ວາງສີລາລືກ – ເຊັນສັນຍາສໍາປະທານ ໂຄງການພັດທະນາ ທ່າບົກ – ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ

258

ໂຄງການພັດທະນາ ທ່າ ບົກ – ທ່ານາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ ໄດ້ມີພິທີວາງສີລາລືກ ແລະ ເຊັນສັນຍາສໍາປະທານຢ່າງເປັນທາງການ ລະຫວ່າງ ລັດຖະບານລາວ ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ກັບ ບໍລິສັດ ວຽງຈັນ ໂລຈິສຕິກພາກ ຈຳກັດ ດ້ວຍມູນຄ່າການລົງທຶນ ປະມານ 727 ລ້ານໂດລາ ໃນເນື້ອທີ່ເບື້ອງຕົ້ນ 200 ເຮັກຕາ ພາຍໃຕ້ຮູບແບບ BOT ມີອາຍຸສໍາປະທານ 50 ປີ ແລະ ຄາດວ່າໄລຍະທໍາອິດຈະສໍາເລັດ ພ້ອມເປີດໃຊ້ກັບການເປີດເສັ້ນທາງລົດໄຟ ລາວ – ຈີນ.

ໂຄງການພັດທະນາທ່າບົກ – ທ່ານາແລ້ງ ແລະ ເຂດໂລຈິສ ຕິກ ນະຄອນຫຼວງວຽງຈັນ ເປັນໂຄງການລົງທຶນພັດທະນາຂະໜາດໃຫຍ່ຂອງ ສປປ ລາວ ແລະ ແມ່ນໜຶ່ງໃນໂຄງການບຸລິມະສິດພັດທະນາໂລຈິສຕິກແຫ່ງຊາດ ( 2016 – 2030 ) ເຊິ່ງມີຈຸດປະສົງແນໃສ່ຜັນຂະຫຍາຍນະໂຍບາຍຂອງລັດຖະບານໃນການຫັນປະເທດລາວໃຫ້ເປັນສູນກາງແຫ່ງຄວາມເຊື່ອມຈອດ ແລະ ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນ ໂດຍມອບໃຫ້ ບໍລິສັດ ສິດທິໂລຈິສ ຕິກລາວ ຈໍາກັດ ເປັນຜູ້ສຶກສາສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການດັ່ງກ່າວ ແລະ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ໃນວັນທີ 5 ເມສາ 2019 ຜ່ານມາ.

ພາຍຫຼັງໄດ້ສໍາເລັດການສຶກສາສໍາຫຼວດຄວາມເປັນໄປໄດ້ທາງດ້ານເສດຖະກິດ ແລະ ປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ທາງບໍລິສັດໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າກັບພາກສ່ວນກ່ຽວຂ້ອງ ແລະ ລັດຖະບານໄດ້ຮັບຮອງບົດສຶກສາໂຄງການໃນວັນທີ 7 ກຸມພາ 2020 ແລະ ເຫັນດີສ້າງຕັ້ງ ບໍລິສັດ ວຽງຈັນ ໂລຈິສ ຕິກພາກ ຈໍາກັດ ໃຫ້ເປັນບໍລິສັດປະຕິບັດໂຄງການພາຍໃຕ້ຮູບແບບ BOT (Built and Transfer) ມີອາຍຸສໍາປະທານ 50 ປີ.

ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດ ວຽງຈັນ ໂລຈິສຕິກພາກ ຈໍາກັດ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວເປັນໂຄງການພັດທະນາເຂດໂລຈິສຕິກຄົບວົງຈອນຂອງນະຄອນຫຼວງວຽງຈັນ ພຽງແຫ່ງດຽວທີ່ລວມເອົາ 2 ອົງປະກອບຫຼັກມາໄວ້ຈຸດດຽວກັນ ເພື່ອສ້າງເງື່ອນໄຂຮອງຮັບການເຊື່ອມຈອດ – ເຊື່ອມໂຍງອະນຸພາກພື້ນ ແລະ ສາກົນທາງດ້ານການຄ້າ – ການຂົນສົ່ງໃຫ້ເກີດປະໂຫຍດສູງສຸດ ຄື:

1 ທ່າບົກ – ທ່ານາແລ້ງ ແມ່ນສ່ວນໜຶ່ງຂອງເຂດໂລຈິສຕິກຄົບວົງຈອນ ນະຄອນຫຼວງວຽງຈັນ ທີ່ກໍານົດໄວ້ໃນ Intergovernmental Agreement on Dry Port, ເປັນສະຖານີຂົນສົ່ງຫຼາຍຮູບແບບລະດັບສາກົນທໍາອິດຂອງລາວ ທີ່ສາມາດໃຫ້ບໍລິການຂອງ “ ທ່າເຮືອ ” ຕັ້ງຢູ່ເທິງບົກແບບຄົບວົງຈອນ ແນໃສ່ອໍານວຍຄວາມສະດວກທາງການຄ້າ ແລະ ຫຼຸດຜ່ອນຕົ້ນທຶນການຂົນສົ່ງດ້ວຍການເປັນຕົ້ນທາງ ແລະ ປາຍທາງການຂົນສົ່ງຕູ້ສິນຄ້າ ພ້ອມໃຫ້ບໍລິການ LCL ( ບໍລິການສິນຄ້າບໍລິມາດນ້ອຍ, ບໍ່ເຕັມຕູ້ ), ເປັນທັງສູນກາງຄ່ຽນຖ່າຍສິນຄ້າ ແລະ ດ່ານສາກົນ ສຳລັບການຂົນສົ່ງສິນຄ້າເຂົ້າ – ອອກ ແລະ ຜ່ານແດນ ໂດຍມີບັນດາອົງປະກອບຂອງລະບົບສາງພາສີປະເພດຕ່າງໆຄົບຊຸດ.

2 ເປັນເຂດໂລຈິສຕິກທີ່ໄດ້ຈັດສັນພື້ນທີ່ຈຸດສຸມສະເພາະກິດຈະການສ້າງມູນຄ່າເພີ່ມ ເຊັ່ນ: ພື້ນທີ່ບໍລິການສູນໂລຈິສ ຕິກ ເຊິ່ງບັນດາຜູ້ປະກອບການດໍາເນີນທຸລະກິດ ( Operate ), ໂລຈິສຕິກ ແລະ ການແຈກຢາຍສິນຄ້າທັງຜ່ານແດນພາຍໃນ ແລະ ຜ່ານແດນສາກົນ; ພື້ນທີ່ປອດພາສີສໍາລັບການຜະລິດ, ປຸງແຕ່ງ, ປະກອບ, ເກັບຮັກສາລໍຖ້າການນໍາເຂົ້າ – ສົ່ງອອກ ລວມທັງສູນສົ່ງເສີມການຄ້າ ສາກົນ; ພື້ນທີ່ຈັດເກັບສິນຄ້າ ປະເພດທາດແຫຼວ ( Tank Farm ); ພື້ນທີ່ສູນສົ່ງເສີມການຄ້າສາກົນ; ພື້ນທີ່ສາງເຢັນສໍາລັບສິນຄ້າປະເພດຊີ້ນສັດ, ໝາກໄມ້ ແລະ ພືດຜັກ; ສູນບໍລິການສົ່ງອອກຂອງ SME.

ທ່ານ ຈັນທອນ ສິດທິໄຊ ໃຫ້ສໍາພາດວ່າ: ໂຄງການດັ່ງກ່າວຕັ້ງຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດ 200 ເຮັກຕາ ( ເບື້ອງຕົ້ນ ) ມູນຄ່າການລົງທຶນ ປະມານ 727 ລ້ານໂດລາ. ການກໍ່ສ້າງແບ່ງອອກເປັນ 3 ໄລຍະ ເຊິ່ງໄລຍະທໍາອິດຈະຍົກລະດັບການສ້າງ Dry Port ເຊັ່ນ: ສ້າງລານເກັບຕູ້ຄອນເທັນເນີ, ສ້າງສາງເຢັນ, ສາງເກັບສິນຄ້າ, ສ້າງຖະໜົນຫົນທາງ ແລະ ສິ່ງອໍານວຍຄວາມສະດວກ ປະມານ 150 – 180 ລ້ານໂດລາ ຄາດວ່າຈະໃຫ້ສໍາເລັດ ພ້ອມເປີດໃຊ້ກັບການເປີດເສັ້ນທາງລົດໄຟ ລາວ – ຈີນ.

ສໍາລັບໄລຍະທີ 2 – 3 ແມ່ນສືບຕໍ່ຂະຫຍາຍແຜນໂລຈິສຕິກຕາມແຜນຂອງໂຄງການ ແລະ ຄາດວ່າຈະໃຫ້ສໍາເລັດສົມບູນ ພາຍໃນ 5 – 10 ປີ. ສ່ວນການລົງທຶນຄາດວ່າຈະສາມາດຄືນທຶນພາຍໃນ 15 ປີ ແລະ ຕໍ່ຈາກນັ້ນແມ່ນກໍາໄລ, ແຕ່ສິ່ງສໍາຄັນໄປກວ່ານັ້ນແມ່ນພວກເຮົາສາມາດແກ້ໂຈດລະບົບໂລຈິສຕິກຂອງລາວທີ່ເປັນໝາກຫົວໃຈສໍາຄັນຂອງການເຊື່ອມໂຍງການຄ້າ – ການຂົນສົ່ງທີ່ສົມບູນແບບ ເພາະທີ່ຜ່ານມາລາວເຮົາບໍ່ມີທາງອອກສູ່ທະເລ.

ພິທີວາງສີລາລືກ – ເຊັນສັນຍາສຳປະທານໂຄງການພັດ ທະນາທ່າບົກ – ທ່ານນາແລ້ງ ແລະ ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ. ຈັດຂຶ້ນເມື່ອວັນທີ 3 ກໍລະກົດ 2020 ໂດຍມີພິທີວາງສີລືກຢູ່ທີ່ຕັ້ງຂອງໂຄງການ ແລະ ມີການເຊັນສັນຍາທີ່ໂຮງແຮມແລນມາກແມ່ຂອງຣີເວີຊາຍ ນະຄອນຫຼວງວຽງຈັນ ເຊິ່ງເປັນການລົງນາມຂອງ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນ ໂລຈິສຕິກພາກ ຈໍາກັດ ກັບ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສຈ. ປອ. ອ໊ອດ ພົງສະຫວັນ ( ຜູ້ກໍ່ຕັ້ງ ແລະ ປະທານທີ່ປຶກສາກິດຕິມະສັກ ກຸ່ມບໍລິສັດ ພົງສະຫວັນ ) ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການກ່ຽວຂ້ອງຈາກພາກລັດ ແລະ ຄະນະບໍລິສັດເຂົ້າຮ່ວມ.