ວິທີແກ້ “ຜິວດຳ” ຈາກແສງແດດ ຟື້ນຟູຜິວຂາວຂຶ້ນແບບທັນໃຈງ່າຍໆ

168

ໄພຈາກແສງແດດທີ່ຮ້ອນແຮງທຸກລະດູແບບນີ້ ເອີ້ນໄດ້ວ່າສ້າງບັນຫາ ແລະ ອຸປະສັກໃຫ້ຜິວຂອງເຮົາຫຼາຍ ພຽງແຕ່ອອກໄປຍ່າງຫຼິ້ນນອກບ້ານຫຼືເຮັດກິດຈະກຳຕ່າງໆ ກໍກຽມພ້ອມຮັບມືກັບຄວາມໝອງຄໍ້າແຫ້ງກ້ານຂອງຜິວ ຈາກແສງແດດໄດ້ເລີຍ ແລະ ສຳລັບສາວໆ ທີ່ຍັງບໍ່ຮູ້ວິທີຈະແກ້ບັນຫາແບບໃດມື້ນີ້ເຮົາມີທາງອອກດີໆມາໃຫ້ທຸກຄົນນັ້ນກໍຄື ວິທີແກ້ຜິວດຳຈາກແສງແດດດ້ວຍສາລະພັດເຄັດລັບຟື້ນຟູຜິວມາຝາກທຸກຄົນ.

ນໍ້ານົມ

ໃຊ້ນໍ້ານົມແຊ່ເຢັນ ເພື່ອຊ່ວຍໃຫ້ຜິວສົດຊື່ນ ດ້ວຍການເທລົງໃສ່ອ່າງອາບນໍ້າ ຫຼື ຜ້າຂົນໜູຊັບນໍ້ານົມແລ້ວຄ່ອຍໆ ທາໃຫ້ທົ່ວໂຕ ປະໄວ້ 20 ນາທີ ແລ້ວລ້າງອອກ ເຮັດອາທິດລະ 3 ເທື່ອ ຈະເຮັດໃຫ້ກົດແລັກຕິກ ແລະ ໂປຣຕີນທີ່ຢູ່ໃນນໍ້ານົມ ຈະຊ່ວຍກຳຈັດເຊວຜິວທີ່ຕາຍແລ້ວໃຫ້ຫຼຸດລອກອອກ ນອກຈາກນີ້ຍັງຊ່ວຍບຳລຸງຜິວ ໃຫ້ຂາວໃສ ແລະ ນຸ້ມ.

ວ່ານຫາງແຂ້

ປອກເປືອກລອກເອົາແຕ່ຊີ້ນທີ່ເປັນວຸ້ນ ແລ້ວລ້າງນໍ້າໃຫ້ສະອາດຈົນໝົດຢາງ ຈາກນັ້ນຈຶ່ງນຳໄປປັ່ນໃຫ້ພໍແຫຼກ ແລ້ວນຳມາພອກລົງຜິວໃຫ້ທົ່ວ ປະໄວ້ 15-20 ນາທີ ຈະຊ່ວຍຫຼຸດຄວາມຫຍາບກ້ານຂອງຜິວທີ່ໄໝ້ຈາກແດດໄດ້ພ້ອມເຮັດໃຫ້ຊຸ່ມຊື່ນ.

ນໍ້າເຜິ້ງ

ນອກຈາກມີລົດຊາດແຊບ ມີກິ່ນຫອມຫວານ ນໍ້າເຜິ້ງຍັງເປັນອາຫານທີ່ອຸດົມໄປດ້ວຍສານຕ້ານອະນຸມູນອິດສະຫຼະຈາກທຳມະຊາດ ທີ່ມີສ່ວນຊ່ວຍຄືນຄວາມອ່ອນເຍົາ ແລະ ຟື້ນຟູຈາກລັງສີຍູວີໄດ້ອີກ ພຽງແຕ່ນຳເອົາມາພອກລົງຜິວ ໃຊ້ປາຍນິ້ວນວດຄ່ອຍໆ ປະໄວ້ 15 ນາທີ ແລ້ວລ້າງອອກ ກໍຈະຊ່ວຍສ້ອມແຊມຜິວທີ່ໄໝ້ ຫຼື ຜິວທີ່ກຳລັງອັກເສບໃຫ້ແຂງແຮງ ແລະ ຊຸ່ມຊື່ນຂຶ້ນໄດ້ໄວ.

ທາຄຣີມບຳລຸງໃຫ້ຜິວສົດໃສແຂງແຮງ

ຫຼັງຈາກທຳຄວາມສະອາດຜິວທຸກຄັ້ງແລ້ວເຮົາຄວນເຕີມອາຫານໃຫ້ຜິວກະຈ່າງໃສ ແລະ ຊຸ່ມຊື່ນຢູ່ຕະຫຼອດ ດ້ວຍການທາຄຣີມ ຫຼື ໂລຊັ່ນສູດເຂັ້ມຂົ້ນ ທີ່ມີສ່ວນປະສົມຂອງມອຍເຈີໄຣເຊີ ວິຕາມິນຊີ ວິຕາມິນອີ ເປັນປະຈຳທຸກເທື່ອ ໂດຍການທາໃຫ້ທົ່ວຜິວທີ່ກຳລັງໝາດໆ ຈະຊ່ວຍໃຫ້ວິຕາມິນໃນຄຣີມຊຶມເຂົ້າສູ່ຜິວເຮົາໄດ້ດີຂຶ້ນ.