ຫາລືການຮ່ວມມືຂົງເຂດອະນຸພາກພື້ນແມ່ນໍ້າຂອງ ໃຫ້ສອດຄ່ອງກັບເປົ້າໝາຍອາຊຽນ

59

ກອງປະຊຸມປຶກສາຫາລື ວ່າດ້ວຍການສຸມບັນດາຂອບການຮ່ວມມືຂົງເຂດອະນຸພາກພື້ນແມ່ນໍ້າຂອງ ໃຫ້ສອດຄ່ອງກັບເປົ້າໝາຍຂອງອາຊຽນ ຈັດຂຶ້ນໃນວັນທີ 14 ກໍລະກົດຜ່ານມາ ຝ່າຍລາວເຂົ້າຮ່ວມໂດຍ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ສປປ ລາວ.

ໃນກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ໄດ້ເປັນກຽດເປັນຜູ້ສະເໜີໃນພາກທີ 3 ພາຍໃຕ້ຫົວຂໍ້ “ ການເພີ່ມທະວີບົດບາດຂອງອາຊຽນ ໃນການພັດທະນາອະນຸພາກພື້ນ ” ເຊິ່ງນອກຈາກສະແດງຄວາມຊົມເຊີຍ ສສ ຫວຽດນາມ ທີ່ໄດ້ຈັດກອງປະຊຸມທີ່ສໍາຄັນນີ້ແລ້ວ, ຍັງໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສໍາຄັນຂອງບັນດາຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງໃນການພັດທະນາເສດຖະກິດ – ສັງຄົມຂອງປະເທດສະມາຊິກ, ການຫຼຸດຜ່ອນຄວາມທຸກຍາກ, ການເຊື່ອມຈອດ ແລະ ການຮັດແຄບຄວາມແຕກໂຕນດ້ານການພັດທະນາລະຫວ່າງປະເທດສະມາຊິກອາຊຽນ ແລະ ສະເໜີໃຫ້ສືບຕໍ່.

ພາບປະກອບຂ່າວເທົ່ານັ້ນ

ທ່ານຮອງລັດຖະມົນຕີ ໄດ້ຢໍ້າຄືນ ແລະ ສະແດງຄວາມພໍໃຈຕໍ່ບົດບາດຄວາມເປັນແກນກາງຂອງອາຊຽນ ໃນໄລຍະຜ່ານມາ ເຊິ່ງສະແດງອອກໃນການຮ່າງ, ອອກແບບ ແລະ ສ້າງແຜນງານ/ໂຄງການ ພາຍໃຕ້ແຕ່ລະຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ກໍຄືອະນຸພາກພື້ນອື່ນຂອງອາຊຽນ ລ້ວນແຕ່ບົນພື້ນຖານຫຼັກການອາຊຽນ, ບົດບາດເປັນຜູ້ນໍາຂອງອາຊຽນ ແລະ ສອດຄ່ອງກັບບັນດາແຜນແມ່ບົດໃນການພັດທະນາອາຊຽນ ລວມທັງແຜນປະຕິບັດງານ ໄອເອໄອ ສະບັບທີ III, ແຜນແມ່ບົດການເຊື່ອມຈອດອາຊຽນ 2025 ແລະ ວິໄສທັດການສ້າງປະຊາຄົມອາຊຽນ 2025.

ສຸດທ້າຍ, ທ່ານຮອງລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈຕໍ່ປະເທດອາຊຽນເກົ່າ, ບັນດາປະເທດຄູ່ຮ່ວມເຈລະຈາ, ຄູ່ຮ່ວມມືພາຍນອກອາຊຽນ ແລະ ອົງການຈັດຕັ້ງສາກົນອື່ນໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຜ່ານບັນດາຂອບການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ເຊິ່ງໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງ ສປປ ລາວ ແລະ ສະເໜີໃຫ້ສືບຕໍ່.