ມາຣູຮານໄປກ່ອນກ້າວໜຶ່ງ ເປີດຕົວທະນາຄານດິຈິຕອລ

226

ທະນາຄານມາຣູຮານ ເຈແປນລາວ ຈຳກັດ ໄດ້ເປີດຕົວທະນາຄານດິຈິຕອລເຕັມຮູບແບບ ໂດຍບໍ່ນຳໃຊ້ເຈ້ຍ. ດ້ານຜູ້ບໍລິຫານເປີດເຜີຍ ທະນາຄານດິຈິຕອລ ຈະເຮັດໃຫ້ລູກຄ້າເຂົ້າເຖິງການບໍລິການທີ່ຫຼາກຫຼາຍ ແລະ ເຮັດທຸລະກໍາທາງການເງິນໄດ້ວ່ອງໄວໃນເວລາສັ້ນໆ.


ທ່ານ ແອນໂທນີ ຊິນ ຜູ້ອໍານວຍການໃຫຍ່ທະນາຄານ ມາຣູຮານ ເຈແປນ ລາວ ຈໍາກັດ ກ່າວວ່າ: ການເປີດຕົວທະນາຄານດິຈິຕອລເຕັມຮູບແບບ ໂດຍບໍ່ນຳໃຊ້ເຈ້ຍແມ່ນທ່າແຮງອັນດັບຕົ້ນໆໃນພາກພື້ນ ແລະ ສາກົນ ທີ່ສະແດງໃຫ້ເຫັນເຖິງການກົດບັດຄິວແບບດິຈິຕອລ, ການເປີດບັນຊີບໍ່ຕ້ອງຂຽນແບບຟອມທີ່ເປັນເຈ້ຍ, ລົງລາຍເຊັນດິຈິຕອລ, ການໂອນເງິນແບບດິຈິຕອລ, ການຖອນເງິນທີ່ບໍ່ຈຳເປັນຕ້ອງໃຊ້ບັດເອທີເອັມ ໂດຍສາມາດສັ່ງການໄດ້ໃນແອັບພລິເຄຊັນ ເອັມເຈ ສະດວກ ( MJ Saduak ) ເຊິ່ງລູກຄ້າສາມາດໄດ້ສໍາຜັດດ້ວຍຕົວເອງຕໍ່ໄປນີ້:

1). ການກົດບັດຄິວທີ່ເປັນລະບົບດິຈິຕອລ ເພື່ອປະສິດທິພາບໃນການຮັບໃຊ້ລູກຄ້າ ແລະ ຫຼຸດເວລາລໍຖ້າໃຫ້ໜ້ອຍທີ່ສຸດ; 2). ລາຍເຊັນດິຈິຕອລສຳລັບການເຮັດທຸລະກຳທີ່ປອດໄພ ແລະ ບໍ່ໃຊ້ເຈ້ຍເວລາເຊັນ; 3). ການເຮັດທຸລະກໍແບບດິຈິຕອລຖືວ່າມີຄວາມວ່ອງໄວ ແລະ ມີປະສິດທິພາບ, ບໍ່ມີຕ້ອງການເຈ້ຍ/ບໍ່ຕ້ອງການຕື່ມແບບຟອມ; 4). ການເປີດບັນຊີທີ່ບໍ່ມີເຈ້ຍແມ່ນງ່າຍດາຍ ສາມາດຮັບຮູ້ໃບໜ້າເຮັດໃຫ້ມີຄວາມເຊື່ອຖື ແລະ ມີປະສິດທິພາບ; 5). ບໍລິການຕູ້ ATM ໂດຍບໍ່ນຳໃຊ້ບັດຜ່ານ ພຽງແຕ່ທ່ານໃຊ້ແອັບ MJ Saduak ເພື່ອເພີ່ມຄວາມສະດວກສະບາຍ ແລະ ຄວາມປອດໄພ.


ການເປີດໜ່ວຍບໍລິການທະນາຄານດິຈິຕອລ ນີ້ຖືວ່າເປັນການປະສົມຂອງການບໍລິການສາຂາແບບດັ້ງເດີມບວກກັບນະວັດຕະກໍາ ແລະ ຄວາມສະດວກສະບາຍຂອງ ແອັບ MJ Saduak ທີ່ສາມາດເປີດໃຊ້ໄດ້ທຸກເວລາ ໜ່ວຍບໍລິການດິຈິຕອລຂອງພວກເຮົາຍັງເປັນການສົ່ງເສີມການເຮັດທຸລະກໍາທາງການເງິນຢູ່ເທິງອອນລາຍ ທີ່ຊ່ວຍໃຫ້ລູກຄ້າມີຄວາມສະດວກສະບາຍຍິ່ງຂຶ້ນ.


ເມື່ອເດືອນພະຈິກ 2019 ຜ່ານມາ ໄດ້ເປີດຕົວແອັບກະເປົ໋າເງິນເທິງມືຖື ( e-wallet ), ແອັບ ເອັມເອ ສະດວກ ( MJ Saduak ), ເປີດຕົວ e-CASS ( ການຊໍາລະສະສາງແບບອັດຕະໂນມັດ ) ເພື່ອໃຫ້ຜູ້ຊົມໃຊ້ສິນຄ້າສາມາດຈ່າຍເງິນ ຫຼື ຊໍາລະສະສາງລະຫວ່າງທຸລະກິດ ແລະ ຕົວແທນໄດ້ຢ່າງສະດວກ.


ຂະນະດຽວກັນ, ພວກເຮົາເປັນທະນາຄານແຫ່ງທໍາອິດຂອງ ສປປ ລາວ ທີ່ນໍາສະເໜີການສະແກນຮູບໜ້າ, ການສົນທະນາອັດຕະໂນມັດຜ່ານໜ້າຈໍໂທລະສັບ ( chatbo ), ເຄື່ອງມືຄຸ້ມຄອງການເງິນ, ຄວາມສາມາດໃນການຊໍາລະເງິນ ( QR – enabled ) ແລະ ອື່ນໆນຳອີກ.
ພິທີດັ່ງກ່າວ, ຈັດຂຶ້ນໃນວັນທີ 7 ກໍລະກົດ 2020 ທີ່ສູນການຄ້າ ເວີລເທຣດເຊັນເຕີ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ໂພທິຈັນ ທຳມະເທວາ ວ່າການຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ, ທ່ານ ສຸລິສັກ ທຳນຸວົງ ຫົວໜ້າກົມຊຳລະສະສາງ ທຫລ, ທ່ານ ແອນໂທນີ ຊິນ, ມີຜູ້ຕາງໜ້າຈາກສະຖານທູດຍີ່ປຸ່ນ ປະຈໍາລາວ, ສະຖານທູດມາເລເຊຍ ປະຈໍາລາວ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.