ວັນສະເຫຼີມ-ແສງນິລັນ ພິສູດໃຫ້ເຫັນວ່າເຮັດໄດ້ ຈົນຄວ້າສິດຄັດທີມຊາດ ຢູ 19 ຄັ້ງທໍາອິດ

187

ຖືວ່າເປັນສະຕາກໍາດຽວກັນສໍາລັບ ວັນສະເຫຼີມ ລັດຕະນາຈານ ແລະ ແສງນິລັນ ພັນໂຊດ 2 ນັກເຕະອະນາຄົດໄກ ຈາກພາກໃຕ້ ທີ່ສາມາດຜ່ານຮອບຄັດເລືອກໄດ້ເຖິງ 2 ຄັ້ງຈົນໄດ້ຂຶ້ນມາຄັດເລືອກລຸ້ນຕິດທີມຊາດລາວ ຢູ 19 ເປັນຄັ້ງທໍາອິດ ໃນຊີວິດ.

ທັງສອງແມ່ນເຄີຍຖືກຄົນດູໝິ່ນ ເນື່ອງຈາກສະພາບຄອບຄົວ ແລະ ຮ່າງກາຍເປັນອຸປະສັກໃນການເປັນນັກເຕະ, ແຕ່ສຸດທ້າຍພວກເຂົາກໍສາມາດພິສູດຕົວເອງ ແລະ ຜ່ານຜ່າອຸປະສັກດັ່ງກ່າວຈົນມາຢືນຢູ່ໃນຈຸດນີ້ໄດ້.

ກ່ອນໜ້ານີ້ພວກເຮົາແນະນໍາໄປແລ້ວ 4 ນັກເຕະ ( ຈາກທັງໝົດ 8 ຄົນ ) ຈາກພາກໃຕ້ ທີ່ຜ່ານມາການຄັດເລືອກ ແລະ ໄດ້ສິດຂຶ້ນມາເກັບຕົວຝຶກຊ້ອມ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ. ມື້ນີ້ ພວກເຮົາຈະມາບອກເລົ່າຊີວິດຂອງ 2 ນັກເຕະ ເຊິ່ງເປັນນັກເຕະຄົນທີ 5 ແລະ 6 ຈາກພາກໃຕ້ທີ່ຜ່ານຮອບຄັດເລືອກ.

ເລີ່ມກັນທີ່ ທ້າວ ວັນສະເຫຼີມ ລັດຕະນາຈານ ເກີດທີ່ບ້ານໂພນແພງ ເມືອງຈໍາປາສັກ ແຂວງຈໍາປາສັກ ອາຍຸ 19 ປັດຈຸບັນຮຽນຢູ່ ມະຫາວິທະຍາໄລ ຈໍາປາສັກ ຫຼິ້ນຕໍາແໜ່ງກອງໜ້າ ລາວເລົ່າວ່າ: ເສັ້ນທາງການເປັນນັກເຕະຂອງນ້ອງຖືວ່າ ພົບອຸປະສັກຫຼາຍຢ່າງຫຼາຍກວ່າຄົນອື່ນໆ ເພາະຄອບຄົວຂອງນ້ອງເຮັດນາ ແລະ ນ້ອງຕ້ອງແບ່ງເວລາໃນການຫຼິ້ນບານເຕະຄື ຫຼັງເລີກຮຽນຈະຕ້ອງມາຊ່ວຍວຽກຄອບຄົວໃຫ້ແລ້ວ ກ່ອນຈະໄປເຕະບານ ແລະ ບາງເທື່ອກໍໄປຊ້າຈົນມືດສາກ່ອນ. ນອກນັ້ນ ອຸປະສັກຢ່າງກໍຄື ຕອນນັ້ນຍັງບໍ່ມີເກີບໃສ່ ຕ້ອງໄດ້ແຕະບານຕີນເປົ່າກັບໝູ່ ຈົນມີບາງຄັ້ງໝູ່ເວົ້າໃຫ້ ລວມທັງບໍ່ໃຫ້ເຕະບານນໍາ ເພາະບໍ່ມີເກີບໃສ່.

“ ແຕ່ດ້ວຍໃຈມັກ ນ້ອງຈິ່ງໄດ້ເອົາຄໍາເວົ້າດັ່ງກ່າວເປັນແຮງສູ້ຕໍ່ໄປ ເຖິງວ່າເວລານັ້ນຈະເຮັດໃຫ້ຕົວເອງອາຍ ແລະ ທໍ້ຖອຍພໍສົມຄວນ ເຊິ່ງນ້ອງໄດ້ພະຍາຍາມຫາເງິນຫຼາຍເດືອນພໍສົມຄວນຈິ່ງສາມາດຊື້ເກີບ ຕໍ່ມາກໍກ້າວຂຶ້ນຕິດທີມໂຮງຮຽນ ແລະ ໄດ້ສືບຕໍ່ຝືກຊ້ອມບານເຕະໃນທຸກເວລາທີ່ຫວ່າງ. ໃນທີ່ສຸດໂອກາດທີ່ນ້ອງລໍຄອຍ ກໍມາເຖິງ ເມື່ອຢູ 19 ໄດ້ລົງໄປຄັດເລືອກ ແລະ ກໍສາມາດໄດ້ສິດຂຶ້ນມາຊ້ອມໃນນະຄອນຫຼວງວຽງຈັນ ເຊິ່ງໄດ້ປະສົບການຫຼາຍໆຢ່າງ, ໄດ້ຄວາມຮູ້, ຄວາມສາມາດໃໝ່ໆ ແລະ ພັດທະນາຕົວເອງໄດ້ຫຼາຍຂຶ້ນ ລວມເຖິງໄດ້ຄໍາແນະນໍາຈາກຄູຝຶກ ແລະ ເພື່ອນຮ່ວມທີມ ເພື່ອຕໍ່ຍອດຄວາມຫວັງຂອງນ້ອງທີ່ຢາກນັກເຕະອາຊີບໃນອະນາຄົດ ” ວັນສະເຫຼີມ ກ່າວ.

ສ່ວນເສັ້ນທາງອີກນັກເຕະທີ່ໜ້າສົນໃຈກໍຄື ແສງນິລັນ ພັນໂຊດ ເກີດທີ່ບ້ານຫົວເຊໂດນ ເມືອງທ່າແຕ່ງ ແຂວງເຊກອງ ອາຍຸ 19 ປັດຈຸບັນຮຽນຢູ່ ມສ.ທ່າແຕ່ງ ຫຼິ້ນຕໍາຫຼິ້ນກອງກາງ ເລົ່າວ່າ: ສໍາລັບ ນ້ອງເລີ່ມຫຼິ້ນບານເຕະມາຕັ້ງແຕ່ ປ 3 ເຊິ່ງຈຸດເລີ່ມຕົ້ນການເປັນນັກເຕະຂອງນ້ອງແມ່ນເລີ່ມຈາກການເປັນຜູ້ຮັກສາປະຕູ ເພາະເປັນຄົນທີ່ອ້ວນຫຼາຍ ແນ່ນອນວ່າ ມັນເປັນອຸປະສັກສໍາລັບນັກເຕະທີ່ອ້ວນ ໂດຍສະເພາະຜູ້ຮັກສາປະຕູ ການເຄື່ອນໄຫວກໍຊ້າກວ່າ ຈິ່ງເປັນສາເຫດໃຫ້ຄົນອື່ນເວົ້າໃຫ້ ຈົນເຮັດໃຫ້ຕົວເອງຕ້ອງທໍ້ໃຈໄປຫຼາຍເຕີບ. ຢ່າງໃດກໍດີ ຄໍານັ້ນໄດ້ຜັກດັນໃຫ້ຕົວເອງຫຼິ້ນກີລາ ແລະ ໄດ້ປ່ຽນຕໍາແໜ່ງການຫຼິ້ນຈາກຜູ້ຮັກສາປະຕູມາຫຼິ້ນກອງກາງ ເນື່ອງຈາກຄໍາແນະນໍາຂອງພໍ່ ເພື່ອໃຫ້ຕົວເອງໄດ້ແລ່ນຫຼາຍຂຶ້ນ ແລະ ຫາຄວາມທ້າທາຍໃໝ່.

“ ດ້ວຍຮູບຮ່າງທີ່ອ້ວນ ນັ້ນນ້ອງໃຊ້ເວລາພຽງ 1 ປີກໍສາມາດປ່ຽນຈາກຄົນທີ່ອ້ວນກາຍເປັນຄົນທີ່ແຂງແຮງ ແລະ ຮ່າງໃຫຍ່ ເພາະການມີລະບຽບວິໄນ, ອອກກໍາລັງກາຍສະໝໍ່າສະເໝີ ແລະ ຝຶກຊ້ອມຢ່າງຕໍ່ເນື່ອງ ຈົນໃນຕົ້ນປີ 2020 ນ້ອງໄດ້ເຂົ້າຄັດເລືອກກັບ ທີມຊາດ ຢູ 19 ແລະ ກໍສາມາດໄດ້ສິດເຂົ້າມາຄັດຮອບສຸດທ້າຍທີ່ ນະຄອນຫຼວງວຽງຈັນ.ແນ່ນອນຕະຫຼອດອາທິດທີ່ຜ່ານມາ ນ້ອງໄດ້ຄວາມຮູ້ໃໝ່ເປັນຕົ້ນແມ່ນເຕັກນິກການເຂົ້າບ້ານ ແລະ ເດົາທາງຄູ່ແຂ່ງທີ່ໄດ້ຜົນດີທີ່ສຸດ ບໍ່ວ່າຈະເປັນການເຂົ້າບານ ຫຼື ວິທີຫຼອກຄູ່ແຂ່ງ; ຈາກຈຸດນີ້ຄວາມຝັນກໍຢາກຕິດທີມຊາດ ແລະ ສະໂມສອນຄັ້ງໜຶ່ງໃນຊີວິດ, ” ແສງນິລັນ ກ່າວ.