ມາໃໝ່ ກາເຟຜາໂກຍ ໄດ້ຮັບກາໝາຍສິນຄ້າໂອດ໋ອບແຫ່ງຊາດ

89

ສິນຄ້າໂອດ໋ອບເປັນໜຶ່ງສິ່ງທີ່ສາມາດຢັ້ງຢືນ ແລະ ຮັບຮອງສິນຄ້ານັ້ນໆ ວ່າໄດ້ມາດຕະຖານ ມີຄຸນນະພາບ ຈຶ່ງເຮັດໃຫ້ກຸ່ມຜູ້ຜະລິດພາຍໃນ ສປປ ລາວ ໄດ້ຂຸ້ນຂ້ຽວຜະລິດສິນຄ້າຂອງຕົນອອກມາໃຫ້ດີ ມີຄຸນນະພາບ ເພື່ອເປັນທີ່ຍອມຮັບຂອງປະຊາຊົນລາວ ແລະ ຕ່າງປະເທດ ແຕ່ກໍເປັນສິ່ງທີ່ເຮັດໄດ້ຍາກ ແຕ່ກຸ່ມຜູ້ຜະລິດກາເຟຜາໂກຍຢູ່ບ້ານພູຄຳ ເມືອງກາສີ ແຂວງວຽງຈັນ ກ່ອນຈະໄດ້ມາເຊິ່ງກາໝາຍສິນຄ້າໂອດ໋ອບ.

ແນວໃດກໍ່ຕາມທຸກຢ່າງບໍ່ຢູ່ເໜືອຄວາມພະຍາຍາມ ກຸ່ມຜູ້ກຸ່ມປາເຟໃນເມືອງກາສີໄດ້ຕັ້ງໜ້າບຸກບືນ ພັດທະນາຜະລິດຕະພັນຂອງຕົນຈົນໃນທີ່ສຸດສາມາດກວດຜ່ານບັນດາມາດຖານ ແລະເງື່ອນໄຂໃນການຮອງຮັບເປັນສິນຄ້າໂອດ໋ອບ ຫຼື ສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ເມື່ອວັນທີ 10 ກໍລະກົດ 2020 ຜ່ານມາ, ທີ່ຫ້ອງປະຊຸມຂອງຫ້ອງການສາທາລະນະສຸກເມືອງກາສີ ໄດ້ຈັດພິທີປະກາດຮັບຮອງເອົາຜະລິດຕະພັນກາເຟຜາໂກຍຂອງ ທ່ານ ບຸນມີ ສຸມຸນທອງ ເປັນຜະລິດຕະພັນແຫ່ງຊາດ (ໂອດ໋ອບ) ຂອງບ້ານພູຄຳ ເມືອງກາສີ ແຂວງວຽງຈັນ.

ທ່ານ ແຫຼວທອງ ແສງສຸລິຍາ ຫົວໜ້າຫ້ອງການ ອຸດສາຫະກໍາ ແລະ ການຄ້າ ເມືອງກາສີ ໄດ້ລາຍງານຫຍໍ້ກ່ຽວກັບການເຄື່ອນໄຫວຊຸກຍູ້ສົ່ງເສີມສິນຄ້າໂອດ໋ອບຢູ່ເມືອງກາສີ ເຊິ່ງການຄັດເລືອກສິນຄ້າໂອດ໋ອບ ແມ່ນປະຕິບັດຕາມບົດແນະນໍາ ເລກທີ 3558/ສພຄ, ລົງວັນທີ່ 26 ພະຈິກ 2012 ກ່ຽວກັບເງື່ອນໄຂ ແລະ ຂັ້ນຕອນໃນການຄັດເລືອກສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ. ຜ່ານການລົງເຄື່ອນໄຫວຕົວຈິງຢູ່ເມືອງກາສີເຫັນວ່າຜະລິດຕະພັນສິນຄ້າທີ່ພົ້ນເດັ່ນ ແລະ ມີເງື່ອນໄຂທີ່ຈະກາຍເປັນສິນຄ້າໂອດ໋ອບໄດ້ນັ້ນມີໜຶ່ງຜະລິດຕະພັນຄື: ຜະລິດຕະພັນກາເຟຜາໂກຍຂອງກຸ່ມຜະລິດກາເຟຜາໂກຍຂອງ ທ່ານ ບຸນມີ ສຸມຸນທອງ ຢູ່ບ້ານພູຄຳ.

ຫຼັງຈາກນັ້ນຫ້ອງ ການອຸດສາຫະກໍາ ແລະ ການຄ້າເມືອງ ໄດ້ສົມທົບກັບຄະນະກໍາມະການຄັດເລືອກສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນເພື່ອປະກອບເອກະສານໃຫ້ກຸ່ມຜະລິດກາເຟຜາໂກຍ ແລະ ນໍາສະເໜີຕໍ່ຂັ້ນເທິງຕາມຂັ້ນຕອນເພື່ອຢັ້ງຢືນກາໝາຍສິນຄ້າໂອດ໋ອບ. ມາຮອດປະຈຸບັນຢູ່ເມືອງກາສີໄດ້ຮັບຢັ້ງຢືນກາໝາຍສິນຄ້າໂອດ໋ອບແຫ່ງຊາດແລ້ວ 2 ຫົວໜ່ວຍຄື: ຜະລິດຕະພັນນ້ຳປູກາສີຄໍາຂອງກຸ່ມປຸງແຕ່ງນ້ຳປູ ບ້ານນາມົນ ແລະ ຜະລິດກາເຟຜາໂກຍຂອງກຸ່ມຜະລິດກາເຟຜາໂກຍຂອງ ທ່ານ ບຸນມີ ສຸມຸນທອງ ບ້ານພູຄໍາ.