ດ່ານພາສີສາກົນຂົວມິດຕະພາບ III ເກັບລາຍຮັບລື່ນແຜນ 1,30%

145

ການຈັດເກັບລາຍຮັບເຂົ້າງົບປະມານຂອງດ່ານພາສີສາກົນຂົວມິດຕະພາບ III ໃນ 6 ເດືອນຕົ້ນປີ ບັນລຸ 151 ຕື້ກີບ ເທົ່າກັບ 51,30% ຂອງແຜນການປີ ( ລື່ນແຜນການ 1,30% ). ສິນຄ້າຫຼັກທີ່ເຮັດໃຫ້ການເກັບລາຍຮັບລື່ນແຜນການສ່ວນໃຫຍ່ແມ່ນສິນຄ້ານໍາເຂົ້າ – ສົ່ງອອກປະເພດເຄື່ອງດື່ມກະທິງແດງ, ງົວ, ຄວາຍ, ໝາກໄມ້ສົດ, ເຂົ້າ ສານ ແລະ ອື່ນໆ ກວມເອົາ 51,62%, ນໍ້າມັນເຊື້ອໄຟ ກວມເອົາ 15,62%, ສິນຄ້ານຳເຂົ້າພາຍໃນ 11,02%, ທໍານຽມຄັງແຮ 12,58%, ທຳນຽມພາຫະນະ ແລະ ເຮືອເຂົ້າ – ອອກ 5,46%, ທຳນຽມຜ່ານແດນສາກົນ 3,41%.


ທ່ານ ສົມຫວັງ ສົມຈິນດາ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ III ກ່າວວ່າ: ດ່ານພາສີສາກົນຂົວມິດຕະພາບ III ຂຶ້ນກັບກອງຄຸ້ມຄອງພາສີ VI ປະກອບມີໜ່ວຍງານຄຸ້ມຄອງການແຈ້ງພາສີ, ໜ່ວຍງານຄຸ້ມຄອງສາງ ແລະ ກວດກາສິນຄ້າ, ໜ່ວຍງານກວດກາພາຫະນະ ແລະ ຜູ້ໂດຍສານ, ໜ່ວຍງານຫ້ອງການບໍລິການວຽກງານພາສີຢູ່ເຂດເສດຖະກິດທ່າແຂກ, ດ່ານທ້ອງຖິ່ນທ່າເຮືອໂດຍສານທ່າແຂກ, ດ່ານປະເພນີບ້ານດ່ານ ( ປາກເຊບັ້ງໄຟ ) ດ່ານປະເພນີປາກນໍ້າຫີນບູນ, ດ່ານປະເພນີປາກເປັ່ງ, ມີພະນັກງານ – ເຈົ້າໜ້າທີ່ພາສີທັງໝົດ 39 ທ່ານ ຍິງ 09 ທ່ານ. ໃນປີ 2020 ດ່ານພາສີສາກົນຂົວມິດຕະພາບ III ໄດ້ຮັບຕົວເລກແຜນການທັງໝົດ 296 ຕື້ກີບ, ທຽບໃສ່ແຜນການປີ 2019 ເທົ່າກັບ 117,13% ທຽບໃສ່ການປະຕິບັດໄດ້ປີ 2019 ເພີ່ມຂຶ້ນ 112,04% ເຊິ່ງກວມເອົາ 22,76% ຂອງແຜນລາຍຮັບກອງຄຸ້ມຄອງພາສີ VI ກວມເອົາ 65,77% ຂອງລາຍຮັບພາສີທົ່ວແຂວງຄຳມ່ວນ.


ຕະຫຼອດໄລຍະ 6 ເດືອນຜ່ານມາ ຄະນະດ່ານ, ພະນັກງານ – ເຈົ້າໜ້າທີ່ພາສີ, ໄດ້ສຸມໃສ່ການປະຕິບັດໜ້າວຽກງານຕາມກົດໝາຍກຳນົດໄວ້, ເຜີຍແຜ່ບັນດານິຕິກຳໃຫ້ພະນັກງານເປັນປົກກະຕິ, ປັບປຸງແບບແຜນການຊີ້ນຳ – ນໍາພາໃນແຕ່ລະໄລຍະ, ລົງໃກ້ຊິດຕິດແທດກັບການຈັດຕັ້ງປະຕິບັດວຽກງານຕົວຈິງຂອງແຕ່ລະໜ່ວຍງານ, ຄຸ້ມຄອງການກວດກາ, ກວດກາຕິດຕາມການປະຕິບັດວຽກງານວິຊາສະເພາະ ເປັນຕົ້ນ ເພີ່ມທະວີວຽກງານວິຊາສະເພາະໃຫ້ມີຄວາມເຂັ້ມງວດ, ປະຕິບັດຕາມລະບຽບກົດໝາຍ, ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແລະ ໃຫ້ບໍລິການມີຄວາມສະດວກວ່ອງໄວ.ຜ່ານການຈັດເກັບລາຍຮັບໃນ 6 ເດືອນຕົ້ນປີ 2020 ຕັ້ງເປົ້າໝາຍສູ້ຊົນ ຈຳນວນ 148 ຕື້ກີບ, ແຕ່ສາມາດປະຕິບັດລາຍຮັບໄດ້ 151 ຕື້ກີບ ເທົ່າກັບ 51,30% ຂອງແຜນການປີ ( ລື່ນແຜນການ 1,30% ) ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ສາມາດປະຕິບັດໄດ້ 108,80%.


ປະເພດສິນຄ້າຫຼັກທີ່ເຮັດໃຫ້ການເກັບລາຍຮັບລື່ນແຜນການສ່ວນໃຫຍ່ແມ່ນສິນຄ້ານໍາເຂົ້າ – ສົ່ງອອກປະເພດເຄື່ອງດື່ມກະທິງແດງ, ງົວ, ຄວາຍ, ໝາກໄມ້ສົດ, ເຂົ້າສານ ແລະ ອື່ນໆ ກວມເອົາ 51,62%, ນໍ້າມັນເຊື້ອໄຟ ກວມເອົາ 15,62%, ສິນຄ້ານຳເຂົ້າພາຍໃນ 11,02%, ທໍານຽມຄັງແຮ 12,58%, ທຳນຽມພາຫະນະ ແລະ ເຮືອເຂົ້າ – ອອກ 5,46%, ທຳນຽມຜ່ານແດນສາກົນ 3,41%. ສຳລັບແຜນການໃນ 6 ເດືອນທ້າຍປີຄາດຄະເນຈະປະຕິບັດລາຍຮັບໄດ້ 131,2 ຕື້ກີບ ແລະ ຄາດຄະເນໝົດປີ 2020 ລາຍຮັບອາດບໍ່ບັນລຸຕາມແຜນການ ຫຼື ຈະເກັບລາຍຮັບໄດ້ ພຽງແຕ່ 283 ຕື້ກີບ ເທົ່າກັບ 95,65% ຂອງແຜນການປີ ( ຫຼຸດ ແຜນການປະມານ 13 ຕື້ກວ່າກີບ ) ເນື່ອງຈາກວ່າມູນຄ່າການແຈ້ງພາສີບາງປະເພດສິນຄ້າປະຕິບັດຕາມຂອບອາຊຽນສ່ວນຫຼາຍ ກວມ 90% ຖືກອັດຕາພາສີ 0%, ນິຕິກຳບາງສະບັບບໍ່ສອດຄ່ອງກັບສະພາບການຂະຫຍາຍຕົວເສດຖະກິດ, ເສັ້ນທາງເລກທີ 12 ພົບຄວາມຫຍຸ້ງຍາກເຮັດໃຫ້ບາງບໍລິສັດ, ຜູ້ປະກອບການຫັນໄປນຳເຂົ້າດ່ານອື່ນແທນ.