ປະທານປະເທດລົງຄຳມ່ວນເນັ້ນໜັກການນຳແຂວງ ເອົາໃຈໃສ່ຊຸກຍູ້ການຜະລິດ ແລະສ້າງວຽກເຮັດງານທຳ

131

ໃນວັນທີ 08 ກໍລະກົດ 2020 ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ລົງເຄື່ອນໄຫວ ແລະເຮັດວຽກ ຢຸ່ແຂວງຄຳມ່ວນ, ຕິດຕາມການເຄື່ອນໄຫວ ແລະເຮັດວຽກຂອງເພິ່ນໃນຄັ້ງນີ້ມີ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການ ສູນກາງພັກ ພ້ອມດ້ວຍຄະນະ. ເປັນກຽດຕ້ອນຮັບການຢ້ຽມຢາມຂອງເພິ່ນແມ່ນ ສະຫາຍ ໂອໄດ ສຸດາພອນ ເຈົ້າແຂວງໆຄໍາມ່ວນ ພ້ອມດ້ວຍຄະນະພັກ ແລະ ການນຳຂອງແຂວງຄຳມ່ວນ.
ໂອກາດດັ່ງກ່າວ ພາຍຫຼັງການລາຍງານສະຖາບລວມຂອງທ່ານເຈົ້າແຂວງ ທ່ານ ປະທານປະເທດໄດ້ເນັ້ນໜັກພິເສດໃຫ້ ແຂວງຄຳມ່ວນ ເອົາໃຈໃສ່ຊຸກຍູ້ຂະບວນການຜະລິດໃຫ້ຟົດຟື້ນເຂັ້ມແຂງ ພ້ອມດຽວກັນນັ້ນຕ້ອງຍູ້ແຮງຂະບວນ ການສ້າງວຽກເຮັດງານທຳຂອງປະຊາຊົນໃຫ້ແຂງແຮງທົ່ວເຖິງ ທັງໝົດນີ້ກໍ່ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນລຳດັບ.

ໂດຍ ທ່ານ ໂອໄດ ສຸດາພອນ ໄດ້ຕາງໜ້າຄະນະພັກ ແລະຄະນະນຳຂອງແຂວງລາຍງານສະພາບລວມໂດຍຫຍໍ້ ໃນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຄຳມ່ວນ ຊຶ່ງມີຜົນສຳເລັດພົ້ນເດັ່ນໃນຫຼາຍດ້ານ ໂດຍສະເພາະແມ່ນ ວຽກງານແນວຄິດການເມືອງ ຂອງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ນັບມື້ມີຄວາມໜັກແໜ້ນ ແລະເຂັ້ມແຂງ; ວຽກງານ ປກຊ-ປກສ ໄດ້ເອົາໃຈໃສ່ສ້າງຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ ໃຫ້ໜັກແໜ້ນ, ສຸມໃສ່ຫັດແອບຍຸດທະວິທີ-ສິນລະປະຍຸດ ແລະສ້າງພາລາທິການກັບທີ່ ໃຫ້ໜັບມື້ໜັກແໜ້ນ.

ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ຮັບການເອົາໃຈໃສ່ແກ້ ໄຂ ເຮັດໃຫ້ຕົວເລກຄອບຄົວທຸກຍາກຫຼຸດລົງຍັງເຫຼືອ 684 ຄອບຄົວ; ການພັດທະນາດ້ານເສດຖະກິດ ເຖິງວ່າໄດ້ຮັບຜົນກະທົບ ແລະມີຄວາມຫຍຸ້ງຍາກຫຼາຍດ້ານ, ບວກໃສ່ກັບໄພທໍາມະຊາດ ແລະ ໂລກລະບາດ ໂຄວິດ 19 ທີ່ບໍ່ ເອື້ອຍອໍານວຍ ໃນໄລຍະຜ່ານມາ, ແຕ່ກໍ່ເຫັນວ່າ ໃນທົ່ວແຂວງໄດ້ພ້ອມກັນພະຍາຍາມບຸກບືນ, ສູ້ຊົນດ້ວຍຄວາມຮັບ ຜິດຊອບສູງ ເພື່ອບັນລຸບັນດາຄາດໝາຍໃຫຍ່ທີ່ໄດ້ກໍານົດອອກ ໃຫ້ປະກົດຜົນເປັນຈິງ; ດ້ານວຽກງານ ວັດທະນາທໍາ-ສັງຄົມ ກໍ່ໄດ້ຮັບການເອົາໃຈໃສ່ ແລະມີດ້ານຂະຫຍາຍຕົວທີ່ຕໍ່ເນື່ອງ….ທັງໝົດນັ້ນ ລ້ວນແຕ່ເປັນການປະກອບສ່ວນສໍາຄັນ ເຮັດໃຫ້ແຂວງຄຳມ່ວນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກລະດັບດີຂຶ້ນ.

ໃນຕອນທ້າຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ແລະເໜັ້ນໜັກວຽກງານຈຸດສຸມຈຳນວນໜຶ່ງ ເປັນຕົ້ນ:
– ເພີ່ມທະວີການນໍາພາດ້ານການເມືອງ-ແນວຄິດ ຂອງພະນັກງານ ແລະປະຊາຊົນ ໃຫ້ໜັກແໜ້ນ, ເຂັ້ມແຂງ: ສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ຮີບຮ້ອນດຳເນີນກອງປະຊຸມໃຫຍ່ 03 ຂັ້ນ ໃຫ້ສຳເລັດ ເພື່ອກະກຽມຄວາມພ້ອມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ເພີ່ມສະຕິລະວັງ ຕົວຕໍ່ກົນອຸບາຍມ້າງເພຫຼອກລວງພວກບໍ່ຫວັງດີ ໃຫ້ຫຼາຍຂື້ນກວ່າເກົ່າ, ຕີຖອຍບັນຫາສິ່ງຫຍໍ້ທໍ້ ແລະ ຫາງສຽງທີ່ບໍ່ດີ ເກີດຂື້ນ ໃນຂົງເຂດການບໍລິຫານ-ຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ເພື່ອບໍ່ໃຫ້ພວກຄົນບໍ່ດີຖືເປັນຂໍ້ອ້າງສວຍໃຊ້ໂຄສະ ນາບິດເບືອນໂຈມຕີພວກເຮົາ.


ສືບຕໍ່ເຊື່ອມຊຶມ ແລະ ຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ເປັນເນື້ອໃນວຽກງານ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງ ຂອງບັນດາອົງການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ. ສືບຕໍ່ຫັນລົງກໍ່ສ້າງຮາກຖານຢ່າງຕໍ່ເນື່ອງ ແລະແຂງແຮງກວ່າເກົ່າ ແລະ ເຮັດແນວໃດ ໃຫ້ທົ່ວສັງຄົມມີສ່ວນຮ່ວມ ໃນວຽກງານດັ່ງກ່າວ ໃຫ້ເປັນຂະບວນກວ້າງຂວາງ ແລະຟົດຟື້ນ ໃນທົ່ວແຂວງ. ສືບຕໍ່ປັບປຸງ, ສັບຊ້ອນກົງຈັກການ ຈັດຕັ້ງ ຕາມທິດກະທັດຮັດ, ເຂັ້ມແຂງ ແລະມີປະສິດທິພາບ.

ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ: ສືບຕໍ່ຍູ້ແຮງຂະບວນການຜະລິດເປັນສິນຄ້າໃຫ້ແຂງແຮງຂຶ້ນກວ່າເກົ່າ, ດຶງດູດການລົງທຶນຂອງຕ່າງປະເທດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນ ດ້ວຍຫຼາຍວິທີ, ແກ້ໄຂຂອດຂັ້ນທີ່ບໍ່ ຈຳເປັນໃຫ້ໄດ້ໂດຍໄວ, ຍູ້ແຮງຂະບວນ ການສ້າງວຽກເຮັດງານທຳຂອງປະຊາຊົນໃຫ້ແຂງແຮງທົ່ວເຖິງ. ເອົາໃຈໃສ່ຄຸ້ມ ຄອງຊັບ ພະຍາກອນທຳມະຊາດ ແລະສິ່ງແວດລ້ອມໃຫ້ເຂັ້ມງວດແຕ່ຫົວທີ, ເອົາໃຈໃສ່ປະຕິບັດບັນດາຄາດໝາຍດ້ານ ສັງຄົມທີ່ແຂວງໄດ້ກຳນົດໄວ້ໃຫ້ບັນລຸເປັນຈິງ ໂດຍສະເພາະການແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ເປັນຮູບປະທຳຫຼາຍຂຶ້ນ.