ ຢູນີເທວ ຕ້ອງຮັບປະກັນໄດ້ວຽກງານດ້ານການຮັບປະກັນຄຸນນະພາບຂອງເຄືອຄ່າຍ ເພື່ອໃຫ້ທຸກຄົນໃນສັງຄົມໄດ້ເຊື່ອມຕໍ່ການສື່ສານຢ່າງມີຄຸນນະພາບທີ່ດີທີ່ສຸດ.

ປັດຈຸບັນສ່ວນແບ່ງຕະຫຼາດມືຖືຂອງຢູນີເທວ ມີປະມານ 57%, ການສະໜອງລະບົບໂຄງລ່າງ 3G/4G/4.5G ກວ້າງຂວາງທີ່ສຸດ ດ້ວຍ 8.000 ສູນສະຖານີ, ສະໜອງອິນເຕີເນັດມືຖື ເຖິງເຂດຊົນນະບົດ, ເຂດຫ່າງໄກສອກຫຼີກ, ໃນນັ້ນເຄືອຄ່າຍ 4ຈີ ໄດ້ເປີດນຳໃຊ້ນັບແຕ່ເດືອນກຸມພາ 2015 ສັນຍານປົກຄຸມໄດ້ເຖິງ 96% ຂອງຈຳນວນພົນລະເມືອງທີ່ຢູ່ເຂດເທສະບານແຂວງ, 92% ເຂດເທສະບານເມືອງ, ປັດຈຸບັນທີ່ 148/148 ( 100 % ) ເຂດເທສະບານເມືອງທີ່ໄດ້ສະໜອງສັນຍານ LTE 4.5G ເຊິ່ງລະບົບດັ່ງກ່າວສາມາດເພີ່ມຄວາມໄວໃນການດາວໂຫຼດທົບ 2 ເທົ່າ ຖ້າທຽບໃສ່ກັບລະບົບ 4G. ຄຽງຄູ່ກັນນັ້ນ, ກໍໄດ້ເປີດໃຫ້ທົດລອງນໍາໃຊ້ລະບົບ 5G ເພື່ອກຽມພ້ອມສະໜອງບໍລິການ 5G ໃນອະນາຄົດອັນໃກ້.

ຢູນີເທວ ບໍ່ພຽງໃຫ້ບໍລິການດ້ານການສື່ສານຄົບວົງຈອນ ແຕ່ຍັງໃຫ້ບໍລິການດ້ານລະບົບໄອທີເຕັກໂນໂລຊີທີ່ທັນສະໄໝ. ຄຽງຄູ່ກັບທິດທາງແຜນການຂອງລັດຖະບານທີ່ຫັນເປັນເອເລັກໂຕຣນິກ ເຊັ່ນ: ລະບົບຄຸ້ມຄອງບໍລິຫານເອກະສານ, ລະບົບການເຮັດທຸລະກຳທາງເອເລັກໂຕຣນິກ ເຊິ່ງເຄືອຄ່າຍຂອງຢູນີເທວ ກໍໄດ້ສະໜອງບໍລິການກະເປົາເງິນເອເລັກໂຕຣ ນິກ ຊື່ວ່າ “ u-money ” ເປັນບໍລິການກ່ຽວກັບການຊໍາລະທາງມືຖືຫຼຸດຜ່ອນການນໍາໃຊ້ເງິນສົດທຸກທຸລະກໍາຈະຈ່າຍຜ່ານລະບົບມືຖືທັງໝົດ ເຊິ່ງໃນຫຼາຍໆປະເທດກໍໄດ້ນໍາໃຊ້ລະບົບດັ່ງກ່າວແລ້ວ, ນີ້ກໍສະແດງໃຫ້ເຫັນການພັດທະນາແບບບໍ່ຢຸດຢັ້ງຂອງຢູນີເທວ ໃນການສ້າງສິ່ງໃໝ່ໆເພື່ອນໍາເອົາບໍລິການທີ່ດີທີ່ສຸດມາສູ່ປະຊາຊົນລາວ.