4 ຂໍ້ທີ່ຄວນເຮັດ “ຫຼັງຕື່ນນອນ” ເພື່ອສຸຂະພາບທີ່ດີຂຶ້ນ

111

ໃນທຸກໆເຊົ້າຫຼັງຕື່ນນອນເຮົາເຮັດຫຍັງແນ່ ຫຼາຍຄົນອາດຈື່ບໍ່ໄດ້ເພາະມັນເປັນກິດຈະວັດທີ່ສະມອງຈື່ຈຳ ແລ້ວສັ່ງໃຫ້ຮ່າງກາຍຕ້ອງເຮັດໂດຍອັດຕະໂນມັດ ຫຼື ອາດຈະເປັນເພາະບໍ່ມີສະຕິຫຼາຍພໍທີ່ຈະສົນໃຈກັບສິ່ງທີ່ເຮັດ ການເລີ່ມຕົ້ນມື້ໃໝ່ແບບນີ້ບໍ່ແມ່ນນິໄສທີ່ຄວນເຮັດເລີຍ ແຕ່ຖ້າຢາກຈະມີຊີວິດທີ່ດີຂຶ້ນ ລອງປ່ຽນຕົວເອງແລ້ວເລີ່ມຕົ້ນມື້ໃໝ່ ແລ້ວເຮົາມາເບິ່ງກັນວ່າຫຼັງຈາກຜ່ານໄປຈະເຮັດໃຫ້ຊີວິດເຮົາດີຂຶ້ນແນວໃດ.

1 ດື່ມນໍ້າດື່ມຫຼັງຕື່ນນອນ.

ການດື່ມນໍ້າຫຼັງຈາກຕື່ນນອນ ຈະສົ່ງຜົນດີຕໍ່ຮ່າງກາຍ ເພາະຮ່າງກາຍຂອງເຮົາປະກອບດ້ວຍນໍ້າປະມານ 72% ສ່ວນສະໝອງມີນໍ້າຫຼາຍກວ່າເຖິງ 75% ນໍ້າຈຶ່ງເປັນສິ່ງທີ່ຮ່າງກາຍຂາດບໍ່ໄດ້.

ໃນຊ່ວງຕື່ນນອນໃໝ່ໆ ຈະເປັນຊ່ວງທີ່ເລືອດມີຄວາມຂຸ້ນສູງ ເນື່ອງຈາກຮ່າງກາຍຂາດນໍ້າຕໍ່ເນື່ອງ 5-8 ຊົ່ວໂມງໃນຂະນະຫຼັບ ການດື່ມນໍ້າຈະຊ່ວຍໃຫ້ເລືອດໄຫຼວຽນໄດ້ງ່າຍຂຶ້ນເຮັດໃຫ້ຮ່າງກາຍສົດຊື່ນ.

2 ຢ່າລືມຂັບຖ່າຍ.

ການຂັບຖ່າຍເປັນເລື່ອງສຳຄັນຫຼາຍ ຢ່າລືມວ່າເຮົາກິນອາຫານເຂົ້າໄປທຸກມື້ ຮ່າງກາຍຈະຍ່ອຍເອົາສານອາຫານໄປໃຊ້ຈົນເຫຼືອກາກໃຍ ແລະ ຂອງເສຍທີ່ຖ້າເອົາອອກ ໃນເມື່ອເອົາເຂົ້າທຸກມື້ກໍຄວນເອົາອອກທຸກມື້ເຊັ່ນດຽວກັນ ບໍ່ດັ່ງນັ້ນມັນກໍຈະໝັກໝົມ ອາດສົ່ງຜົນເສຍໄລຍະສັ້ນ ເຮັດໃຫ້ທ້ອງອືດ ເປັນລິດສີດວງທະວານ ແຕ່ຜົນໄລຍະຍາວອາດຮ້າຍແຮງເຖິງຂັ້ນເປັນມະເຮັງລຳໄສ້ໃຫຍ່ເລີຍກໍເປັນໄດ້ ດັງນັ້ນ ຈຶ່ງຕ້ອງພະຍາຍາມຝຶກໂຕເອງໃຫ້ເປັນຄົນທີ່ຕ້ອງຂັບຖ່າຍທຸກເຊົ້າ.

3 ກິນອາຫານເຊົ້າ.

ທຸກຄົນຮູ້ວ່າອາຫານເຊົ້າສຳຄັນ ແລະ ມີປະໂຫຍດເພາະເປັນອາຫານຄາບທຳອິດຂອງມື້ ແລະ ເປັນແຫຼ່ງພະລັງງານທຳອິດຂອງເຮົານຳອີກ ຖ້າເຮົາອົດອາຫານເຊົ້າຮ່າງກາຍ ແລະ ສະໝອງຈະຂາດອາຫານ ແລະພະລັງງານ ຈົນເຮັດໃຫ້ຮູ້ສຶກເມື່ອຍ ບໍ່ມີແຮງ ຮັບຮູ້ຊ້າ ເຮັດວຽກບໍ່ມີປະສິດທິພາບ ດັງນັ້ນ ຖ້າຢາກຈະເລີ່ມມື້ໃໝ່ທີ່ດີ ສຸຂະພາບແຂງແຮງ ກໍຕ້ອງກິນອາຫານເຊົ້າ ເນັ້ນອາຫານທີ່ໃຫ້ພະລັງງານ ຄາໂບໄຮເດດ ເພາະຮ່າງກາຍຈຳເປັນຕ້ອງໃຊ້ພະລັງງານໝົດມື້ ຮອງລົງມາຄືໂປຣຕີນ ແຕ່ກໍຄວນກິນໃຫ້ຄົບ 5 ໝູ່ຈະດີທີ່ສຸດ.

4 ອາບນໍ້າ.

ບາງຄົນບໍ່ອາບນໍ້າໃນຕອນເຊົ້າ ເພາະຄິດວ່າຕອນກາງຄືນຫາກະອາບ ບໍ່ມີເຫື່ອ ບໍ່ໄດ້ອອກໄປຫຼິ້ນເປື້ອນຢູ່ໄສ ຢູ່ແຕ່ບ່ອນນອນ ອັນທີ່ຈິງກໍເປັນສິດທິສ່ວນບຸກຄົນວ່າຈະອາບ ຫຼື ບໍ່ອາບກໍໄດ້ ແຕ່ການອາບນໍ້າໃນຕອນເຊົ້າມັນມີປະໂຫຍດຫຼາຍກວ່ານັ້ນ ເພາະຊ່ວຍໃຫ້ເຮົາສະບາຍຕົວຂຶ້ນ ເພີ່ມຄວາມໝັ້ນໃຈລະຫວ່າງມື້ ຄາຍຄຽດໄດ້ ແລະປຸກຮ່າງກາຍໃຫ້ຕື່ນຕົວຢ່າງເຕັມທີ່.