ການເລີ່ມຕົ້ນທຸລະກິດດີຂຶ້ນຈາກ 10 ຂັ້ນຂອດເຫຼືອ 3

162

ການເລີ່ມຕົ້ນທຸລະກິດໃໝ່ຂອງປະເທດເຮົາ ສາມາດຈັດຕັ້ງປະຕິບັດໃຫ້ໄວຂຶ້ນ ກວ່າເກົ່າ ຈາກທີ່ຜ່ານມາ 10 ຂັ້ນຂອດຍັງເຫຼືອພຽງ 3 ຂັ້ນຂອດ, ໃນຕໍ່ໜ້າຈະປັບໃຫ້ເຫຼືອພຽງ 1 ຂັ້ນຂອດ ເພື່ອຫຼຸດຜ່ອນເວລາ ແລະ ຕົ້ນທຶນຂອງພາກທຸລະກິດ.

ທ່ານ ວັນມີໄຊ ດວງພະຈັນ ຮອງຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ ( ທຄວ ), ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ລາຍງານຄວາມຄືບໜ້າ ແລະ ແຜນການຫຼຸດຜ່ອນຂອດຂັ້ນໃນການສ້າງຕັ້ງທຸລະກິດຕໍ່ກອງປະຊຸມຂະແໜງ ອຄ ທົ່ວປະເທດ 2019 ທີ່ຈັດຂຶ້ນໃນວັນທີ 31 ກໍລະກົດ 2020 ວ່າ: ພາຍຫຼັງປະກາດໃຊ້ຄຳສັ່ງວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານການດຳເນີນທຸລະກິດຢູ່ ສປປ ລາວ ສະບັບເລກທີ 02/ນຍ ລົງວັນທີ 1 ກຸມພາ 2018, ກະຊວງ ອຄ ປະສານກັບບັນດາຂະແໜງການທີ່ກ່ຽວຂ້ອງອອກນິຕິກຳ ເປັນຕົ້ນແມ່ນອອກຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ ລົງວັນທີ 9 ມັງກອນ 2019 ແລະ ໄດ້ຈັດຕັ້ງປະຕິບັດຫຼາຍບາດກ້າວບຸກທະລຸໃນການຫຼຸດຂັ້ນຂອດ, ເວລາ ແລະ ຕົ້ນທຶນໃນການປະກອບທຸລະກິດຂອງຜູ້ລົງທຶນ.

ມາຮອດປັດຈຸບັນສາມາດຫຼຸດຂັ້ນຂອດຈາກ 10 ຂັ້ນຂອດ ເຫຼືອພຽງ 3 ຂັ້ນຂອດ ຄື: ການຂຶ້ນທະບຽນວິສາຫະກິດທີ່ເຊື່ອມລະບົບສ່ວຍສາອາກອນ ສາມາດອອກເລກປະຈຳຕົວຜູ້ເສຍອາກອນ ພ້ອມຮັບໃບທະບຽນວິສາຫະກິດພາຍໃນ 10 ວັນ; ການຄວັດຕາປະທັບ ພ້ອມຈົດທະບຽນນໍາໃຊ້ຕາປະທັບ ພາຍໃນ 5 ວັນ ແລະ ການຈົດທະບຽນປະກັນສັງຄົມ ພາຍໃນ 1 – 2 ວັນ.

ຖ້າສາມາດປະຕິບັດໄດ້ຕາມເວລາທີ່ໄດ້ກຳນົດກົດໝາຍ ແລະ ລະບຽບການທີ່ຕິດພັນກັບ 3 ຂັ້ນຂອດດັ່ງກ່າວ ແມ່ນຈະເຮັດໃຫ້ເວລາການເລີ່ມຕົ້ນທຸລະກິດຫຼຸດເວລາການເລີ່ມຕົ້ນທຸລະກິດ ຈາກສູງສຸດ 228 ວັນ ຫຼື ສະເລ່ຍ 174 ວັນ ລົງເຫຼືອປະມານບໍ່ເກີນ 17 ວັນ ຫຼື 13,4 ເທົ່າ ທຽບກັບໄລຍະກ່ອນປະກາດໃຊ້ຄໍາສັ່ງ 02/ນຍ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດການປະຕິຮູບທີ່ກ່າວມາຂ້າງເທິງໃຫ້ເປັນເອກະພາບ, ກະຊວງ ອຄ ໄດ້ເອົາໃຈໃສ່ວຽກງານເຜີຍແຜ່ຂໍ້ມູນ, ນິຕິກຳ/ຄຳສັ່ງ/ລະບຽບການໃໝ່ ກ່ຽວກັບການປະຕິຮູບຕົວຊີ້ວັດທີ 1 ໃນຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍໄດ້ອອກແຈ້ງການ ສະບັບເລກທີ 0115/ຫອຄ.ກທຄວ ລົງວັນທີ 29 ມັງກອນ 2020 ກ່ຽວກັບການເລີ່ມຕົ້ນທຸລະກິດ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ນັກລົງທຶນ ແລະ ສາທາລະນະຊົນຮັບຊາບກ່ຽວກັບຂັ້ນຂອດທີ່ໄດ້ຖືກລົບລ້າງ, ຖືກຄວບເຂົ້າກັນ ແລະ ຂັ້ນຂອດຖືກຍົກໄປຢູ່ຂັ້ນຕອນພາຍຫຼັງອະນຸຍາດດຳເນີນທຸລະກິດ.

ນອກຈາກນັ້ນ, ກົມ ທຄວ ໄດ້ຮັບການສະໜັບສະໜູນ ພາຍໃຕ້ການຊ່ວຍເຫຼືອຂອງໂຄງການທະນາຄານພັດທະນາອາຊີ, ໄດ້ສ້າງສຳເລັດການພັດທະນາລະບົບໂປຣແກຣມກໍານົດເວລາໃນການອອກທະບຽນວິສາຫະກິດຂອງເຈົ້າໜ້າທີ່ທະບຽນວິສາຫະກິດໃນຂອບເຂດທົ່ວປະເທດ ( ຂັ້ນສູນກາງ, ແຂວງ ແລະ ຂັ້ນເມືອງ ) ເພື່ອສາມາດຢັ້ງຢືນ ແລະ ບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງໄດ້ຕາມກຳນົດເວລາທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ ເຊິ່ງລະບົບດັ່ງກ່າວໄດ້ຖືກນຳໃຊ້ຕັ້ງແຕ່ວັນທີ 2 ມີນາ 2020 ເປັນຕົ້ນມາ ຕາມແຈ້ງການຂອງກົມ ທຄວ ສະບັບເລກທີ 0202/ກທຄວ.ອຄ ລົງວັນທີ 25 ກຸມພາ 2020.

ຜ່ານການປະເມີນ – ສະເລ່ຍຂໍ້ມູນການຂຶ້ນທະບຽນວິສາຫະກິດທີ່ໄດ້ຮັບຈາກລະບົບໂປຣແກຣມຕິດຕາມດັ່ງກ່າວໂດຍຊ່ຽວຊານ M&E ຂອງທະນາຄານໂລກ, ຕັ້ງແຕ່ປະກາດໃຊ້ລະບົບດັ່ງກ່າວມາເຖິງວັນທີ 31 ພຶດສະພາ 2020 ຫົວໜ່ວຍການຂຶ້ນທະບຽນວິສາຫະກິດໃໝ່ທັງໝົດມີ 3.615 ຫົວໜ່ວຍ, ການອອກໃບທະບຽນວິສາຫະກິດ ສະເລ່ຍທົ່ວປະເທດແລ້ວ ແມ່ນໃຊ້ເວລາພຽງແຕ່ 2,29 ວັນລັດຖະການ.

ສຳລັບເດືອນມິຖຸນາ ຫົວໜ່ວຍການຂຶ້ນທະບຽນວິສາຫະກິດໃໝ່ທັງໝົດ ມີ 1.195 ຫົວໜ່ວຍ ສະເລ່ຍທົ່ວປະເທດແລ້ວການຂຶ້ນທະບຽນແມ່ນໃຊ້ເວລາໄວຂຶ້ນຈາກການປະເມີນຄັ້ງກ່ອນຈາກ 2,29 ວັນ ມາເປັນ 1,45 ວັນລັດຖະການ. ໃນນີ້, ສຳລັບສູນກາງ ກໍຄືກົມ ທຄວ ແມ່ນໃຊ້ເວລາ 2,18 ວັນ, ຂັ້ນນະຄອນຫຼວງໃຊ້ເວລາ 3,12 ວັນ ( ຖ້າທຽບໃສ່ແຂວງ ອື່ນຖືວ່າເປັນແຂວງທີ່ຍັງໃຊ້ເວລາຫຼາຍຢູ່ ) ແລະ ມີເຖິງ 13 ແຂວງ ທີ່ສາມາດອອກທະບຽນວິສາຫະກິດໄດ້ພາຍໃນ 1 ວັນລັດຖະການ.

ໝາຍຄວາມວ່າຂະແໜງທະບຽນ ແລະ ຄຸ້ມຄອງວິສາຫະກິດໃນຂອບເຂດທົ່ວປະເທດ ແມ່ນສາມາດປະຕິບັດຕາມເວລາທີ່ໄດ້ກຳນົດໃນຂໍ້ຕົກລົງ ວ່າດ້ວຍການຂຶ້ນທະບຽນວິສາຫະກິດ, ສະບັບເລກທີ 0023/ອຄ.ກທຄວ ລົງວັນທີ 9 ມັງກອນ 2019 ແລະ ຂໍ້ມູນດັ່ງກ່າວສະແດງໃຫ້ເຫັນເຖິງຜົນສຳເລັດຂອງຄວາມພະຍາຍາມຂອງກະຊວງ ອຄ ໃນການອຳນວຍ ຄວາມສະດວກໃຫ້ແກ່ຫົວໜ່ວຍທຸລະກິດ ໃນການດຳເນີນທຸລະກິດໃນ ສປປ ລາວ ດ້ວຍການໃຫ້ການບໍລິການຂຶ້ນທະບຽນວິສາຫະກິດທີ່ສະດວກ, ວ່ອງໄວ ແລະ ທັນສະໄໝ.

ພ້ອມກັນນັ້ນ, ຕາມຜົນກອງປະຊຸມທຸລະກິດລາວ ຄັ້ງວັນທີ 12 ພະຈິກ 2019 ກໍໄດ້ກະກຽມສ້າງຄະນະປະສານງານວຽກງານການປັບປຸງຕົວຊີ້ວັດ 1 ການເລີ່ມຕົ້ນທຸລະກິດ ເພື່ອກຳນົດກົນໄກ ການປະສານ ແລະ ຕິດຕາມຜົນການຈັດຕັ້ງປະຕິບັດວຽກງານການປັບປຸງຕົວຊີ້ວັດດັ່ງກ່າວ ໃຫ້ສອດຄ່ອງກັບຄຳສັ່ງ 02/ນຍ ແລະ ການປະເມີນຂອງທະນາຄານໂລກໃນແຕ່ລະໄລຍະ ເຊິ່ງຄະນະດັ່ງກ່າວປະກອບມີຕາງໜ້າຈາກ 7 ຂະແໜງການທີ່ກ່ຽວຂ້ອງ ຄື: ຂະແໜງ ອຄ, ຍທຂ, ຖວທ, ປກສ, ຮຮສ, ຜທ ແລະ ສະພາການຄ້າ ແລະ ອຸດສາຫະກຳ ( ຕາງໜ້າພາກທຸລະກິດ ) ທັງຂັ້ນສູນກາງ ແລະ ນະຄອນຫຼວງ ເນື່ອງຈາກນະຄອນຫຼວງເປັນຈຸດເກັບກໍາຂໍ້ມູນຂອງທະນາຄານໂລກ.

ໃນຂະນະທີ່ແຜນວຽກໃນຕໍ່ໜ້າແມ່ນສືບຕໍ່ປະສານງານ ແລະ ຮ່ວມເຮັດວຽກຢ່າງໃກ້ຊິດກັບ 2 ຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນແມ່ນຂະແໜງ ປກສ ແລະ ຂະແໜງ ຮສສ ເພື່ອປັບປຸງຂອດການເລີ່ມຕົ້ນທຸລະກິດ ຈາກ 3 ຂັ້ນຂອດໃຫ້ເຫຼືອພຽງ 1 ຂັ້ນຂອດ ຄື: ຂອດການຂຶ້ນທະບຽນວິສາຫະກິດ ເຊິ່ງຈະມີແຜນການຄົ້ນຄວ້າ ແລະ ປັບປຸງ ຄື: 1). ການຂຶ້ນທະບຽນວິສາຫະກິດ; 2) ການຄວັດຕາປະທັບ; 3). ການຈົດທະບຽນປະກັນສັງຄົມ ເພື່ອເຮັດໃຫ້ການຂຶ້ນທະບຽນວິສາຫະກິດມີຄ່າໃຊ້ຈ່າຍບໍ່ສູງ ແລະ ໃຊ້ເວລາໜ້ອຍກວ່ານີ້.