ເອັສຣາ ເອັຟຊີ ໃຊ້ນັກເຕະໜຸ່ມນ້ອຍ ຕັ້ງເປົ້າຕິດ 1 ໃນ 4 ເປບຊີ ລາວລີກ 1

126

ເອັສຣາ ເອັຟຊີ ນ້ອງໃໝ່ ເປບຊີ ລາວລີກ 1 ລະດູການ 2020 ຈະໃຊ້ນັກເຕະໜຸ່ມໜ້ອຍເປັນຕົ້ນແມ່ນນັກເຕະທີມຊາດລາວ ຮຸ້ນອາຍຸບໍ່ເກີນ 19 ປີຊຸດປີ 2019 ແລະ ຊຸດແຊັມລາຍການ ຊີງຂັນ ສຕລ 2019 ຮຸ່ນອາຍຸບໍ່ເກີນ 18 ປີ ໂດຍຕັ້ງເປົ້າຕິດ 1 ໃນ 4 ຂອງຕາຕະລາງຄະແນນລວມ.

ເອັສຣາ ເອັຟຊີ ກັບມາສ້າງຊື່ສຽງອີກຄັ້ງ ດ້ວຍການຄວ້າແຊັມບານເຕະຊີງຂັນ ສຕລ ປະຈໍາປີ 2019 ຮຸ່ນອາຍຸບໍ່ເກີນ 18 ປີ ໄປແບບສະບາຍໆນັດຊີງເອົາຊະນະ ຢູ 18 ຊ້າງນ້ອຍ ເອັຟຊີ 4-2 ຄວ້າແຊັມໄປຄອງ, ເຊິ່ງນັກເຕະທີ່ໂດດເດັ່ນທີ່ສຸດເປັນ ໂຈນີ ແຫວນປະເສີດ ກອງໜ້າດາວເດັ່ນທີມຊາດລາວ ຍິງຄົນດຽວ 17 ປະຕູຕະຫຼອດລາຍການດັ່ງກ່າວ ກ່ອນຈະປະກາດເຂົ້າຮ່ວມການແຂ່ງຂັນ ເປບຊີ ລາວລີກ 1 ຫຼື ລີກສູງສຸດຂອງ ສປປ ລາວ ໃນປີ 2020 ເຊິ່ງຖືເປັນການຄືນສູ່ລີກສູງສຸດຂອງ ສປປ ລາວ ໃນຮອບ 4 ປີ.

ຫຼ້າສຸດ ທ່ານ Byung soo na ຫົວໜ້າຄູຝຶກຂອງ ເອັສຣາ ເອັຟຊີ ໃຫ້ສໍາພາດວ່າ: ເອັສຣາ ເອັຟຊີ ຊຸດນີ້ແມ່ນເນັ້ນໃຊ້ນັກກີລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ແລະ ທີມຊຸດແຊັມບານເຕະຊີງຂັນ ສຕລ ປະຈໍາປີ 2019 ຮຸ່ນອາຍຸບໍ່ເກີນ 18 ປີ ເຊິ່ງໄດ້ຝຶກຊ້ອມແບບເຕັມຊຸດເກືອບ 3 ອາທິດແລ້ວ. ປັດຈຸບັນແມ່ນມີນັກເຕະ 22 ຄົນ ແລະ ຈະໄດ້ເສີມນັກເຕະຊາວສ.ເກົາຫຼີ 1 ຄົນ ທີ່ກໍາລັງລໍຖ້າປະເທດເປີດຈະເຂົ້າມາເສີມທີມ ໂດຍເປົ້າໝາຍພວກເຮົາຕັ້ງໄວ້ໃຫ້ຕິດ 1 ໃນ 4.

ນັກເຕະຂອງເອັສຣາ ເອັຟຊີ ແມ່ນອາຍຸຍັງນ້ອຍຢູ່, ສ່ວນທີມທີ່ແຂງແກ່ນທີ່ສຸດກໍແມ່ນ ລາວໂຕໂຢຕ້າ ເອັຟຊີ ລວມເຖິງ ປກສ ເອັຟຊີ ແລະ ທີມອື່ນໆກໍລ້ວນແລ້ວແຕ່ເປັນທີມທີ່ມີປະສົບການ. ຢ່າງໃດກໍຕາມ ເຊື່ອວ່າຖ້າຫາກທີມພວກເຮົາສາມາດຈັດລະບົບທີ່ດີ ແລະ ຫຼິ້ນຕາມລະບົບທີ່ວາງໄວ້ ໂດຍສະເພາະການຫຼິ້ນແບບເປັນທີມຊ່ວຍກັນ ເຊື່ອວ່າພວກເຮົາກໍສາມາດສູ້ໄດ້ທຸກທີມ, ທ່ານ Byung soo na ກ່າວ.

ສະໂມສອນ ເອັສຣາ ເອັຟຊີ ເປັນສະໂມສອນທີ່ສ້າງນັກກິລາຮຸ່ນສືບທອດ ເຊິ່ງມີນັກກີລາຕິດທີມຊາດຫຼາຍຄົນ, ເລີ່ມຈາກຊຸດທໍາອິດຄື ສຸກອາພອນ ວົງຈຽງຄໍາ ນັກເຕະລາວ ທີ່ຫຼິ້ນຢູ່ໃນລີກສູງສຸດຂອງປະເທດໄທ ໃນປັດຈຸບັນ ແລະ ສ້າງນັກເຕະເຍົາວະຊົນກ້າວສູ່ທີມຊາດທຸກໆຊຸດ ຈົນເຖິງທີມ ຊຸດໃຫຍ່ ເຮັດໃຫ້ໃນປີ 2019 ເອັສຣາ ເອັຟຊີ ໄດ້ຮັບລາງວັນ ພັດທະນາບານເຕະຮຸ່ນສືບທອດດີເດັ່ນ ຈາກ ສະຫະພັນບານເຕະແຫ່ງຊາດລາວ( LFF Grassroots Award 2019).

ຜົນງານໃນລີກສູງສຸດຂອງ ສປປ ລາວ ທີ່ຜ່ານມາຂອງ ເອັສຣາ ເອັຟຊີ ປີ 2013 ໄດ້ອັນດັບ 4, ປີ 2014 ໄດ້ອັນດັບ 6, ປີ 2015 ໄດ້ອັນດັບ 11 ແລະ ປີ 2016 ໄດ້ອັນດັບ 10 ກ່ອນປີນີ້ຈະກັບມາແຂ່ງຂັນອີກຄັ້ງໂດຍມີ ທ່ານ BYUNG SOO NA ເປັນຫົວໜ້າຄູຝຶກເຊິ່ງລະດູການ 2019 ພາ ມາສເຕີ 7 ເອັຟຊີ ຍາດອັນດັບ 2 ໃນການແຂ່ງຂັນ ເປບຊີ ລາວພຣີເມຍລີກ 2019.