ມອບທຸງໄຊ 4 ບຸກ ໃຫ້ຊາວໜຸ່ມ ອຍກ ແຂວງເຊກອງ

158

ຄະນະບໍລິຫານງານຊາວໜຸ່ມແຂວງເຊກອງ ໄດ້ຈັດພິທີມອບທຸງໄຊນໍາໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ແກ່ຄະນະໜ່ວຍຊາວໜຸ່ມຮາກຖານອົງການໄອຍະການ ( ອຍກ ) ແຂວງເຊກອງ. ພິທີດັ່ງກ່າວຈັດຂຶ້ນໃນທ້າຍອາທິດຜ່ານມາ ເຊິ່ງມອບໂດຍ ທ່ານ ແຜນວັນທອງ ຈະເລີນເພັດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຮັບໂດຍ ທ່ານ ອໍາພອນ ອໍອັດຕະພິມ ຮອງເລຂາຄະນະໜ່ວຍຊາວໜຸ່ມ ອຍກ.

ພາບປະກອບຂ່າວເທົ່ານັ້ນບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ທ່ານ ອໍາພອນ ອໍອັດຕະພິມ ໄດ້ຂຶ້ນຜ່ານບົດສະຫຼຸບການປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ປະຈໍາປີ 2019 ພ້ອມທັງຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບາງບົດຮຽນຖອດຖອນໄດ້ ໂດຍຜ່ານການຈັດຕັ້ງປະຕິບັດ ແລະ ປະເມີນການກວດກາ 4 ບຸກ ຄະນະໜ່ວຍຊາວໜຸ່ມ ອຍກ ແຂວງ ສາມາດຍາດໄດ້ຜົນງານພົ້ນເດັ່ນໃນການບຸກດ້ານແນວຄິດ, ບຸກດ້ານຝຶກຝົນຫຼໍ່ຫຼອມ – ຮໍ່າຮຽນ, ບຸກດ້ານການປັບປຸງ – ກໍ່ສ້າງການຈັດຕັ້ງ ແລະ ບຸກດ້ານວິຊາຊີບ – ສ້າງວຽກເຮັດງານທໍາ ໂດຍອີງຕາມຜົນງານການເຄື່ອນໄຫວຕົວຈິງສົມທຽບໃສ່ມາດຖານ ແລະ ເງື່ອນໄຂຂໍ້ແຂ່ງຂັນ 4 ບຸກ ມີສະມາຊິກທີ່ມີເງື່ອນໄຂສາມາດປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ 17 ຄົນ. ໃນນີ້, ຈັດປະເພດແຂງ ( ປະເພດ I ) ໄດ້ຮັບການຍ້ອງຍໍຈາກສູນກາງຊາວໜຸ່ມ ປປ ລາວ ມີຈໍານວນ 15 ຄົນ ກວມເອົາ 88,24% ແລະ ຈັດປະເພດກາງ ( ປະເພດ II ) ຈໍານວນ 2 ຄົນ ກວມເອົາ 11,76% ຂອງສະມາຊິກທັງໝົດພາຍໃນໜ່ວຍ.

ພາບປະກອບຂ່າວເທົ່ານັ້ນບໍ່ມີສ່ວນກ່ຽວຂ້ອງກັບເນື້ອໃນຂ່າວ

ທ່ານຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເນັ້ນໃຫ້ສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະໃຫ້ສໍາເລັດເປັນກ້າວໆ, ສືບຕໍ່ປັບປຸງການຈັດຕັ້ງຊາວໜຸ່ມໃຫ້ເຕີບໃຫຍ່ເຂັ້ມແຂງດ້ານປະລິມານ ແລະ ຄຸນນະພາບ ເປັນກໍາລັງແຮງສໍາຄັນຊ່ວຍຄະນະນໍາຂອງຕົນໃນການເຕົ້າໂຮມ ຄວາມສາມັກຄີ ແລະ ກາຍເປັນແກ່ນສານຂອງພັກຢ່າງແທ້ຈິງ.

[ ຂ່າວ: ສັນຍາ ]