ສູນກາງແນວລາວສ້າງຊາດ ຈັດກອງປະຊຸມສາມັນຄົບຄະນະກໍາມະການຄັ້ງທີ 5 ສະໄໝທີ X

159

ແນວລາວສ້າງຊາດ ເຊິ່ງເປັນຜູ້ເຕົ້າໂຮມຄວາມສາມັກຄີຂອງ ປະຊາຊົນລາວບັນດາເຜົ່າເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດໃນປະຈຸບັນ ມື້ນີ້(ວັນທີ 11 ສິງຫາ 2020) ໄດ້ໄຂກອງປະຊຸມສາມັນຄົບຄະນະກໍາມະການສູນກາງແນວລາວສ້າງຊາດ ຄັ້ງທີ 5 ສະໄໝທີ X ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ ຫລັກ 6 ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ.

ກອງປະຊຸມຄັ້ງນີ້ ຈະໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງຄະນະກໍາ ມະການສູນກາງແນວລາວສ້າງຊາດ ປະຈໍາປີ 2019 ເພື່ອຍົກໃຫ້ເຫັນດ້ານດີ, ຈຸດອ່ອນຂໍ້ຄົງຄ້າງທີ່ຕ້ອງສືບຕໍ່ແກ້ໄຂໃຫ້ດີຂຶ້ນ ແລະ ທິດທາງແຜນການເຄື່ອນໄຫວປີ 2020. ຮັບຟັງການປະກອບຄໍາເຫັນຈາກຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ຜູ້ຕາງໜ້າຄະນະທີ່ປຶກສາວຽກງານແນວລາວສ້າງຊາດ ແລະ ການປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງຈໍານວນໜຶ່ງ ຄື: ແນວລາວສ້າງຊາດແຂວງຜົ້ງສາລີ, ບໍລິຄໍາໄຊ, ໄຊສົມບູນ ແລະ ແນວລາວສ້າງຊາດແຂວງເຊກອງ.

ຮັບຟັງໂຄງຮ່າງບົດລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດຄັ້ງທີ XI ແລະ ຮ່າງກົດລະບຽບຂອງແນວລາວສ້າງຊາດສະໄໝທີ XI ສະບັບປັບປຸງ. ນອກຈາກນີ້ ຍັັງມີການຍ້ອງຍໍຊົມເຊີຍຜົນງານ 10 ປີໃຫ້ຖັນແຖວສະມາຊິກພັກ-ພະນັກງານ, ຄະນະກໍາມະການສູນກາງແນວລາວສ້າງຊາດອ້ອມຂ້າງສູນກາງຈໍານວນໜຶ່ງ.

ໃນກອງປະຊຸມດັ່ງກ່າວນີ້ ຍັງມີການວາງສະແດງຮູບພາບການເຄື່ອນໄຫວວຽກ ງານຂອງສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດບັນດາແຂວງ-ນະ ຄອນຫລວງ ຕະຫລອດໄລຍະ 70 ປີ ຜ່ານມາ ຫຼັງຈາກກອງປະຊຸມທີ່ດຳເນີນລະຫວ່າງວັນທີ 11-12 ສິງຫານີ້ແລ້ວ ຈະມີພິທີສະເຫລີມສະຫລອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 70 ປີ ໃນວັນທີ 13 ສິງຫາ 2020 ທີ່ນະຄອນຫລວງວຽງຈັນ.

ຂ່າວຈາກ: : Lao National Radio