ພູໄຟຊິນາບຸງ ລະເບີດ ພົ່ນຄວັນສູງຫຼາຍພັນແມັດ

418

ສຳນັກຂ່າວຣອຍເຕີ ລາຍງານວ່າ: ເກີດເຫດພູໄຟ ຊິນາບຸງ ໃນແຂວງສຸມາດຕຣາ ຂອງອິນໂດເນເຊຍ ລະເບີດຂຶ້ນອີກຄັ້ງໃນວັນທີ 10 ສິງຫາຜ່ານມາ ຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ມີຄວັນ ( ຂີ້ເທົ່າ ) ພຸ່ງຂຶ້ນສູ່ທ້ອງຟ້າສູງເກືອບ 3 ກິໂລແມັດ ແລະ ປົກຄຸມເປັນບໍລິເວນກວ້າງ ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ.

ລາຍງານລະບຸວ່າ: ພູໄຟຊິນາບຸງລະເບີດຂຶ້ນພົ່ນຄວັນ ຫຼື ຂີ້ເທົ່າສູງເຖິງ 2.460 ແມັດ ເຊິ່ງເປັນການລະເບີດຂຶ້ນເປັນຄັ້ງທີ 2 ຫຼັງຈາກຄັ້ງທຳອິດເກີດຂຶ້ນ ເມື່ອວັນທີ 8 ສິງຫາຜ່ານມາ, ເຈົ້າໜ້ທີ່ທ້ອງຖິ່ນໄດ້ອອກປະກາດແຈ້ງເຕືອນປະຊາຊົນ ແລະ ນັກທ່ອງທ່ຽວທີ່ຢູ່ໃກ້ຄຽງຈົ່ງລະມັດລະວັງ ເນື່ອງຈາກອາດມີຄວາມເປັນໄປໄດ້ທີ່ຈະມີທາດແຫຼວໄຫຼອອກມາ.