ທ່ານ ໂພສີສ້ອຍ ກຸທິລາດ ຂຶ້ນເປັນຫົວໜ້າພະແນກ ອຄ ແຂວງສະຫວັນນະເຂດ

151

ພິທີປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ, ມອບໃບຍ້ອງຍໍໃຫ້ແກ່ບຸກຄົນ, ກົມກອງທີ່ມີຜົນງານດີເດັ່ນໃນການປະກອບສ່ວນເຫື່ອແຮງ ແລະ ສະຕິປັນຍາເຂົ້າໃນການກະກຽມຮັບໃຊ້ປີທ່ອງທ່ຽວລາວ 2018 ແລະ ປະກາດແຕ່ງຕັ້ງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ( ອຄ ) ແຂວງສະຫວັນນະເຂດໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ສິງຫາ 2020 ທີ່ພະແນກ ອຄ ແຂວງ ເຂົ້າຮ່ວມເປັນປະທານຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງສະຫວັນນະເຂດ.

ທ່ານ ແສນສັກ ພິມວົງສາ ຫົວໜ້າພະແນກພາຍໃນແຂວງ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານຊັ້ນ II ຊັ້ນ III ໃຫ້ແກ່ບຸກຄົນ ແລະ ກົມກອງລວມໝູ່ແຂວງສະຫວັນນະເຂດ, ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະດັບຫຼຽນກາແຮງງານ, ມອບໃບຍ້ອງຍໍລັດຖະບານ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນດີເດັ່ນ ເຊິ່ງໃນນີ້ພະແນກ ອຄ ແຂວງມີບຸກຄົນໄດ້ຮັບຫຼຽນໄຊຊັ້ນ II ຈາກປະທານປະເທດ 5 ທ່ານ, ໄດ້ຮັບຫຼຽນກາແຮງງານຈຳນວນ 1 ທ່ານ, ໄດ້ຮັບໃບຍ້ອງຍໍຈາກລັດຖະບານມີ 1 ກົມກອງ ແລະ ບຸກຄົນ 7 ທ່ານ, ສ່ວນໃບຍ້ອງຍໍຈາກທ່ານເຈົ້າແຂວງສະຫວັນນະເຂດ ມີຈຳນວນ 2 ກົມກອງ ແລະ ບຸກຄົນ 5 ທ່ານ.

ທ່ານ ສຸດໃຈ ໄຊຍະວົງ ຮອງຫົວໜ້າຄະນະຈັດຕັ້ງແຂວງຍັງໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການອະນຸມັດແຕ່ງຕັ້ງພະນັກງານ ເຊິ່ງໄດ້ຕົກລົງເຫັນດີແຕ່ງຕັ້ງ ທ່ານ ໂພສີສ້ອຍ ກຸທິລາດ ເປັນຫົວໜ້າພະແນກ ອຄ ແຂວງສະຫວັນນະເຂດ.