ຍົກລະດັບໃຫ້ເຈົ້າໜ້າທີ່ອອກຢັ້ງຢືນແຫຼ່ງກໍາເນີດສິນຄ້າ

100

ກົມການນຳເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ໄດ້ຈັດຊຸດຝຶກອົບຮົມ ກ່ຽວກັບວຽກງານການຢັ້ງຢືນແຫຼ່ງກໍາເນີດສິນຄ້າ ພາຍໃຕ້ສິດທິພິເສດທາງການຄ້າ ໃຫ້ແກ່ຄະນະຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫຼວງວຽງຈັນ ແລະ ຄະນະສະພາບໍລິຫານເຂດນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນ – ໂນນທອງ ເພື່ອນໍາໄປຈັດຕັ້ງປະຕິບັດວຽກງານພາຍໃນເຂດໃຫ້ວຽກງານມີ ຄວາມສະດວກຍິ່ງຂຶ້ນ.


ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າພາຍໃຕ້ຂອບສັນຍາຕ່າງໆ. ປັດຈຸບັນໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ ໄດ້ຮັບສິດທິພິເສດແບບພິມ ( Form ) ມີຈໍານວນ 13 ຊະນິດ ຄື: A, DFTP, SPT, CO KOREA, S, APTA, D, E, AI, AK, AJ, AANZ ແລະ AHK. ໃນນັ້ນ, ໄດ້ນຳສະເໜີກ່ຽວກັບວິທີການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທີ່ ສປປ ລາວ ນຳໃຊ້ໃນປັດຈຸບັນນີ້ ເຊິ່ງມີທັງໝົດ 3 ວິທີດ້ວຍກັນ ຄື: ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ ( Manual ), ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານທາງລະບົບເອເລັກໂຕຣນິກ ( Electronic Certificate of Origin Issuing System: e-CO ) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ ( Self-Certification ).


ພ້ອມກັນນັ້ນ, ຄະນະຮັບຜິດຊອບຝຶກອົບຮົມຍັງໄດ້ລົງເລິກວິທີໃນການກໍານົດເງື່ອນໄຂແຫຼ່ງກຳເນີດສິນຄ້າ ພາຍໃຕ້ສັນຍາການຄ້າຂອບຕ່າງໆ, ຂັ້ນຕອນໃນການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກຳເນີດ, ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ, ວິທີໃນການເກັບກຳສະຖິຕິ, ການສັງລວມຂໍ້ມູນລາຍລະອຽດຂອງບໍລິສັດ ແລະ ລະບຽບການຕ່າງໆທີ່ປິ່ນອ້ອມວຽກງານການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.


ນອກຈາກການແນະນຳດ້ານທິດສະດີແລ້ວຄະນະຮັບຜິດຊອບຝຶກອົບຮົມຂອງກົມ ຂອ ກໍຍັງໄດ້ແນະນຳວິທີ ແລະ ຂັ້ນຕອນຕ່າງໆໃນການລົງເບິ່ງຂະບວນການຜະລິດຕົວຈິງຂອງບັນດາໂຮງງານ/ບໍລິສັດ ທີ່ຈະມາຂໍອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ.


ພາຍຫຼັງທີ່ສຳເລັດການຝຶກອົບຮົມ ຄະນະຮັບຜິດຊອບຝຶກອົບຮົມຂອງກົມການນໍາເຂົ້າ ແລະ ສົ່ງອອກ ກໍໄດ້ມີການປະເມີນຄືນເຖິງຄວາມເຂົ້າໃຈຂອງສຳມະນາກອນ ເພື່ອໃຫ້ໝັ້ນໃຈວ່າ ຫຼັງຈາກສຳເລັດການຝຶກອົບຮົມໃນຄັ້ງນີ້ ບັນດາສຳມະນາກອນຈະສາມາດນຳເອົາບົດຮຽນທີ່ໄດ້ໃນການຝຶກອົບຮົມໄປຜັນຂະຫຍາຍ ແລະ ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ. ທັ້ງນີ້, ກໍເພື່ອຜັນຂະຫຍາຍວຽກງານຄຸ້ມຄອງແຫຼ່ງກຳເນີດສິນຄ້າລົງສູ່ທ້ອງຖິ່ນ ເປັນຜູ້ຈັດຕັ້ງປະຕິບັດດ້ວຍຕົນເອງ, ສ່ວນມະຫາພາກຈະເປັນຜູ້ຄຸ້ມຄອງ ແລະ ຕິດຕາມ.


ຊຸດຝຶກອົບຮົມດັ່ງກ່າວ ຈັດ ຂຶ້ນໃນລະຫວ່າງວັນທີ 6 – 10 ກໍລະກົດ 2020 ທີ່ຫ້ອງປະຊຸມຂອງກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານຂອງ ທ່ານ ນາງ ມະນີວອນ ວົງໄຊ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ( ກົມ ຂອ ) ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 15 ທ່ານ.