ຈີນຂູ່ ຈະຄັດຄ້ານສະຫະລັດຢ່າງເຕັມທີ່

56

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຕ່າງປະເທດ ສປ ຈີນ ໄດ້ອອກຖະແຫຼງການລະບຸວ່າ ຈີນ ຈະໃຊ້ມາດຕະການຂວໍ້າບາດ ເພື່ອຕອບໂຕ້ອົງກອນ ແລະ ບຸກຄະລາກອນຂອງສະຫະລັດ, ຫຼັງຈາກທີ່ປະທານາທິບໍດີ ໂດນັນ ທຣັມ ເຊັນຄຳສັ່ງບັງຂັບໃຊ້ກົດໝາຍຂວໍ້າບາດຈີນ ແລະ ເຊັນຄຳສັ່ງ ຂອງຝ່າຍບໍລິຫານເພື່ອຢຸດຕິການໃຫ້ສະຖານະພິເສດແກ່ຮົງກົງ.

ຖະແຫຼງການລະບຸວ່າ: ລັດຖະບານຈີນຈະຄັດຄ້ານການກະທຳຂອງສະຫະລັດຢ່າງເຕັມທີ່ ພ້ອມເຕືອນສະຫະລັດໃຫ້ຢຸດຕິແຊກແຊງກິດຈະການພາຍໃນຂອງຈີນ.