ຈີນ ອາດຍົກບັນຫາ ຕິກຕ໊ອກ ແລະ ວີແຊັດເຂົ້າສູ່ໂຕະເຈລະຈາການຄ້າກັບອາເມຣິກາ

175

ສຳນັກຂ່າວ ບລູມເບີກ ລາຍງານວ່າ: ຄະນະເຈລະຈາການຄ້າຂອງສະຫະລັດອາເມຣິກາ ແລະ ສປ ຈີນ ກຽມເຂົ້າສູ່ໂຕະເຈລະຈາອີກຄັ້ງໜຶ່ງ ເພື່ອປຶກສາຫາລືກ່ຽວກັບບັນຫາດ້ານການຄ້າຂອງສອງປະເທດ ເຊິ່ງຈະຈັດຂຶ້ນໃນໄວໆນີ້.


ລາຍງານລະບຸວ່າ: ມີ ຄວາມເປັນໄປໄດ້ທີ່ ຈີນ ຈະຍົກບັນຫາກ່ຽວກັບ ຕິກຕ໊ອກ ( TikTok ) ແລະ ວີແຊັດ ( WeChat ) ຂຶ້ນມາປຶກສາຫາລື. ນອກຈາກນີ້, ຍັງຈະໄດ້ປຶກສາຫາລືກ່ຽວກັບສິນຄ້າກະສິກຳ, ອັດຕາແລກປ່ຽນລະຫວ່າງເງິນໂດລາສະຫະລັດ ກັບ ເງິນຢວນ ຂອງຈີນ ເຊິ່ງຈະເປັນໜຶ່ງໃນຫົວຂໍ້ຫຼັກຂອງການປຶກສາຫາລືໃນການເຈລະຈາຄັ້ງນີ້ ເຊິ່ງຄາດວ່າຈະມີຂຶ້ນທ້າຍອາທິດນີ້ ຫຼື ຕົ້ນອາທິດໜ້າ.

ເມື່ອອາທິດຜ່ານມາ ປະທານາທິບໍດີ ໂດນັນ ທຣຳ ຂອງສະຫະລັດ ໄດ້ອອກຄຳສັ່ງຫ້າມບັນດາບໍລິສັດ ແລະ ໜ່ວຍງານຕ່າງໆໃນສະຫະລັດອາເມຣິກາ ເຮັດທຸລະກຳດ້ານການຄ້າກັບ ບໍລິສັດໄບແດນ ເຊິ່ງເປັນເຈົ້າຂອງແອັບພລິເຄຊັນ ຕິກຕ໊ອກ ແລະ ບໍລິສັດເທັນເຊັນ ເຈົ້າຂອງແອັບ ວີແຊັດ ໂດຍອ້າງວ່າ ເພື່ອ ຄວາມໝັ້ນຄົງຂອງສະຫະລັດອາເມຣິກາ.