u-money ກັບການໃຫ້ບໍລິການຢ່າງກວ້າງຂວາງ

318

u-money ເປັນບໍລິການດ້ານ Mobile Money ການເງິນເທີງມືຖື ສະໜອງບໍລິການໂດຍ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ເຊີ່ງເປັນບໍລິສັດລູກຂອງ ບໍລິສັດ ສະຕາ ໂທລະຄົມ ( Unitel )ໄດ້ຮັບອະນຸຍາດ ການໃຫ້ບໍລິການຢ່າງຖືກຕ້ອງຕາມລະບຽບກົດໝາຍ ຂອງທະນາຄານແຫ່ງ ສປປລາວ ວາງອອກ. ພາຍຫລັງ 1 ປີ ແຫ່ງການສະໜອງບໍລິການຢ່າງເປັນທາງການ u-money ປະຈຸບັນມີລູກຄ້ານຳໃຊ້ເກືອບ 100,000 ລູກຄ້າ, ມີຮ້ານຕົວແທນໃຫ້ບໍລິການຫລາຍກ່ວາ 10,000 ຮ້ານຕົວແທນ ໃນທົ່ວປະເທດ. ດ້ວຍທ່າແຮງຮ້ານຕົວແທນ u-money ກະຈາຍຢູ່ ເກືອບທຸກເມືອງ , ທຸກແຂວງ, ສະນັ້ນການເຮັດທຸລະກຳຕ່າງໆເຊັ່ນ : ການໂອນເງິນໃຫ້ກັນ, ການຖອນເງິນ, ການຊຳລະການຊື້ຂາຍເຊີ່ງກັນແລະກັນກໍ່ຈະງ່າຍ , ສະດວກຫລາຍຂຶ້ນເກືອບທຸກພື້ນທີ່ໃນທົ່ວປະເທດ ບໍ່ວ່າຈະຢູ່ຫ່າງໄກສອກຫລີກພຽງໃດ ບໍລິການ u-money ແມ່ນສາມາດນຳໃຊ້ກັບໂທລະສັບທັງຮູບແບບທຳມະດາ ທີ່ບໍ່ໃຊ້ອິນເຕີເນັດ ແລະ ໃຊ້ຜ່ານແອັບໂດຍນຳໃຊ້ອິນເຕີເນັດ.

ປະຈຸບັນ u-money ໄດ້ສະໜອງຊ່ອງທາງໃນການໃຫ້ບໍລິການ ທີ່ມີຫຼາຍທາງເລືອກຫຼາຍກວ່າເກົ່າ ໂດຍສະເພາະແມ່ນຊ່ອງທາງການຊໍາລະເຊັ່ນ : ການໂອນເງິນ, ການຖອນ, ການຊຳລະຄ່າໂທ ຂອງຢູນີເທວ, ເບີອີທີແອວ , ການຊຳລະຊື້ປະກັນໄພ LVI, ຊຳລະຄ່າຫວຍ ແລະ ການຊຳລະຜ່ານ QR code ຢູ່ບັນດາຮ້ານຄ້າທີ່ຮ່ວມລາຍການ. ນອກນັ້ນ ປະຈຸບັນ u-money ໄດ້ເຊື່ອມຕໍ່ສໍາເລັດ ກັບ ທະນາຄານ ຮ່ວມທຸລະກິດ ລາວ – ຫວຽດ (Lao-Viet Bank), ທະນາຄານ ມາຣູຮານ ເຈແປນລາວ (Maruhan Japan Bank Lao) ແລະ ສືບຕໍ່ເຊື່ອມກັບບັນດາທະນາຄານອື່ນໆໃນ ສປປລາວ ເພື່ອຕອບສະໜອງໄດ້ບໍລິການທີ່ເຕັມຮູບແບບແລະນໍາໜ້າກ່ອນໝູ່.

ໃນປີ 2020 ຢູມັນນີໄດ້ສະເໜີຊື່ເຂົ້າຊີງລາງວັນຈາກ Asia-Pacific Stevie Awards ໄດ້ຮັບເລືອກຊະນະລາງວັນ Silver Stevie®ໃນໝວດ “ນະວັດຕະກຳໃໝ່ດ້ານຜະລິດຕະພັນ ແລະ ການບໍລິການສຳລັບຜູ້ບໍລິໂພກ“ Innovation in consumer products and Service”, ລາງວັນດ່ັງກ່າວສະແດງໃຫ້ເຫັນເຖິງຄຸນະພາບຂອງການພັດທະນາການບໍລິການມາຕະຫຼອດໄລຍະການເລີ່ມໃຫ້ບໍລິການເຖິງປະຈຸບັນເປັນໄລຍະ 1ປີ ສ້າງຄວາມເຊື່ອໝັ້ນແກ່ບໍລິການສະແດງໃຫ້ເຫັນເຖິງການປ່ຽນແປງ ແລະ ການພັດທະນາການຫັນເປັນດີຈີຕອນແບບເຕັມຮູບແບບ ທີ່ຢູມັນນີເປັນຜູ້ໃຫ້ບໍລິການທໍາອິດທີ່ສະໜອງບໍລິການທີ່ໃໝ່ສູ່ປະຊາຊົນລາວ.