ການເກັບຄ່າທຳນຽມທາງພາສີທີ່ດິນ ບໍ່ບັນລຸແຜນການ

85

ການເກັບຄ່າທຳນຽມທາງ – ພາສີທີ່ດິນ ໄດ້ຫັນເປັນທັນສະໄໝ ເພື່ອສ້າງຄວາມສະດວກສະບາຍໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງຕ່າງໆຫຼຸດຊ່ອງວ່າງຂອງການຮົ່ວໄຫຼ.

ການເກັບລາຍຮັບຄ່າທຳນຽມທາງຮອດກາງເດືອນກໍລະກົດ ປະຕິບັດໄດ້ 63,36 ຕື້ກີບ ເທົ່າກັບ 35,95% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາຫຼຸດລົງ 18,04% ຫຼື ປະມານ 13,94 ຕື້ກີບ.

ທ່ານ ກົງຄຳ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມເປີດກວ້າງທົບທວນຄືນການຈັດຕັ້ງປະຕິບັດການເກັບຄ່າທຳນຽມທາງ ແລະ ພາສີທີ່ດິນໃນໄລຍະຜ່ານມາ ແລະ ແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ ວ່າ: ນັບແຕ່ຕົ້ນເດືອນມັງກອນ ຫາ ວັນທີ 15 ກໍລະກົດ 2020 ການເກັບຄ່າທຳນຽມທາງ – ພາສີທີ່ດິນ ຖືວ່າຫຼຸດແຜນການປີຖ້າທຽບໃສ່ປີຜ່ານມາ ເນື່ອງຈາກການແຜ່ລະບາດຂອງພະຍາດໂຄ ວິດ – 19 ຢູ່ໃນໄລຍະຕົ້ນປີ ເຮັດໃຫ້ການໂຄສະນາ ແລະ ລົງຊຸກຍູ້ລາຍຮັບໄດ້ຢຸດຊົ່ວຄາວໄລຍະໜຶ່ງ.

ຫາກເບິ່ງຄືນໃນໄລຍະຜ່ານມາ ການເກັບລາຍຮັບຄ່າທຳນຽມທາງໄດ້ຕາມແຜນທີ່ຄາດຄະເນໄວ້ ໂດຍສະເພາະແມ່ນປີ 2017, ປີ 2018 ແລະ ປີ 2019. ແຕ່ສຳລັບປີ 2020 ການເກັບລາຍຮັບຄ່າທຳນຽມທາງ ນັບແຕ່ເດືອນມັງກອນ ຫາ ວັນທີ 15 ກໍລະກົດ 2020 ສາມາດປະຕິບັດໄດ້ທັງໝົດ 63,36 ຕື້ກີບ ເທົ່າກັບ 35,95% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 18,04% ຫຼື ປະມານ 13,94 ຕື້ກີບ. ໃນນີ້, ມີພາຫະນະເສຍຄ່າທາງ 317.718 ຄັນ ຫຼື ເທົ່າກັບ 22,62% ຂອງພາຫະນະທັງໝົດ ( 1.404.491 ຄັນ ) ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 15,50% ຫຼື ຫຼຸດປະມານ 58.266 ຄັນ ເຊິ່ງສາເຫດຫຼັກທີ່ເກັບຫຼຸດຈາກປີຜ່ານມາ ແມ່ນຢູ່ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ – 19.

ສ່ວນການຈັດຕັ້ງປະຕິບັດການເກັບຄ່າພາສີທີ່ດິນໃນປີ 2018 ເພີ່ມຂຶ້ນ 50,33% ຫຼື ປະມານ 66,28 ຕື້ກີບ, ໃນປີ 2019 ເພີ່ມຂຶ້ນ 1,69% ຫຼື ປະມານ 3,34 ຕື້ກີບ. ໃນນັ້ນ, ຊຳລະຜ່ານລະບົບທະນາຄານ 9,74 ຕື້ກີບ ຫຼື ເທົ່າກັບ 0,05% ຂອງລາຍຮັບພາສີ່ທີ່ດິນທີ່ເກັບໄດ້ທັງໝົດ. ຄຽງຄູ່ກັນນັ້ນ, ການເກັບກຳສະຖິຕິຂໍ້ມູນພາສີທີ່ດິນຍັງບໍ່ມີຄວາມຄືບໜ້າເທົ່າທີ່ຄວນ. ສຳລັບປີ 2020 ການເກັບແຕ່ເດືອນມັງກອນຮອດວັນທີ 15 ກໍລະກົດ 2020 ສາມາດປະຕິບັດໄດ້ທັງໝົດ 97,45 ຕື້ກີບ ເທົ່າກັບ 42,56% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຫຼຸດລົງ 21,67% ຫຼື ປະມານ 26,96 ຕື້ກີບ. ໃນນັ້ນ, ຊໍາລະຜ່ານທະນາຄານທັງໝົດ 7,05 ຕື້ກີບ ເຊິ່ງຫຼຸດຈາກປີຜ່ານມາ 27,59% ຄິດເປັນເງິນ 2,69 ຕື້ກີບ.

ທ່ານ ກົງຄຳ ຍັງໃຫ້ຮູ້ຕື່ມອີກວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າຈະສຸມໃສ່ເກັບລາຍຮັບຄ່າທຳນຽມທາງໃນ 6 ເດືອນທ້າຍປີ 2020 ໃຫ້ໄດ້ 79,45 ຕື້ກີບ ລວມໝົດປີເທົ່າກັບ 140,25 ຕື້ກີບ ຫຼື ປະມານ 97,40% ແລະ ພາສີທີ່ດິນໃຫ້ໄດ້ 134,99 ຕື້ກີບ ລວມໝົດປີເທົ່າກັບ 227,84 ຕື້ກີບ ປະມານ 99,49%.

ນອກນັ້ນ, ກໍ່ສ້າງແຜນລົງຊຸກຍູ້ລາຍຮັບຄ່າທໍານຽມທາງ ແລະ ພາສີທີ່ດິນໃຫ້ສ່ວຍສາອາກອນປະຈຳແຂວງນະຄອນຫຼວງ, ທະນາຄານການຄ້າຕ່າງປະເທດລາວ ແລະ ສາຂາ ສຸມໃສ່ການໂຄສະນາຜ່ານຊ່ອງທາງຕ່າງໆໃຫ້ເປັນປົກກະຕິຕໍ່ເນື່ອງ ແລະ ເຂົ້າເຖິງເປົ້າໝາຍໃຫ້ຫຼາຍຂຶ້ນ; ປະສານສົມທົບກັບອົງການຈັດຕັ້ງແຕ່ລະຂັ້ນເພື່ອເຂົ້າເຖິງຜູ້ຊຳລະຄ່າທາງ ແລະ ພາສີທີ່ດິນໃນແຕ່ລະບ້ານໃນຮູບການຕ່າງໆໃຫ້ສ່ວຍສາອາກອນປະຈຳແຂວງ, ເມືອງທີ່ຍັງບໍ່ທັນສະໝັກເປັນຕົວແທນ BCOME ເທື່ອ ລວມທັງຂອງເຈົ້າໜ້າທີ່ຕຳຫຼວດຈະລາຈອນ; ສືບຕໍ່ປະສານກັບທະນາຄານການຄ້າຕ່າງປະເທດລາວ ເພື່ອຂໍເປັນຕົວແທນໃຫ້ສຳເລັດພາຍໃນເດືອນສິງຫາ 2020 ແລະ ອື່ນໆ.

ກອງປະຊຸມເປີດກວ້າງທົບທວນຄືນການຈັດຕັ້ງປະຕິບັດການເກັບຄ່າທຳນຽມທາງ ແລະ ພາສີທີ່ດິນ ເມື່ອກາງເດືອນກໍລະກົດຜ່ານມາ ທີ່ກົມສ່ວຍສາອາກອນ ເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນ.

( ເນື້ອໃນ – ຮູບ: ປ່ຽນນິສາ ) [ ຂ່າວ: ສົມສະຫວິນ ]