ເຈົ້າໜ້າທີ່ອາວຸໂສຫາລືທາງໄກຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ

103

ທ້າຍອາທິດຜ່ານມາ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ ຮັກສາການຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ ເຊິ່ງຈັດຂຶ້ນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ Nguyen Van Thao ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ສສ ຫວຽດນາມ ແລະ ທ່ານ Park Jea-Kyung ຫົວໜ້າກົມອາຊຽນ ແລະ ອາຊີຕາເວັນອອກສ່ຽງໃຕ້, ກະຊວງການຕ່າງປະເທດ ສ.ເກົາຫຼີ ມີຫົວໜ້າເຈົ້າໜ້າທີ່ອາວຸໂສຈາກບັນດາປະເທດສະມາຊິກແມ່ນໍ້າຂອງ – ສ.ເກົາຫຼີ ຄື: ສປປ ລາວ, ກຳປູເຈຍ, ມຽນມາ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ກອງປະຊຸມໄດ້ສະຫຼຸບຕີລາຄາຄືນຜົນການຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດແມ່ນໍ້າຂອງ – ສ.ເກົາຫຼີ ຄັ້ງທີ 1 ທີ່ໄດ້ຈັດຂຶ້ນຢູ່ ປູຊານ, ສ.ເກົາຫຼີ ໃນປີ 2019 ເຊິ່ງບັນດາປະເທດສະມາຊິກເຫັນວ່າຂອບການຮ່ວມມືແມ່ນໍ້າຂອງ – ສ.ເກົາຫຼີ ໄດ້ມີການຂະຫຍາຍຕົວ ແລະ ກ້າວຂຶ້ນສູ່ລະດັບສູງສະແດງອອກຢູ່ບ່ອນວ່າ ໄດ້ມີການຍົກລະດັບກົນໄກການຮ່ວມມືໄປສູ່ຂັ້ນກອງປະຊຸມສຸດຍອດ. ພ້ອມກັນນັ້ນ, ກໍເຫັນວ່າການຈັດຕັ້ງຜັນຂະຫຍາຍແຜນປະຕິບັດງານ 3 ປີ ຄັ້ງທີ 2 ( 2017 – 2020 ) ພາຍໃຕ້ 3 ເສົາຄໍ້າ ແລະ 7 ຂົງເຂດບຸລິມະສິດຂອງການຮ່ວມມື ກໍຖືວ່າເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະບັນດາໂຄງການຕ່າງໆທີ່ຖືກຈັດຕັ້ງປະຕິບັດຢູ່ປະເທດສະມາຊິກ ເຫັນວ່າໄດ້ຮັບໝາກຜົນເປັນຢ່າງດີ ເຊິ່ງໄລຍະຜ່ານມາກໍມີໂຄງການທີ່ຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ 3 ໂຄງການ ລວມມູນຄ່າ 1.263.493 ໂດລາສະຫະລັດ.

ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບທິດທາງຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ການພັດທະນາເສດຖະກິດ ແລະ ແຜນການຮັບມືຜົນກະທົບດ້ານເສດຖະກິດ – ສັງຄົມໃນພາກພື້ນແມ່ນໍ້າຂອງ ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ – 19.
ນອກຈາກນັ້ນ, ບັນດາເຈົ້າໜ້າທີ່ອາວຸໂສແມ່ນໍ້າຂອງ – ສ.ເກົາຫຼີ ຍັງໄດ້ປຶກສາຫາລືກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດ ຄັ້ງທີ 10 ແລະ ເວທີປຶກສາຫາລືພາກທຸລະກິດ ຄັ້ງທີ 8 ທີ່ຈະຈັດຂຶ້ນໃນທ້າຍປີ 2020 ນີ້.