ເສດຖະກິດຂອງ ສ.ເກົາຫຼີ ຕິດລົບເກືອບ 3% ໃນໄຕມາດ 2

91

ສຳນັກຂ່າວ ເອເອັຟພີ ລາຍງານໂດຍອ້າງການລາຍງານຂອງທະນາຄານກາງຂອງສາທາລະນະລັດເກົາຫຼີ ໃຫ້ຮູ້ວ່າ: ເສດຖະກິດ ສ.ເກົາຫຼີ ໃນໄຕມາດ 2 ຂອງປີນີ້ ຫົດຕົວ 2,9% ( -2,9% ) ເຊິ່ງເປັນການທົດຖອຍທາງດ້ານເສດຖະກິດທີ່ໜັກທີ່ສຸດໃນຮອບ 20 ກວ່າປີ, ນັບແຕ່ວິກິດການເງິນໃນອາຊີ ເມື່ອປີ 1998 ເປັນຕົ້ນມາ ເຊິ່ງໄຕມາດ 4 ຂອງປີ 1998 ເສດຖະກິດ ສ.ເກົາຫຼີ ຫົດຕົວ 3,8%.


ສ.ເກົາຫຼີ ເປັນປະເທດທີ່ມີເສດຖະກິດໃຫຍ່ເປັນອັນດັບ 4 ຂອງອາຊີ, ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19 ຢ່າງໜັກໜ່ວງ ເຊັ່ນດຽວກັນກັບອີກຫຼາຍປະເທດໃນໂລກ.


ນອກຈາກນີ້, ການສົ່ງອອກຂອງ ສ.ເກົາຫຼີ ຍັງຫຼຸດລົງ 13,6% ໃນໄຕມາດ 2 ເຊິ່ງຫຼຸດລົງຫຼາຍທີ່ສຸດນັບແຕ່ປີ 1974 ເປັນຕົ້ນມາ ໂດຍທະນາຄານກາງຂອງ ສ.ເກົາຫຼີ ເປີດເຜີຍວ່າ: ການສົ່ງອອກຫຼຸດລົງຫຼາຍທີ່ສຸດແມ່ນປະເພດຍານຍົນ, ຖ່ານຫີນ, ນ້ຳມັນ ແລະ ສິນຄ້າປະເພດອື່ນໆອີກກໍຫຼຸດລົງເຊັ່ນດຽວກັນ.